ສ​ປ​ຊ ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ຂອງ ຫວຽດ​ນາມ​ໃນ​ການ​ປິ່ນ​ປົວ​ໂລກ​ລະ​ບາດ​ໂຄວິດ - 19

15:07 | 19/06/2021

ຍ​ສ​ໝ - ພາຍຫຼັງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າຕາມຂັ້ນຕອນການແຍກຕົວທີ່ເຄັ່ງຄັດ, ດ້ວຍກຳລັງຄວາມສາມາດດ້ານວິຊາການ ແລະ ຄວາມສຸດຈິດສຸດໃຈຂອງບັນດາແພດໝໍ ຫວຽດນາມ ແລ້ວ, ຄົນເຈັບດັ່ງກ່າວໄດ້ຄ່ອຍໆມີການອາການດີຂຶ້ນ, ຫາຍດີເປັນປົກກະຕິ ແລະ ອອກຈາກ ຫວຽດນາມ ໃນວັນທີ 15 ມິຖຸນາ 2021 ເພື່ອສືບຕໍ່ການປະຕິບັດງານຂອງຕົນ.

ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຊ​າວ​ຫວຽດ​ນາມ  ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສ​ປ​ຊ ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ຂອງ ຫວຽດ​ນາມ​ໃນ​ການ​ປິ່ນ​ປົວ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Atul Khare (ພາບ: ສ​ປ​ຊ)

ຕາມການສະເໜີຂອງ ສປຊ ແລ້ວ, ຫວ່າງແລ້ວນີ້, ຫວຽດນາມ ໄດ້ຮັບ ແລະ ປິ່ນປົວສຸກເສີນ ໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຊຶ່ງແມ່ນພະນັກງານຂອງ ສປຊ ທີ່ພວມປະຕິບັດງານຢູ່ບາງປະເທດໃນພາກພື້ນ ແລະ ຢູ່ໃນອາການທີ່ເຈັບໜັກ.

ພາຍຫຼັງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າຕາມຂັ້ນຕອນການແຍກຕົວທີ່ເຄັ່ງຄັດ, ດ້ວຍກຳລັງຄວາມສາມາດດ້ານວິຊາການ ແລະ ຄວາມສຸດຈິດສຸດໃຈຂອງບັນດາແພດໝໍ ຫວຽດນາມ ແລ້ວ, ຄົນເຈັບດັ່ງກ່າວໄດ້ຄ່ອຍໆມີການອາການດີຂຶ້ນ, ຫາຍດີເປັນປົກກະຕິ ແລະ ອອກຈາກ ຫວຽດນາມ ໃນວັນທີ 15 ມິຖຸນາ 2021 ເພື່ອສືບຕໍ່ການປະຕິບັດງານຂອງຕົນ.

ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຮັບ ແລະ ປິ່ນປົວໃຫ້ຄົນເຈັບທີ່ເປັນພະນັກງານຂອງ ສປຊ ຕາມກົນໄກ MEDEVAC ຊຶ່ງໄດ້ສ້າງຂີດໝາຍແຫ່ງບາດກ້າວພັດທະນາໃນການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສປຊ. ການກະທຳນີ້ອີກຄັ້ງໜຶ່ງໄດ້ຢັ້ງຢືນ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ, ເຈດຕະນາດີ ແລະ ຄຳໝັ້ນສັນຍາປະກອບສ່ວນຂອງ ຫວຽດນາມ ເຂົ້າການຮ່ວມມືສາກົນ ເພື່ອຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19.

ການນຳ ແລະ ຜູ້ຕາງໜ້າ ສປຊ ຢູ່ທຸກຂັ້ນ ລ້ວນແຕ່ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເຈດ​ຕະ​ນາ​ດີ ແລະ ນຳ້ໃຈ​ສາ​ມັກ​ຄີ​ສາ​ກົນ ຂອງ ຫວຽດ​ນາມ. ພິ​ເສດ, ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Atul Khare ໄດ້​ເນັ້ນ​ໜັກ​ວ່າ ການ​ກະ​ທຳ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໜູນ​ຊ່ວຍ ສ​ປ​ຊ ປະຕິບັດສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ພາກ​ພື້ນ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ໂອ​ກາດນີ້, ທ່ານ ກໍ່​ໄດ້​ສະ​ແດງ​ຄວາມ​ຂອ​ບ​ອົກ​ຂອບ​ໃຈ​ ຫວຽດ​ນາມ ເມື່ອ​ໄດ້​ສົ່ງ​ກຳ​ລັງ​ເຂົ້າ​ຮ່ວມ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ II ຢູ່​ ສ.ຊູ​ດັງ​ໃຕ້ ແລະ ໄດ້​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ບັນ​ດາ​ພະ​ນັກ​ງານ, ທະ​ຫານທີ່​ໄດ້​ສົ່ງ​ໄປ​ປະ​ຕິ​ບັດ​ງານ.

ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ​ທ່ານຮ້ອຍ​ໂທ ເຈິ່ນງອກ​ເຊີນ, ພະ​ນັກ​ງານ​ຄວບ​ຄຸມກວດກາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນວິງ​ເງືອນ ແບ່ງ​ປັນ​ວ່າ “​ຍ້ອນ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່, ​ດັ່ງ​ນັ້ນປີນີ້ ຂ້າ​ພະ​ເຈົ້າ ແລະ ອ້າຍ​ນ້ອງ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ບໍ່​ສາ​ມາດ​ກັບ​ຄືນເມືອຢາມ​ບ້ານ​ໄດ້, ແຕ່​ເມື່ອ​ໄດ້​ກິນ​ບັນ​ແຊ່ວຢູ່​ປ້ອມ​ໃນ​ໂອ​ກາດ​ວັນ​ບຸນ​ດ​ວານ​ເງາະ, ກໍ່​ຮູ້​ສຶກວ່າ​ແຊບ ແລະ ອົບ​ອຸ່ນ​ໃຈຂຶ້ນຕື່ມ​.​.”

ຊ​າວ​ຫວຽດ​ນາມ  ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມ​ີ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ທີ່​ງາຍ​ດ່າຍ, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​, ສາ​ມາດມ້າງອອກ ແລະ ຕິດ​ຕັ້ງ​ຢ່າງ​ງ່າຍ​ດາຍ ເມື່ອ​ຕ້ອງ​ນຳ​ໃຊ້​ຢູ່​ເຂດ​ເກັບຕົວ​ຢ່າງ​ທີ່​ມີ​ຄວາມ​ສ່ຽງ​ສູງ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19

ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.