| ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ | |
| ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ |
ພາຍໃຕ້ຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພ້ອມທັງເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ແຕ່ວັນທີ 7-9 ມິຖຸນາ. ທ່ານນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ໂມຫາ ບໍວໍ ທິບໍດີ ຮຸນ ມາເນດ ຈະເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພ້ອມທັງເຂົ້າຮ່ວມເວທີປາໄສດັ່ງກ່າວ ແຕ່ວັນທີ 8-9 ມິຖຸນາ.
ບັນດາການຢ້ຽມຢາມດັ່ງກ່າວ ແມ່ນດຳເນີນຂຶ້ນພາຍໃດສະພາບແວດລ້ອມທີ່ສາຍພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດເພື່ອນບ້ານໃກ້ຄຽງ ຍັງຄົງຮັກສາທ່າອ່ຽງແຫ່ງການພັດທະນາໃນທາງບວກຢ່າງຕໍ່ເນື່ອງ, ໂດຍມີຫຼາກຫຼາຍກົນໄກການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງພາຍໃດໄລຍະຜ່ານມານີ້.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) (ກາງ) ຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກຮ່ວມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Manet (ຊ້າຍ) ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ (ຂວາ) ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ທີ່ Cebu, ປະເທດຟິລິບປິນ ໃນເດືອນພຶດສະພາ ປີ 2026. (ພາບ: VGP) |
ພາຍໃດວາລະການຖະແຫຼງຂ່າວປະຈຳວັນທີ 4/6, ທ່ານນາງ ຟ້າມທູຮັ່ງ (Phạm Thu Hằng) - ໂຄສົກກະຊວງການຕ່າງປະເທດ ໃຫ້ຊາບວ່າ ສາຍພົວພັນ ຫວຽດນາມ - ລາວ ແມ່ນໄດ້ສືບຕໍ່ຮັບການຮັດແໜ້ນໄປໃນທິດທາງທີ່ນັບມື້ນັບເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນສູງ. ສອງປະເທດຍັງຄົງຮັກສາລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ, ຕ່າງຝ່າຍຕ່າງໃຫ້ບຸລິມະສິດເປັນພິເສດເຊິ່ງກັນແລະກັນພາຍໃດນະໂຍບາຍການຕ່າງປະເທດ, ພ້ອມທັງສືບຕໍ່ເຮັດໃຫ້ເນື້ອໃນແກ່ນສານແຫ່ງ “ການຕິດພັນທາງດ້ານຍຸດທະສາດ” ມີຄວາມເລິກເຊິ່ງກວ່າເກົ່າ ເພື່ອຕອບສະໜອງໄດ້ຕາມຂໍ້ຮຽກຮ້ອງຕ້ອງການແຫ່ງການພັດທະນາພາຍໃດໄລຍະໃໝ່.
ສຳລັບສາຍພົວພັນ ຫວຽດນາມ - ກຳປູເຈຍ, ທ່ານນາງ ຟ້າມທູຮັ່ງ ໄດ້ຕີລາຄາວ່າ ການຮ່ວມມືສອງຝ່າຍພວມມີການພັດທະນາໄປໃນທິດທາງທີ່ມີຄວາມຫຼາກຫຼາຍກວ່າເກົ່າ ແລະ ມີປະສິດທິຜົນສູງກວ່າເກົ່າພາຍໃດຫຼາກຫຼາຍຂົງເຂດ. ບັນດາການພົບປະ ແລະ ການແລກປ່ຽນຂັ້ນສູງພາຍໃດໄລຍະຜ່ານມາ ໄດ້ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ໄລຍະແຫ່ງການຮ່ວມມືໃໝ່, ໂດຍມີຈຸດສຸມແມ່ນການຍົກສູງປະສິດທິຜົນພາຍໃດການປະສານງານ ແລະ ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດລະຫວ່າງສອງປະເທດ.
ພາຍໃດຂອບເຂດຂອງການຢ້ຽມຢາມ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ຄາດວ່າຈະມີການເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ເຂົ້າຢ້ຽມຄຳນັບບັນດາຜູ້ນຳຂັ້ນສູງຂອງຫວຽດນາມ ພ້ອມທັງເຂົ້າຮ່ວມຫຼາກຫຼາຍກິດຈະກຳການຕ່າງປະເທດອັນສຳຄັນ.
ເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ຈະດຳເນີນຂຶ້ນຢູ່ທີ່ຮ່າໂນ້ຍ ພາຍໃດໄລຍະສອງວັນ ຄື ວັນທີ 9-10 ມິຖຸນາ ພາຍໃຕ້ຫົວຂໍ້ “ຮ່ວມກັນປັ້ນແຕ່ງອະນາຄົດຮ່ວມ: ສັນຕິພາບ, ຄວາມວັດທະນາຖາວອນ, ຖືເອົາປະຊາຊົນເປັນສູນກາງ”.
ຕາມຄະນະຈັດຕັ້ງແລ້ວ, ນັບມາຮອດປັດຈຸບັນ ແມ່ນມີຜູ້ແທນຫຼາຍກວ່າ 600 ທ່ານ ໄດ້ລົງທະບຽນເຂົ້າຮ່ວມ, ເຊິ່ງກວມຮວມເອົາບັນດານັກກຳນົດນະໂຍບາຍ, ນັກວິຊາການ, ວິສາຫະກິດ ແລະ ຕົວແທນຈາກຫຼາກຫຼາຍອົງການຈັດຕັ້ງທັງພາຍໃນ ແລະ ຕ່າງພາກພື້ນ. ເນື້ອໃນແຫ່ງການສົນທະນາພາຍໃດປີນີ້ ແມ່ນສຸມໃສ່ບັນດາບັນຫາອັນພົ້ນເດັ່ນ ເປັນຕົ້ນແມ່ນ ການຍົກສູງຂີດຄວາມສາມາດພາຍໃດການກຸ້ມຕົນເອງຂອງອາຊຽນ, ການຄຸ້ມຄອງປັນຍາປະດິດ (AI), ຄວາມໝັ້ນຄົງທາງດ້ານພະລັງງານ, ການສະກັດກັ້ນການປະທະກັນ ແລະ ການຮ່ວມມືພາຍໃດອະນຸພາກພື້ນ.
ນອກຈາກບັນດາວາລະການສົນທະນາຫຼັກແລ້ວ, ເວທີປາໄສຍັງປາກົດມີຫຼາກຫຼາຍກິດຈະກຳປິ່ນອ້ອມ ເປັນຕົ້ນແມ່ນ ການເຈລະຈາລະຫວ່າງບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມຜູ້ນຳບັນດານະຄອນອາຊຽນ, ການສົນທະນາກ່ຽວກັບການຮ່ວມມືແມ່ນ້ຳຂອງ (Mekong) ແລະ ບົດບາດຂອງຊາວໜຸ່ມພາຍໃດວິວັດທະນາການແຫ່ງການສ້າງຕັ້ງປະຊາຄົມອາຊຽນ.
| ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ... |
| ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ບຸນປີໃໝ່ປະເພນີ ໂຈລຈະນາມທະໄມ ຂອງ ລາຊະອານາຈັກ ກຳປູເຈຍ, ບັນດາທ່ານຜູ້ນຳພັກ, ລັດ ຫວຽດນາມ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງບັນດາທ່ານຜູ້ນຳ ປະເທດລາວ ແລະ ກຳປູເຈຍ. |
