ຈາກການເດີນທາງແຫ່ງການສະແຫວງຫາໜົນທາງກູ້ຊາດ ມຸ່ງສູ່ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ

09:05 | 06/06/2026

ຍສໝ - ວັນທີ 5/6/1911, ຈາກທ່າເຮືອ ຍ່າຣົ່ງ (Nhà Rồng), ຊາຍໜຸ່ມ ຫງວຽນເຕິ່ນແທັງ (Nguyễn Tất Thành) ໄດ້ກ້າວຂຶ້ນເຮືອ Amiral Latouche-Tréville, ເລີ່ມຕົ້ນວິວັດທະນາການອັນຍາວນານກວ່າສາມທົດສະວັດ ເພື່ອສະແຫວງຫາໜົນທາງກູ້ຊາດໃຫ້ແກ່ປະຊາຊາດຫວຽດນາມ. ຄົບຮອບ 115 ປີ ພາຍຫຼັງວັນປະຫວັດສາດດັ່ງກ່າວນັ້ນ, ວິວັດທະນາການຂອງເພິ່ນ ບໍ່ພຽງແຕ່ໄດ້ຮັບການຮັບຮູ້ວ່າເປັນບາດກ້າວລ້ຽວອັນສຳຄັນ ທີ່ເປີດໜົນທາງແຫ່ງການປົດປ່ອຍປະຊາຊາດເທົ່ານັ້ນ, ແຕ່ຍັງເປັນຈຸດກຳເນີດຂອງລະບົບແນວຄິດການຕ່າງປະເທດອັນເປັນເອກະລັກສະເພາະ – ເຊິ່ງເປັນບ່ອນທີ່ກຳລັງແຮງຂອງປະຊາຊົນ, ຈິດໃຈສາມັກຄີສາກົນ ແລະ ຄຸນຄ່າແຫ່ງມະນຸດສະທຳ ໄດ້ກາຍເປັນພື້ນຖານອັນຊຶມເລິກຕະຫຼອດໄລຍະຜ່ານມາ.

ທັດສະນະຂອງຊ່ຽວຊານອິນໂດເນເຊຍ: ຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນ ພາຍໃດບັນດາບັນຫາພາກພື້ນ ແລະ ໂລກ
ມະຕິເລກທີ 80-NQ/TW: ຖືເອົາມະນຸດເປັນສູນກາງແຫ່ງການພັດທະນາວັດທະນະທຳ, ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງຍືນຍົງ

ວັນທີ 4/6, ຢູ່ທີ່ວາລະການເສວະນາ “ຈາກທ່າເຮືອ ຍ່າຣົ່ງ, ວິວັດທະນາການແຫ່ງການສ້າງສາອະນາຄົດ” ທີ່ຈັດຕັ້ງໂດຍສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທີ່ປະທານ ໂຮ່ຈີມິນ ເດືອນທາງອອກໄປສະແຫວງຫາໜົນທາງກູ້ຊາດ ຄົບຮອບ 115 ປີ (5/6/1911 - 5/6/2026), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງຫງາ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດປະທານສະຫະພັນບັນດาອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເນັ້ນໜັກວ່າ: ການຕ່າງປະເທດປະຊາຊົນພາຍໃດແນວຄິດ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຮູບແບບການເຄື່ອນໄຫວການຕ່າງປະເທດແບບໜຶ່ງເທົ່ານັ້ນ, ແຕ່ຍັງແມ່ນປັດຊະຍາອັນເລິກເຊິ່ງກ່ຽວກັບມະນຸດ, ສັນຕິພາບ ແລະ ຈິດໃຈສາມັກຄີສາກົນ.

ຈາກວິວັດທະນາການແຫ່ງການສະແຫວງຫາໜົນທາງກູ້ຊາດ ມຸ່ງສູ່ການເຊື່ອມຕໍ່ກັບໂລກ

ວິວັດທະນາການແຫ່ງການເດີນທາງອອກໄປສະແຫວງຫາໜົນທາງກູ້ຊາດ ຂອງທ່ານປະທານ ໂຮ່ຈີມິນ ແມ່ນການເດີນທາງທີ່ກ້າວຂ້າມຜ່ານຂອບເຂດທາງດ້ານພູມສາດ ເພື່ອເຂົ້າເຖິງພຶດຕິກຳຕົວຈິງຂອງໂລກ, ສະແຫວງຫາໜົນທາງແຫ່ງການປົດປ່ອຍປະຊາຊາດ ພ້ອມທັງສ້າງຕັ້ງເຄືອຂ່າຍສາມັກຄີສາກົນໃຫ້ແກ່ການປະຕິວັດຫວຽດນາມ.

