ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາມ​ມາ​ຂອງ​ສົງ​ຄາມ​ຢູ່ ຫວຽດ​ນາມ

06:55 | 06/08/2021

ຍ​ສ​ໝ - ຫວຽດ​ນາມ​ມີ​ຄວາມ​​ປາ​ດ​ຖະ​ໜາຢາກໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ອາ​ເມ​ລິ​ກາ ສືບ​ຕໍ່​ຮ່ວມ​ມື​​ໃນ​​ຂົງ​ເຂດແກ້​ໄຂ​ຜົນ​ຮ້າຍທີ່​ຕາມ​ມາ​ຂອງລູກ​ລະ​ເບີດ, ທາດ​ພິດ​ເຄ​ມີ/ດີ​ໂອ​ຊິ​ນ ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ອີກ ​ຄື​ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ.

ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ
ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ
ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາມ​ມາ​ຂອງ​ສົງ​ຄາມ​ຢູ່ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ວັນ​ທີ 3 ສິງ​ຫາ ໄດ້​ດຳ​ເນີນກອງ​ປະ​ຊຸມ​ທາງ​ໄປ “ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາມ​ມາ​ຂອງ​ສົງ​ຄາມ, ພ້ອມ​ກັນກ້າວໄປ​ທາງ​ໜ້າ” ໂດຍ​ສະ​ຖາ​ບັນ​ສັນ​ຕິ​ພາບ ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ.

ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ແ​ທດ​ຈິງ ເພື່ອ​ແນ​ໃສ່​ສະ​ເຫຼີມ​ສະຫຼອງ 26 ປີ​ແຫ່ງວັນ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ (12 ກໍ​ລະກົດ 1995 – 12 ກໍ​ລະ​ກົດ 2021), ​ເຊິ່ງໄດ້​ດຳ​ເນີນ​ພາຍຫຼັງ​ການນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສອງ​ປະ​ເທດ​ຫາ​ກໍ​ລົງນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MoU) ກ່ຽວ​ກັບ​ການ​ຮ່ວມ​ມື​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ນາມ​ສະ​ກຸນ​ຂອງ​ອັດ​ຖິ​ທະ​ຫານ ຫວຽດ​ນາມ ໃນ​ຂອບ​ເຂດ​ການ​ຢ້​ຽມ​ຢາມ ຫວຽດ​ນາມ ຂອງທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມິ​ລ​ກາ Lloyd Austin ( 28 – 29 ກໍ​ລະ​ກົດ 2021).

ເປີດ​ສາກກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ພິ​ທີ​ເປີດ​ສະ​ຫຼອງ ໂຄງ​ການ​ແກ້​ໄຂ​ຜົນ​ຮ້າຍ​​ທີ່​ຕາມ​ມາ​ຂອງ​ສົງ​ຄາມ ແລະ ຊ​ອກ​ຫາ​ທະ​ຫານ ຫວຽດ​ນາມ ທີ່​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ (VMIA) ໂດຍ USIP ປຸກ​ລະ​ດົມ.

ທ່ານ​ສະ​ມາ​ຊິກ​ສະ​ພາ​ສູງ Patrick Leahy ຢັ້ງ​ຢືນ​ວ່າ ໂຄງ​ການ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຂອງ ອາ​ເມ​ລິ​ກາ ໃນ​ການຕອ​ບ​​ຄືນ​ເຈດ​ຈະ​ນາ​ດີ​ຂອງລັດ​ຖະ​ບ​ານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ໜູນ​ຊ່ວຍ ອາ​ເມ​ລິ​ກາ​ ຄົ້ນ​ຫາ​ນາຍ​ທະ​ຫານ​ທີ່​ຫາຍ​ສາບ​ສູນ​ໃນ​ໄລ​ຍະ 40 ປີ​ທີ່​ຜ່ານ​ມາ.

ທ່ານ​ພົນ​ໂທ ຮ່​ວາງ​ຊັວນ​ຈຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຄືນ​ໃໝ່ ແລະ ສືບ​ຕໍ່​ຮ່ວມ​ມື​​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິ​ດ​ທິ​ຜົນ ໃນ​ວຽກ​ງານ​ຄົ້ນ​ຫາ, ທຳ​ລາຍ​ລູກ​ລະ​ເບີດ, ແກ້​ໄຂ​ຜົນ​ຮ້າຍ​​ທີ່​ຕາມ​ມາ​ຂອງ​ທາດ​ພິດ​ເຄ​ມີ ດີ​ໂອ​ຊິນ, ໃນ​ນັ້ນ ​ທຳ​ອິດແມ່ນ​ລະ​ດົມ​ກຳ​ລັງ​ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ, ລ້າງ​ທາດ​ພິດ​ຢູ່​ສະ​ໜາມ​ບິນ ບຽ​ນ​ຮ່ວ​າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຮ່າ​ກິມງອກ ມີ​ຄວາມ​ປາດ​ຖະ​ໜາກວ່າ ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ບັນ​ດາ​ອົ​ງ​ການ​ຈັດ​ຕັ້ງ​ນັກ​ຮົບ​ເກົາ, ໜັງ​ສື​ພິມ ແລະ ຊາວ​ອາ​ເມ​ລິ​ກາ​ ຈະສືບ​ຕໍ່​ໃຫ້​ຄວາມ​ໃສ່ໃຈ​, ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມື​ກັນ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​​ທີ່​ຕາມ​ມາ​ຂອງ​ສົງ​ຄາມ​ຢູ່ ຫວຽດ​ນາມ ເວົ້າ​ລວມ ແລະ ຊອກ​ຫາ​ທະ​ຫານ ຫວຽດ​ນາມ ທີ່​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ເວົ້າ​ສະ​ເພາະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.