ຕັ້ງໜ້າຜັນຂະຫຍາຍວຽກງານສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

22:47 | 05/08/2021

ເພື່ອແນໃສ່ລະດົມແຫຼ່ງກຳລັງໃຫ້ ຫຼາຍກ່ວາອີກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19, ວັນທີ 4 ສິງຫາ, ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງ ສືບຕໍ່ຮຽກຮ້ອງສະໜັບສະໜູນຮັບມືກັບໂລກລະບາດໂຄວິດ - 19 ຈົນຮອດວັນທີ 30 ກັນຍາ 2021.

Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.

ພາບປະກອບ
ພາບປະກອບ

ເພື່ອແນໃສ່ລະດົມແຫຼ່ງກຳລັງໃຫ້ ຫຼາຍກ່ວາອີກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19, ວັນທີ 4 ສິງຫາ, ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງ ສືບຕໍ່ຮຽກຮ້ອງສະໜັບສະໜູນຮັບມືກັບໂລກລະບາດໂຄວິດ - 19 ຈົນຮອດວັນທີ 30 ກັນຍາ 2021.

ກ່ອນໜ້ານັ້ນ, ວັນທີ 29 ກໍລະກົດ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍອອກຄຳຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊົນຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແຫ່ງຊາດ, ອັນໄດ້ສ້າງເປັນກຳລັງແຮງ ແລະ ຄວາມເຊື່ອໝັ້ນ ເພື່ອໃຫ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19 ຢ່າງໝັ້ນຄົງ.

ທ່ານເລຂາທິການໃຫຍ່ມີຄຳຮຽກຮ້ອງວ່າ: ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ການຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກ່ວາສິ່ງໃດໝົດ, ກ່ອນອື່ນໝົດ, ໂດຍຕາງໜ້າການນຳພັກ ແລະ ລັດ, ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ປະຊາຊົນເຮົາຢູ່ຕ່າງປະເທດ: ພວກເຮົາໄດ້ພະຍາຍາມແລ້ວກໍ່ຍິ່ງພະຍາຍາມກ່ວາອີກ, ໄດ້ສາມັກຄີກັນ ແລ້ວກໍ່ຍິ່ງສາມັກຄີກັນກ່ວາອີກ, ໄດ້ຕັດສິນໃຈຢ່າງສູງ ແລ້ວກໍ່ຍິ່ງຕັດສິນໃຈຢ່າງສູງກ່ວາອີກ, ປະຊາຊົນໝົດທຸກຄົນ ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈກັບພັກ, ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ຊອກຫາທຸກວິທີການແກ້ໄຂ, ສະກັດກັ້ນ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນວົງກ້ວາງ, ລະເບີດໃນຊຸມຊົນ.

ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຊຸມວັນຜ່ານມາ, ມີຫຼາຍອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ “ເຮົາເພື່ອທຸກຄົນ, ທຸກຄົນເພື່ອເຮົາ”, ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”, ເຂົ້າຮ່ວມພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທົ່ວປະເທດ ຫວຽດນາມ ຢ່າງຕັ້ງໜ້າດ້ວຍທຸກວິທີ.

ໄລ່ຮອດຕອນເຊົ້າວັນທີ 5 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 181.756 ຄົນ, ໃນນັ້ນມີ ຜູ້ເຂົ້າເມືອງ 2.331 ຄົນ ແລະ ພາຍໃນປະເທດ 179.425 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.