ຈາກການເດີນທາງແຫ່ງການສະແຫວງຫາໜົນທາງກູ້ຊາດ ມຸ່ງສູ່ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ
ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງຫງາ (Nguyễn Phương Nga), ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. (ພາບ: ດິງຮ່ວາ)

ຕາມທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງຫງາ ແລ້ວ, ປະທານ ໂຮ່ຈີມິນ ແມ່ນແບບຢ່າງອັນດີເດັ່ນຂອງນັກການທູດປະຊາຊົນທ່ານໜຶ່ງ. ນັບຕັ້ງແຕ່ຊຸມປີທຳອິດແຫ່ງການເຄື່ອນໄຫວປະຕິວັດຢູ່ຕ່າງປະເທດ, ເພິ່ນໄດ້ຜັນຂະຫຍາຍບັນດາກິດຈະກຳທີ່ສະແດງໃຫ້ເຫັນເຖິງຂີດໝາຍອັນເລິກເຊິ່ງຂອງການຕ່າງປະເທດປະຊາຊົນ ແລະ ຕະຫຼອດໄລຍະເວລາແຫ່ງການເຄື່ອນໄຫວປະຕິວັດຂອງເພິ່ນ, ແນວຄິດກໍຄືເຄື່ອນໄຫວການຕ່າງປະເທດຂອງເພິ່ນ ແມ່ນຍາມໃດກໍມີລັກສະນະປະຊາຊົນຢ່າງເລິກເຊິ່ງ.

ພາຍໃດຊຸມປີແຫ່ງການເດີນທາງໄປຕ່າງປະເທດເພື່ອສະແຫວງຫາໜົນທາງກູ້ຊາດ, ຫງວຽນອາຍໂກ້ກ (Nguyễn Ái Quốc) ໄດ້ມີຄວາມຮັບຮູ້ແຕ່ຫົວທີກ່ຽວກັບສາຍພົວພັນລະຫວ່າງການປະຕິວັດຫວຽດນາມ ກັບຂະບວນການປະຕິວັດໂລກ. ເພິ່ນໄດ້ເຂົ້າຮ່ວມການສ້າງຕັ້ງສະມາຄົມສະຫະພັນເມືອງຂຶ້ນ, ອອກໜັງສືພິມ Le Paria ພາຍໃດໄລຍະປີ 1921–1926, ຮຽກຮ້ອງຈິດໃຈສາມັກຄີລະຫວ່າງບັນດາປະຊາຊາດເມືອງຂຶ້ນ, ຊາວຜູ້ອອກແຮງງານທີ່ຖືກກົດຂີ່ຂູດຮີດ ແລະ ບັນດາກຳລັງກ້າວໜ້າຢູ່ໃນໂລກ ບົນຈິດໃຈ "ທົ່ວທຸກຫົນແຫ່ງຂອງກຳມະຊີບລ້ວນແຕ່ແມ່ນອ້າຍນ້ອງກັນ".

ນັບຕັ້ງແຕ່ໄລຍະທຳອິດ, ເພິ່ນໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ການຕໍ່ສູ້ຍາດເອົາເອກະລາດຂອງຊາດ ແມ່ນບໍ່ສາມາດຕັດແຍກອອກຈາກການສະໜັບສະໜູນຂອງສາກົນໄດ້. ສິ່ງດັ່ງກ່າວນັ້ນເອງ ໄດ້ສ້າງໃຫ້ມີຈຸດພິເສດອັນເປັນເອກະລັກພາຍໃດຈິນຕະນາການຂອງ ໂຮ່ຈີມິນ: ການສົມທົບລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜຸດຜ່ອງ; ການຕິດພັນກຳລັງແຮງຂອງຊາດ ເຂົ້າກັບກຳລັງແຮງຂອງຍຸກສະໄໝ.

ພາຍຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ພາຍໃດສະພາບແວດລ້ອມທີ່ລັດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ຍັງອ່ອນນ້ອຍ ແລະ ບໍ່ທັນໄດ້ຮັບການຮັບຮູ້ຢ່າງກວ້າງຂວາງໃນເວທີສາກົນ, ປະທານ ໂຮ່ຈີມິນ ໄດ້ສືບຕໍ່ຊຸກຍູ້ການຕ່າງປະເທດປະຊາຊົນ ໃຫ້ກາຍເປັນຊ່ອງທາງເປີດໜົນທາງອັນສຳຄັນ. ເພິ່ນໄດ້ຊີ້ນຳໂດຍກົງພາຍໃດການສ້າງຕັ້ງບັນດາອົງການຈັດຕັ້ງມິດຕະພາບທຳອິດ ເປັນຕົ້ນແມ່ນ ສະມາຄົມມິດຕະພາບ ຫວຽດ - ອາເມລິກາ (1945), ສະມາຄົມມິດຕະພາບ ຫວຽດ - ຈີນ (1946), ຈັດສົ່ງບັນດາຄະນະພະນັກງານໄປຕ່າງປະເທດ ເພື່ອສ້າງຕັ້ງສາຍພົວພັນຮ່ວມກັບປະຊາຊົນບັນດາປະເທດ, ຍາດແຍກເອົາຄວາມເຫັນອົກເຫັນໃຈຕໍ່ກັບການຕໍ່ສູ້ອັນຊອບທຳຂອງຫວຽດນາມ.

ພາຍໃດການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ແນວຄິດສາມັກຄີສາກົນຂອງ ໂຮ່ຈີມິນ ໄດ້ສືບຕໍ່ຮັບການພັດທະນາກາຍເປັນແນວທາງ "ແນວໂຮມສາມຊັ້ນ": ສາມັກຄີປະຊາຊົນພາຍໃນປະເທດ; ສາມັກຄີ ຫວຽດນາມ - ລາວ - ກຳປູເຈຍ; ແລະ ສາມັກຄີກັບປະຊາຊົນໃນທົ່ວໂລກ. ນັ້ນກໍແມ່ນພື້ນຖານອັນສຳຄັນ ທີ່ຊ່ວຍໃຫ້ຫວຽດນາມ ສາມາດສ້າງຕັ້ງຂະບວນການສາມັກຄີສາກົນອັນກວ້າງຂວາງ ຢ່າງບໍ່ເຄີຍປາກົດມີມາກ່ອນພາຍໃດສະຕະວັດທີ XX.

ເມື່ອຫຼຽວເບິ່ງຄືນໄລຍະເວລາ 115 ປີ ນັບຕັ້ງແຕ່ວັນທີ່ລຸງໂຮ່ ໄດ້ເດີນທາງອອກໄປສະແຫວງຫາໜົນທາງກູ້ຊາດ, ວິວັດທະນາການດັ່ງກ່າວນັ້ນ ບໍ່ພຽງແຕ່ເປີດໜົນທາງແຫ່ງເອກະລາດໃຫ້ແກ່ປະຊາຊາດຫວຽດນາມເທົ່ານັ້ນ ແຕ່ຍັງໄດ້ສ້າງຮາກຖານໃຫ້ແກ່ໂຮງຮຽນການຕ່າງປະເທດ (ຫຼື ຂະແໜງການຕ່າງປະເທດ) ທີ່ຖອດຖອນເອົາເອກະລັກຂອງຫວຽດນາມຢ່າງເລິກເຊິ່ງ – ໂດຍຖືເອົາມະນຸດເປັນສູນກາງ, ຖືເອົາປະຊາຊົນເປັນພື້ນຖານ ແລະ ຖືເອົາຈິດໃຈສາມັກຄີສາກົນເປັນແຫຼ່ງກຳລັງແຮງ.

ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ: ຖືເອົາມະນຸດເປັນສູນກາງ, ຖືເອົາຄວາມສາມັກຄີເປັນກຳລັງແຮງ

ຕາມທ່ານເອກອັກຄະລັດຖະທູດ ຫງວຽນເຟືອງຫງາ ແລ້ວ, ຕົ້ນກຳເນີດຂອງປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ ແມ່ນເລີ່ມຕົ້ນມາຈາກຄວາມຮັກແພງອັນເລິກເຊິ່ງຕໍ່ກັບມະນຸດ, ຈາກຄວາມເຊື່ອໝັ້ນຕໍ່ກັບກຳລັງແຮງຂອງມະຫາຊົນປະຊາຊົນ ແລະ ຈາກຄວາມຮັບຮູ້ກ່ຽວກັບຄວາມໝາຍທາງດ້ານຍຸດທະສາດຂອງຈິດໃຈສາມັກຄີສາກົນ.

