ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ

10:20 | 05/08/2021

ຍ​ສ​ໝ - ຕາມ​ທ່ານ ເຢືອງ​ແອັງ​ດຶກ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນະ​ຄອນ​ໂຮ່​ຈີ​ມິນ ແລ້ວ, ໜ່ວຍ​ງານ​ນຳ​ເຂົ້າ​ໄດ້​ສົ່ງ​ເອ​ກະ​ສານເພື່ອໃຫ້​ກະ​ຊວງ​ສາ​ທາລະ​ນ​ະ​ສຸກ​ພິ​ຈາ​ລະ​ນາ ​ແ​ລະ ອະ​ນຸ​ມັດ ວັກ​ຊິນ Sinopharm 1 ລ້ານ​ໂດ​ສ ໂດຍ​ນັກ​ອຸ​ປະ​ຖຳ​ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ​​ນະ​ຄອນ​ໃນ​ວັນ​ທີ 31 ກໍ​ລະ​ກົດ. ພາຍຫຼັງ​ໄດ້​ຮັບ​ການພິ​ຈາ​ລະ​ນາ ​ແ​ລະ ອະ​ນຸ​ມັດ ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ແລະ ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ແລ້ວ, ທາງ​ນະ​ຄອນ​ຈະ​ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ໂດຍ​ບໍ່​ເສຍ​ຄ່າ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ.

ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ
ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ
ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ
ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ (ພາບ: TTXVN)

ນະ​ໂຍ​ບາຍ​ຂອງ​ລັດ​ແມ່ນ​ສັກ​ວັກ​ຊິນ​ໂດຍ​ບໍ່​ເສຍ​ຄ່າດ້ວຍ​ຄວາມ​ສະ​ໝັກ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ. ບັນ​ດາ​ຊະ​ນິດ​ວັກ​ຊິນ​ທີ່​ໄດ້​ຮັບ​ການ​ສັກ​ຕ້ອງມີ​ 2 ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ນັ້ນ​ແມ່ນ ໄດ້​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ​ອອກ​ໃບ​ອະ​ນຸ​ຍາດ​ການ​ນຳ​ໃຊ້​ໂດຍ​ດ່ວນ ແລະ ຫວຽດ​ນາມ ອອກ​ໃບ​ອະ​ນຸ​ຍາດ​ການ​ນຳ​ໃຊ້​ໂດຍ​ດ່ວນ.

ມາ​ຮອດ​ປັດ​ຈຸ​ບັນ ມີ​ວັກ​ຊິນ 4 ຊະ​ນິດ​ໄດ້​ຮັບ​ການ​ສັກ​ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ​ນັ້ນ​ແມ່ນ: AstraZeneca, Moderna, Pfizer và Sinopharm, ໃນ​ນັ້ນ ວັກ​ຊິນ Sinopharm, WHO ໄດ້ອອກ​ໃບ​ອະ​ນຸ​ຍາດ​ການ​ນຳ​ໃຊ້​ໂດຍ​ດ່ວນ ແຕ່​ວັນ​ທີ 7 ພຶດ​ສະ​ພາ 2021 ແລະ ຫວຽດ​ນາມ ອອກ​ໃບ​ອະ​ນຸ​ຍາດ​ການ​ນຳ​ໃຊ້​ໂດຍ​ດ່ວນ ແຕ່​ວັນ​ທີ 3 ມິ​ຖຸ​ນາ 2021.

ໄລ່​ຮອດ​ເວ​ລາ 8 ໂມງ​ 30 ນາ​ທີ​ ຂອງວັນ​ທີ 2 ສິງຫາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 920.329 ໂດ​ສ, ປະ​ຕິ​ບັດ​ສຳ​ເລັດ​ບັ້ນ​ສັກ​ວັກ​ຊິນ​ທີ 5 ດ້ວຍເປົ້າ​ໝາຍ​ເກືອບ 930.000 ໂດ​ສ​ໃນເວ​ລາ 10 ວັນ (ນັບ​ແຕ່​ວັນ​ທີ 22 ກໍ​ລະ​ກົດ) ໂດຍ​ພື້ນ​ຖານ. ບັ້ນ​ທີ 5 ມີ​ຜູ້​ມີ​ອາ​ການ​​ຂ້າງ​ຄຽງ​ຫຼັງ​ການ​ສັກ 1.039 ຄົນ, ສ່ວນຫຼາຍ​ມີ​ອາ​ການ​ບໍ່​ໜັກ ແລະ ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວ, ບໍ່​ມີ​ກໍ​ລະນີ​ໃດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ.

ຕາມກອງ​ປະ​ຊຸມ​ໃນ​ວັນ​ທີ 3 ສິງ​ຫາ, ໂດຍ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ, ທ່ານ ເຢືອງ​ແອັງ​ດຶກ ​ໃຫ້​ຮູ້​ວ່າ: ບັ້ນ​ສັກວັກ​ຊິນ​ທີ 6 ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຄາດ​ວ່າ​ຈ​ະ​ດຳ​ເນີນ​ຮອດ​ໝົດ​ເດືອນ​ສິງ​ຫາ, ດ້ວຍ​ການ​ໜູນຊ່​ວຍ​ຈາກ​ລັດ​ຖະ​ບານ. ຖ້າ​​ສະ​ໜອງວັກ​ຊິນ​ຢ່າງ​ພຽງ​ພໍ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ​ຄື​ດັ່ງ​ທີ່​ສະ​ເໜີ, ນະ​ຄອນ​ຈະ​​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ບັນ​ດາ​ຄົນ​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊິນໂດ​ຍ​ພື້​ນຖານ

ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ມີ​ເອ​ກະ​ສານ​ສະ​ເໜີ​ລັດ​ຖະ​ບານ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສະ​ໜອງ​ວັກ​ຊິນ​ໃຫ້​ນະ​ຄອນ​ປະ​ມານ 5 – 5,5 ລ້ານ​ໂດ​ສ ໃນ​ເດືອນ​ສິງ​ຫາ. ນະ​ຄອນ​ມີ​ກຸ່ມ​ສັກ​ວັກ​ຊິນ 1.200 ກຸ່ມ ແລະ ດ້ວຍ​ຂອບ​ຂະ​ໜ​າດ​ຄື​ປັດ​ຈຸ​ບັນ, ສະ​ມັດ​ຕະ​ພາບ​ທີ່​ບັນ​ລຸ​ໄດ້​ແມ່ນ 250 ຄົນ/ກຸ່ມ/ວັນ. ດັ່​ງ​ນັ້ນ, ບັນ​ດາ​ກຸ່ມ​ສັກ​ວັກ​ຊິນ​ຂອ​ງ​ນະ​ຄອນ ຈະ​ບັນ​ລຸ​ໄດ້ 300.000 ເຂັມ/ວັນ. ນອກ​ຈາກ​ນັ້ນ, ທາງ​ນະ​ຄອນ​ຍັງ​ມີ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຕ່າງໆ​ກຽມ​ພ້ອມ​ເພື່ອ​ໜູນ​ຊ່ວຍ, ຖ້າ​ຫາກ​ໄດ້ຮັບ​ການ​ຈັດ​ແບ່ງ​​ແຫຼ່​ງວັກ​ຊິນຫຼາຍ​ກ່​ວານີ້​ອີກ, ນະ​ຄອນ​ຈະ​ສາ​ມາດ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ຂຶ້ນ​ເຖິງ 350.00 ເຂັມ/ວັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.