ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ

19:49 | 15/04/2021

ຍສໝ - ການຕໍ່ກຳນົດເວລານີ້ຈະໄດ້ນໍາໃຊ້ສໍາລັບຄົນງານທີ່ມີວີຊາ E-9 ແລະ ຜູ້ທີ່ຖືວີຊ່າເຮັດວຽກ H-2 ທີ່ຈະໝົດອາຍຸລະຫວ່າງວັນທີ 13 ເມສາ ເຖິງ 31 ທັນວາຂອງປີນີ້.

ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ
ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ ປີ 2020 ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ ປີ 2020

ຕາມສຳນັກຂ່າວສານຫວຽດນາມທີ່ກຸງໂຊລ, ໃນວັນທີ 13 ເມສາ, ກະຊວງຍຸຕິທຳ ສ.ເກົາຫຼີ ໄດ້ປະກາດການຕັດສິນໃຈ ໃນການຕໍ່ກຳນົດເວລາພັກເຊົາສຳລັບຄົນງານຕ່າງປະເທດ ປະມານ 115.000 ຄົນ ໂດຍ 1 ປີ, ລວມທັງແຮງງານຫວຽດນາມ, ເພື່ອຫຼຸດຜ່ອນການຂາດແຄນແຮງງານ ໃນວິສາຫະກິດຂະໜາດນ້ອຍ ແລະ ແຮງງານໃນຂະແໜງການກະສິກຳ ແລະ ການຫາປາ.

ການຕໍ່ອາຍຸນີ້ຈະໄດ້ນໍາໃຊ້ສໍາລັບຄົນງານທີ່ມີວີຊາ E-9 ແລະ ຄົນງານທີ່ມີວີຊາ H-2 ທີ່ຈະໝົດອາຍຸລະຫວ່າງວັນທີ 13 ເມສາ ເຖິງ 31 ທັນວາຂອງປີນີ້.

ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ
.ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ. (ພາບ: TTXVN)

ການຕັດສິນໃຈດັ່ງກ່າວນີ້ ແມ່ນໄດ້ອີງໃສ່ການພິຈາລະນາຂໍ້ຈຳກັດການເດີນທາງ ທີ່ເກີດຈາກການລະບາດຂອງພະຍາດ COVID-19 ທີ່ຄົນງານກຳລັງປະເຊີນ​​ໜ້າ ແລະ ສະພາບການຂາດຕົກບົກພ່ອງຜູ້ແຮງງານ ໃນວິສາຫະກິດອຸດສາຫະກຳ ແລະ ກະສິກຳ ແລະ ການຫາປາໃນປະເທດ ສ.ເກົາຫຼີ.

ອີງຕາມຂໍ້ມູນຂອງລັດຖະບານ ສ.ເກົາຫຼີ, ຈຳນວນແຮງງານຕ່າງປະເທດ ທີ່ເຂົ້າເມືອງມາ ສ.ເກົາຫຼີ ດ້ວຍວີຊາ E-9 ໄດ້ຫຼຸດລົງຢ່າງໄວວາຈາກ 51,365 ໃນປີ 2019 ລົງມາເປັນ 6.688 ຄົນໃນປີກາຍນີ້, ສ່ວນໃຫຍ່ແມ່ນຍ້ອນການຍົກເລີກຖ້ຽວບິນສາກົນ ທີ່ເກີດຈາກການລະບາດຂອງພະຍາດ COVID-19.

ຈຳນວນຜູ້ຖືວີຊາປະເພດ H-2 ກໍ່ຫຼຸດລົງຈາກ 63,339 ມາເປັນ 6,044 ຄົນໃນໄລຍະດຽວກັນ. ດ້ວຍເຫດນີ້, ຈຳ ນວນຄົນງານທີ່ມີວີຊາປະເພດ E-9 ໃນ ສ.ເກົາຫຼີ ແມ່ນ 237,000 ຄົນໃນທ້າຍປີທີ່ຜ່ານມາ, ເຊິ່ງຫຼຸດລົງ 14,4% ຈາກ 277,000 ຄົນໃນປີກ່ອນ.

ໃນຂະນະດຽວກັນ, ຈຳນວນຄົນຕ່າງປະເທດທີ່ຖືວີຊາ H-2 ກໍ່ຫຼຸດລົງ 31,4% ຈາກ 226,000 ເປັນ 155,000 ຄົນ.

ການຫຼຸດລົງຢ່າງຫຼວງຫຼາຍຂອງຈຳນວນຜູ້ຖືວີຊາ E-9 ແລະ H-2 ໄດ້ເຮັດໃຫ້ການຂາດແຄນແຮງງານ ໃນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ຄື ໃນຂົງເຂດກະສິກຳ ແລະ ການຫາປາຂອງເກົາຫຼີໃຕ້.

ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD

ຍສໝ - ໃນໄຕມາດທີ 1 ປີ 2020, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ສົ່ງອອກເກີນດູນບັນລຸເກືອບ 2,9 ຕື້ USD, ເພີ່ມຂຶ້ນເກືອບ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020  ບັນລຸ  8,55 ຕື້ USD ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020 ບັນລຸ 8,55 ຕື້ USD

ຍສໝ - ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີນາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020 ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020

ຍສໝ - ໂລກລະບາດ Covid-19 ພວມແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ໄດ້ສົ່ງຜົນກະທົບເຖິງດ້ານເສດຖະກິດ, ເຮັດໃຫ້ລາຍຮັບຫຼຸດລົງ, ລະບົບສະໜອງຖືກຂາດວັກຂາດຕອນ, ເຮັດໃຫ້ທົ່ວໂລກເສຍຫາຍນັບຫຼາຍພັນຕື້ USD ແລະ ອາດຈະເຮັດໃຫ້ພື້ນຖານເສດຖະກິດໂລກຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.