ໜຶ່ງໃນບັນດາເນື້ອໃນອັນພົ້ນເດັ່ນທີ່ສຸດພາຍໃດແນວຄິດດັ່ງກ່າວນັ້ນ ແມ່ນທັດສະນະທີ່ຖືວ່າປະຊາຊົນເປັນເຈົ້າການ ແລະ ເປັນແຫຼ່ງກຳລັງແຮງອັນໃຫຍ່ຫຼວງທີ່ສຸດຂອງການປະຕິວັດ. ປະທານ ໂຮ່ຈີມິນ ເຄີຍໄດ້ຢືນຢັນວ່າ: "ພາຍໃຕ້ທ້ອງຟ້າ ນີ້ແມ່ນບໍ່ມີຫຍັງມີຄ່າສູງສົ່ງເທົ່າກັບປະຊາຊົນ. ຢູ່ໃນໂລກ ນີ້ແມ່ນບໍ່ມີຫຍັງແຂງແຮງເທົ່າກັບກຳລັງແຮງແຫ່ງຄວາມສາມັກຄີຂອງປະຊາຊົນ".

ຕາມທ່ານເອກອັກຄະລັດຖະທູດ ຫງວຽນເຟືອງຫງາ ແລ້ວ, ການຕ່າງປະເທດປະຊາຊົນພາຍໃດແນວຄິດ ໂຮ່ຈີມິນ ແມ່ນຍາມໃດກໍມຸ່ງໄປເຖິງຄາດໝາຍສູງສຸດ ແມ່ນຄວາມສາມັກຄີສາກົນເພື່ອປະເທດຊາດ, ເພື່ອປະຊາຊາດ ແລະ ເພື່ອມະນຸດ. ຄວາມມຸ່ງມາດປາດຖະໜາຂອງເພິ່ນ ບໍ່ພຽງແຕ່ຢຸດຢູ່ທີ່ວຽກງານການປົດປ່ອຍປະຊາຊາດຫວຽດນາມເທົ່ານັ້ນ, ແຕ່ຍັງຕິດພັນກັບພາລະກິດການປົດປ່ອຍມະນຸດອອກຈາກການກົດຂີ່ຂູດຮີດ ແລະ ຄວາມບໍ່ຍຸຕິທຳໃນສັງຄົມ.

ຈິດໃຈມະນຸດສະທຳດັ່ງກ່າວນັ້ນ ແມ່ນໄດ້ສະແດງອອກຢ່າງຈະແຈ້ງ ຜ່ານຮູບແບບການຈໍາແນກຂອງ ໂຮ່ຈີມິນ ລະຫວ່າງ ອຳນາດການປົກຄອງທີ່ກໍ່ສົງຄາມ ກັບປະຊາຊົນຂອງບັນດາປະເທດນັ້ນໆ. ພາຍໃດການຕໍ່ຕ້ານຈັກກະພັດອາເມລິກາ, ເພິ່ນໄດ້ມີການຢືນຢັນຫຼາກຫຼາຍຄັ້ງວ່າ ປະຊາຊົນອາເມລິກາແມ່ນເພື່ອນມິດຂອງປະຊາຊົນຫວຽດນາມ, ພ້ອມທັງໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ກັບບັນດາຄອບຄົວຊາວອາເມລິກາ ທີ່ຕ້ອງສູນເສຍຍາດຕິພີ່ນ້ອງພາຍໃດສົງຄາມ. ນັ້ນເອງແມ່ນການສະແດງອອກຢ່າງມີຊີວິດຊີວາຂອງ "ການທູດຈິດຕະສາດ" (Ngoại giao tâm công) – ການເອົາຊະນະຈິດໃຈຂອງມະນຸດດ້ວຍຄຸນທຳ, ດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຊອບທຳ.

