![]() |
| ບັນດານັກຮົບໝວກເບເລສີຟ້າ ຫວຽດນາມ ໄດ້ຮັບກຽດເຂົ້າຮ່ວມຮັບຫຼຽນກາ ຈາກອົງການສະຫະປະຊາຊາດ. |
ພິທີມອບຫຼຽນກາມີທ່ານພົນຈັດຕະວາ Ganesh Kumar Shrestha, ຜູ້ບັນຊາການກຳລັງທະຫານ ແລະ ຮັກສາການຫົວໜ້າກອງກຳລັງ UNISFA; ຜູ້ຕາງໜ້າອຳນາດການປົກຄອງເຂດບໍລິຫານພິເສດອາບີເອ; ຄະນະບັນຊາການບັນດາກົມກອງສາກົນ ແລະ ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພັນເອກ ຟາມ ເຕິນ ຟອງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ເຂົ້າຮ່ວມ. ກ່າວທີ່ພິທີ, ທ່ານພົນຈັດຕະວາ Ganesh Kumar Shrestha ເນັ້ນວ່າ ຫຼຽນກາບໍ່ພຽງແຕ່ເປັນການຍົກຍ້ອງຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ, ແຕ່ຍັງຢັ້ງຢືນເຖິງການອຸທິດຕົນຢ່າງແທ້ຈິງຂອງກຳລັງຫວຽດນາມ. ທ່ານຕີລາຄາສູງຜົນງານການປັບປຸງຈຸດສັນຈອນທີ່ອັນຕະລາຍໃຫ້ເປັນໂຄງລ່າງພື້ນຖານທີ່ປອດໄພ, ລວມທັງຂົວ Banton, ແລະ ການຮັກສາເສັ້ນທາງຄົມມະນາຄົມຫຼັກເກືອບ 100 ກິໂລແມັດໃຫ້ສັນຈອນໄດ້ສະດວກ ແມ່ນແຕ່ໃນສະພາບການທີ່ຫຍຸ້ງຍາກ. ທ່ານຍັງຍົກຍ້ອງບັນດາທະຫານຫວຽດນາມວ່າເປັນ “ທູດແບບຢ່າງ” ທີ່ຊ່ວຍສ້າງຄວາມໄວ້ວາງໃຈລະຫວ່າງຊຸມຊົນທ້ອງຖິ່ນກັບສະຫະປະຊາຊາດ.
ທ່ານພັນເອກ ຟາມ ເຕິນ ຟອງ ໄດ້ສະແດງຄວາມພາກພູມໃຈຕໍ່ການຍອມຮັບຂອງສະຫະປະຊາຊາດ, ຊົມເຊີຍຜົນງານຂອງກອງວິສະວະກຳເລກທີ 4 ແລະ ບັນດານາຍທະຫານທີ່ປະຕິບັດໜ້າທີ່ເປັນລາຍບຸກຄົນ. ທ່ານຢືນຢັນວ່າ ຫຼຽນກາເປັນການຍົກຍ້ອງບົດບາດ, ຄວາມອົດທົນ ແລະ ຄວາມເປັນມືອາຊີບຂອງກຳລັງຫວຽດນາມ, ພ້ອມສະແດງຄວາມເຊື່ອໝັ້ນວ່າ ບັນດານາຍທະຫານຈະສືບຕໍ່ຮັກສາຄຸນທາດ ແລະ ພາບພົດອັນດີງາມຂອງ “ທະຫານລຸງໂຮ່”, ສຳເລັດພາລະກິດທີ່ເຫຼືອຢູ່ຢ່າງດີເລີດ. ທ່ານຍັງໄດ້ຂອບໃຈຄະນະນຳ UNISFA ທີ່ຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ກຳລັງຫວຽດນາມຕະຫຼອດມາ.
ນອກຈາກການປະຕິບັດໜ້າທີ່ດ້ານວິສະວະກຳ ແລະ ຮັບປະກັນໂຄງລ່າງພື້ນຖານຄົມມະນາຄົມແລ້ວ, ກອງວິສະວະກຳເລກທີ 4 ຍັງໄດ້ດຳເນີນຫຼາຍກິດຈະກຳປະສານງານ ແລະ ຊ່ວຍເຫຼືອປະຊາຊົນ (CIMIC), ເຊັ່ນ ການກວດ ແລະ ປິ່ນປົວພະຍາດ, ສ້ອມແປງໂຮງຮຽນ ແລະ ຜະລິດໂຕະຕັ່ງໃຫ້ນັກຮຽນ. ກິດຈະກຳເຫຼົ່ານີ້ໄດ້ສ້າງພາບພົດອັນໃກ້ຊິດຂອງທະຫານໝວກເບເລສີຟ້າຫວຽດນາມ, ປະກອບສ່ວນຮັກສາສະຖຽນລະພາບ ແລະ ເສີມສ້າງຄວາມໄວ້ວາງໃຈກັບປະຊາຊົນເຂດອາບີເອ.
| ສົ່ງອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ ຍສໝ - ນັ້ນແມ່ນໝາກຜົນທີ່ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ບັນລຸໄດ້ໃນໄລຍະ 30 ປີຜ່ານມາ. |
| ນຳອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 12 ອັດຖິຢູ່ 6 ແຂວງພາກເໜືອຂອງລາວ ກັບຄືນສູ່ບ້ານເກີດເມືອງນອນ ຍສໝ - ຕອນເຊົ້າວັນທີ 18 ມິຖຸນາ, , ຢູ່ແຂວງອຸດົມໄຊ (ພາກເໜືອຂອງລາວ), ໄດ້ດຳເນີນພິທີມອບຮັບ, ໄວ້ອາໄລ ແລະ ສົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 6 ແຂວງພາກເໜືອຂອງລາວກັບຄືນປະເທດ. |
ມິງດຶກ
