| ເວທີປາໄສທຸລະກິດ ແລະ ການລົງທຶນ EU-ຫວຽດນາມ: ສົ່ງເສີມການຮ່ວມມືເພື່ອອະນາຄົດທີ່ຍືນຍົງ | |
| ອິດສະຣາແອນ ຍາມໃດກໍຕ້ອນຮັບນັກຮຽນ, ນັກສຶກສາ ຫວຽດນາມ |
![]() |
| ທ່ານເອກອັກຄະລັດຖະທູດ ຫງວຽນກີເຊີນ (Nguyễn Kỳ Sơn) (ກາງ), ທ່ານ Amer Saleh - ປະທານສະພາການຄ້າແລະ ອຸດສາຫະກຳ Nazareth (ຂວາ) ແລະ ປອ. Khaled Khalifa - ປະທານສະພາການຕ່າງປະເທດ ອາຣັບ ປະຈຳ ອິດສະຣາແອນ ພາຍໃດວາລະການພົບປະ. ພາບ: TTXVN |
ວັນທີ 4/6, ຢູ່ທີ່ Nazareth, ທາງພາກເໜືອຂອງອິດສະຣາແອນ, ສະພາການຕ່າງປະເທດ ອາຣັບ ໄດ້ປະສານງານຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ນາຊາເຣັດ ຈັດຕັ້ງວາລະການພົບປະ ແລະ ແລກປ່ຽນຮ່ວມກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ຫງວຽນກີເຊີນ (Nguyễn Kỳ Sơn) ເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດ ເລີ່ມຕົ້ນວາລະການດຳລົງຕຳແໜ່ງທາງການທູດ ຢູ່ທີ່ປະເທດອິດສະຣາແອນ.
ພາຍໃດການກ່າວປາໄສຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນກີເຊີນ ໄດ້ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ອິດສະຣາແອນ ພວມມີການພັດທະນາໄປໃນທາງບວກພາຍໃດຫຼາກຫຼາຍຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ແມ່ນມີທ່າແຮງພາຍໃດການສົ່ງອອກໄປຍັງອິດສະຣາແອນ ສໍາລັບບັນດາປະເພດສິນຄ້າ ເປັນຕົ້ນແມ່ນ ໂທລະສັບ, ອຸປະກອນເອເລັກໂຕຣນິກ, ເຄື່ອງຈັກ, ອຸປະກອນ, ເຄື່ອງນຸ່ງຫົ່ມ, ເກີບຜ້າ, ອາຫານທະເລ, ກາເຟ, ເມັດມະມ່ວງຫິມະພານ, ໝາກເຜັດໄທ ແລະ ຜະລິດຕະພັນກະສິກຳປຸງແຕ່ງ. ໃນຂະນະດຽວກັນ, ອິດສະຣາແອນ ແມ່ນມີທ່າໄດ້ປຽບຫຼາກຫຼາຍກ່ຽວກັບ ເຕັກໂນໂລຊີຂັ້ນສູງ, ອຸປະກອນເອເລັກໂຕຣນິກ, ເຕັກໂນໂລຊີລະບົບບໍລິຫານນ້ຳ, ກະສິກຳອັດສະລິຍະ, ສາທາລະນະສຸກ, ການປະດິດສ້າງໃໝ່ ແລະ ບັນດາຮູບແບບການແກ້ໄຂທາງດ້ານດີຈີຕອນ. ດັ່ງນັ້ນ, ທ່ານເອກອັກຄະລັດຖະທູດ ຫງວຽນກີເຊີນ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຢູ່ທີ່ ນາຊາເຣັດ ເອົາໃຈໃສ່ຕື່ມອີກຕໍ່ກັບຕະຫຼາດຫວຽດນາມ – ເຊິ່ງເປັນພື້ນຖານເສດຖະກິດທີ່ມີຄວາມເຄື່ອນໄຫວຢ່າງຕັ້ງໜ້າ ໂດຍມີປະຊາກອນຫຼາຍກວ່າ 100 ລ້ານຄົນ, ມີຈຸດຍຸດທະສາດພາຍໃດກຸ່ມບັນດາປະເທດຂຶ້ນກັບ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ພວມຍູ້ແຮງການຫັນເປັນດີຈີຕອນ, ການພັດທະນາອຸດສາຫະກຳເຕັກໂນໂລຊີຂັ້ນສູງ, ກະສິກຳທັນສະໄໝ, ການທ່ອງທ່ຽວ ແລະ ການບໍລິການ.
ທາງຝ່າຍອິດສະຣາແອນ, ທ່ານ Amer Saleh - ປະທານສະພາການຄ້າ ແລະ ອຸດສາຫະກຳ ນາຊາເຣັດ ພ້ອມດ້ວຍບັນດານັກທຸລະກິດທີ່ເຂົ້າຮ່ວມ ໄດ້ສະແດງຄວາມສົນໃຈຕໍ່ກັບຕະຫຼາດຫວຽດນາມ, ພ້ອມທັງໄດ້ມີການແລກປ່ຽນກ່ຽວກັບຂີດຄວາມສາມາດພາຍໃດການຮ່ວມມືຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ, ເຕັກໂນໂລຊີ, ສາທາລະນະສຸກ ແລະ ການແລກປ່ຽນລະຫວ່າງປະຊາຊົນດ້ວຍກັນ.
| ຫວຽດນາມ ແລະການາດາ ເພີ່ມທະວີເຊື່ອມຕໍ່ໃນດ້ານການຄ້າ, ການລົງທຶນ ຍສໝ - ຫວຽດນາມ ເຂົ້າຮ່ວມງານວາງສະແດງການສົ່ງເສີມການລົງທຶນສາກົນ MIBIExpo ດ້ວຍຄວາມປາດຖະໜາຢາກຊຸກຍູ້ເຊື່ອມຕໍ່ ພ້ອມກັນນັ້ນ ກໍ່ສ້າງອອກລະບົບນິເວດໃນລະບົບບັນດາສັນຍາການຄ້າເສລີລະຫວ່າງ 2 ປະເທດທີ່ມີຢູ່ແລ້ວ. |
| ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ ຍສໝ - ວັນທີ 21 ກຸມພານີ້, ສື່ມວນຊົນທ້ອງຖິ່ນລາຍງານວ່າ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໄດ້ພົບປະກັບທ່ານ Andrey Rudenko ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນລັດເຊຍ ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສາຍພົວພັນທີ່ເປັນມູນເຊື້ອ. |