ຈຸດພົ້ນເດັ່ນອີກອັນໜຶ່ງພາຍໃດປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ ແມ່ນບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ ແລະ ການເຂົ້າຮ່ວມຢ່າງກວ້າງຂວາງຂອງທົ່ວສັງຄົມ ເຂົ້າໃສ່ວຽກງານການຕ່າງປະເທດ. ໂຮ່ຈີມິນ ບໍ່ໄດ້ຖືວ່າການທູດເປັນວຽກງານສະເພາະຂອງອົງການຈັດຕັ້ງວິຊາສະເພາະເທົ່ານັ້ນ, ແຕ່ຖືວ່ານັ້ນແມ່ນໜ້າທີ່ຂອງຫຼາກຫຼາຍກຳລັງຮາກຖານສັງຄົມ, ນັບຕັ້ງແຕ່ ເຍົາວະຊົນ, ແມ່ຍິງ, ສະຫະພັນກຳມະບານ, ຂະແໜງສື່ມວນຊົນ ໄປຮອດບັນດາອົງການຈັດຕັ້ງສັນຕິພາບ ແລະ ມິດຕະພາບ.

ແນວຄິດດັ່ງກ່າວນັ້ນ ແມ່ນໄດ້ສືບຕໍ່ຮັບການສືບທອດພາຍໃດແນວທາງການຕ່າງປະເທດໃນປັດຈຸບັນ. ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງຫງາ ໄດ້ເນັ້ນໜັກວ່າ, ພາຍໃດສະພາບແວດລ້ອມທີ່ສະພາບການໂລກມີການຜັນແປຢ່າງສັບສົນ, ກອງປະຊຸມໃຫຍ່ຄັ້ງທີ XIII ແລະ ຄັ້ງທີ XIV ຂອງພັກ ໄດ້ສືບຕໍ່ຢືນຢັນວ່າ ການຕ່າງປະເທດປະຊາຊົນ ແມ່ນໜຶ່ງໃນສາມເສົາຄ້ຳ ຂອງຂະແໜງການທູດຫວຽດນາມ ທີ່ຮອບດ້ານ ແລະ ທັນສະໄໝ, ຄຽງຄູ່ກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ.

ພາຍຫຼັງ 115 ປີ ນັບຕັ້ງແຕ່ວັນທີ່ປະທານ ໂຮ່ຈີມິນ ໄດ້ເດີນທາງອອກໄປສະແຫວງຫາໜົນທາງກູ້ຊາດ, ວິວັດທະນາການດັ່ງກ່າວນັ້ນ ແມ່ນຍັງຄົງສືບຕໍ່ສ່ອງແສງສະຫວ່າງໃຫ້ແກ່ວຽກງານການຕ່າງປະເທດໃນປັດຈຸບັນ. ນັບຕັ້ງແຕ່ແນວຄິດ "ຖືເອົາປະຊາຊົນເປັນກົກທຶນ", ຈິດໃຈແຫ່ງຄວາມປອງດອງ, ມະນຸດສະທຳ ມຸ່ງສູ່ຄຳຂວັນການສົມທົບກຳລັງແຮງຂອງຊາດ ເຂົ້າກັບກຳລັງແຮງຂອງຍຸກສະໄໝ, ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນມໍລະດົກທາງດ້ານແນວຄິດອັນລ້ຳຄ່າເທົ່ານັ້ນ ແຕ່ຍັງແມ່ນແຫຼ່ງກຳລັງແຮງອ່ອນ (Soft Power) ອັນສຳຄັນ ເພື່ອໃຫ້ຫວຽດນາມ ສືບຕໍ່ຂະຫຍາຍສາຍພົວພັນມິດຕະພາບ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ ແລະ ຍົກສູງບົດບາດໃນເວທີສາກົນ ພາຍໃດໄລຍະແຫ່ງການພັດທະນາໃໝ່.

ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ຫວຽດນາມ - ຟິລິບປິນ ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ຫວຽດນາມ - ຟິລິບປິນ

ຍສໝ - ພາຍໃນຕອນບ່າຍວັນທີ 3/6, ຢູ່ທີ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ (Phan Văn Giang), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Romeo Brawner Junior, ເສນາທິການໃຫຍ່ ກອງທັບຟິລິບປິນ ທີ່ພວມມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ.

ເສດຖະກິດຫວຽດນາມເລັ່ງຕົວທ່າມກາງຄວາມບໍ່ແນ່ນອນຂອງໂລກ ເສດຖະກິດຫວຽດນາມເລັ່ງຕົວທ່າມກາງຄວາມບໍ່ແນ່ນອນຂອງໂລກ

ຍສໝ - ຜົນການເຕີບໂຕຂອງຫວຽດນາມແມ່ນລື່ນກາຍຄາດຄະເນຂອງຫຼາຍອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