ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ

19:20 | 04/08/2021

ຍສໝ - ກ່າວຄຳເຫັນທີ່ການສຳມະນາສາກົນຄັ້ງທີ 16 ກ່ຽວກັບການທ່ອງທ່ຽວນິເວດ ແລະຄວາມຍືນຍົງ, ທ່ານເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ ຢືນຢັນຄວາມຕັດສິນໃຈຂອງລັດຖະບານຫວຽດນາມໃນການພັດທະນາການທ່ອງທ່ຽວຢ່າງກົມກຽວກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ.

ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021 ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021
ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ
ພາບປະກອບ
ພາບປະກອບ

ການສຳມະນາສາກົນຄັ້ງທີ 16 ກ່ຽວກັບການທ່ອງທ່ຽວນິເວດ ແລະຄວາມຍືນຍົງ ໄດ້ຈັດຂຶ້ນໃນວັນທີ 27 ຫາ 30 ກໍລະກົດທີ່ນະຄອນ Tokat (ປະເທດຕຸລະກີ). ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ຕວກກີ ເຈີ່ນກວາງຕວຽນ ໄດ້ເຂົ້າຮ່ວມການສຳມະນາຕາມຄຳເຊື້ອເຊີນຂອງສະມາຄົມທ່ອງທ່ຽວນິເວດສາກົນ (The International Ecotourism Society - TIES).

ທີ່ການສຳມະນາ, ທ່ານເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ ໄດ້ແນະນຳໂດຍຫຍໍ້ການທ່ອງທ່ຽວຫວຽດນາມໃນຊຸມປີມໍ່ໆມານີ້ດ້ວຍຄວາມຕັດສິນໃຈທີ່ຈະຖືເອົາການທ່ອງທ່ຽວແບບຍືນຍົງແລະການທ່ອງທ່ຽວສີຂຽວເປັນເປົ້າໝາຍການພັດທະນາ; ຢືນຢັນຄວາມຕັດສິນໃຈຂອງຫວຽດນາມໃນການພັດທະນາການທ່ອງທ່ຽວຢ່າງກົມກຽວກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ.

ທ່ານເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ ຍັງໄດ້ກ່າວເຖິງມາດຕະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19 ຂອງຫວຽດນາມ, ຄວາມເປັນໄປໄດ້ໃນການທົດລອງ “ໜັງສືຜ່ານແດນວັກຊີນ” ທີ່ນຳໃຊ້ກັບນັກທ່ອງທ່ຽວສາກົນໄປຍັງແຫຼ່ງທ່ອງທ່ຽວທີ່ໃຫຍ່ຂອງຫວຽດນາມຢ່າງປອດໄພ ...

ທີ່ກອງປະຊຸມສຳມະນາ ໄດ້ສາຍບັນດາຟີມຮູບເງົາຕົວຈິງແນະນຳທັດສະນີຍະພາບ, ວັດທະນະທຳ, ອາຫານການກິນ ແລະພື້ນຖານໂຄງລ່າງດ້ານການທ່ອງທ່ຽວຂອງຫວຽດນາມ; ຈຸດໝາຍປາຍທາງທ່ອງທ່ຽວນິເວດທີ່ມີຊື່ສຽງ ແລະເປັນເອກະລັກຂອງຫວຽດນາມ ໄດ້​ຮັບ​ການໂຄສະນາຢູ່ໃນການພົບປະ, ການສໍາຜັດໂດຍກົງກັບບັນດາບໍລິສັດ, ອົງການຈັດຕັ້ງການທ່ອງທ່ຽວສາກົນ ແລະຕວກກີ.

ໄຊພອນ

ເຫດການ
302 Found

Found

The document has moved here.