ຍສໝ - "ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.
ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.
ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...
ວັນທີ 6 ຕຸລາ, ກົມຕະຫຼາດເອີລົບ-ທະວີບອາເມລິກາ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ສົມທົບກັບສະພາທຸລະກິດອັງກິດ-ອາຊຽນ (UKABC), ສະຖານທູດແຫ່ງລາຊະອານາຈັກອັງກິດ ປະຈໍາຫວຽດນາມ, ສະຖານທູດຫວຽດນາມ ປະຈໍາອັງກິດ ຈັດຕັ້ງກອງປະຊຸມສໍາມະນາທາງໄກ ດ້ວຍຫົວຂໍ້: ແງ່ຫວັງເສດຖະກິດ-ການຄ້າຫວຽດນາມ: ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ແລະອັງກິດ.
ໃນໄລຍະຜ່ານມາ, ຕໍ່ໜ້າສະພາບການການລະບາດຢ່າງສັບສົນຂອງ ໂລກລະບາດ COVID-19, ແຂວງ ອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງກຳປູເຈຍ ໄດ້ເພີ່ມທະວີການປະສານງານໃນການຄວບຄຸມພະຍາດ.
ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020), ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົບຮອບ 26 ປີ.
ຍສໝ - ວັນທີ 5 ຕຸລາ 2020, ສະຫະພັນຊາວໜຸ່ມ ແຂວງ ເບນແຈ ໄດ້ຮ່ວມມືກັບອົງການ Global Vision (ສ.ເກົາຫຼີ) ຢູ່ ຫວຽດນາມໄດ້ມອບເຮືອນເອື້ອອາທອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ ຕາແສງ ຕາມເຟືອ, ເມືອງ ເຈົາແທ່ງ (ແຂວງ ເບນແຈ).
ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ການແຫ່ຂະບວນລົດຖີບໃນຂອບການເດີນທາງລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວປີ 2020 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.
ຕອນຄໍ່າວັນທີ 1 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນການເຈລະຈາດ້ານສາທາລະນະສຸກນະຄອນໂຮ່ຈີມິນ-ອາເມລິກາ ດ້ວຍຫົວຂໍ້ "ປະຕິບັດວິໄສທັດນໍານະຄອນໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ".
ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.
ຍສໝ - ໃນໄລຍະຜ່ານມາ, ການເຄື່ອນໄຫວຕ່າງໆແຫ່ງຄວາມສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືສາກົນຂອງແຂວງຫວີງຟູກ ນັບມື້ນັບໄດ້ຮັບການເພີ່ມທະວີ. ແຂວງຫວີງຟູກ ໄດ້ເປັນເຈົ້າການໃນການຜັນຂະຫຍາຍການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດໃນໂລກ; ໂດຍສະເພາະແມ່ນບັນດາປະເທດທີ່ມີການພົວພັນອັນເປັນມູນເຊື້ອ, ລວມທັງເຢຍລະມັນ.
ຍສໝ - ເພື່ອແບ່ງປັນບັນດາຄວາມຫຍຸ້ງຍາກທີ່ປະຊາຊົນມຽນມາ ພວມປະເຊີນໜ້າ, ສະມາຄົມມິດຕະພາບຫວຽດນາມ - ມຽນມາໄດ້ເປີດໂຄງການຮ່ວມເພື່ອສະໜັບສະໜູນປະຊາຊົນມຽນມາ ໃນການຕ້ານການລະບາດຂອງພະຍາດ COVID-19. ແລະໃນເວລາສັ້ນໆ, ສະມາຄົມໄດ້ຮັບການສະໜັບສະໜູນຢ່າງໃຫຍ່ຫຼວງຈາກຊາວຫວຽດນາມທີ່ຮັກແພງປະເທດມຽນມາ.
ຍສໝ - ອໍານາດການປົກຄອງແຂວງ Nagasaki ແລະ ຫລາຍອົງການຈັດຕັ້ງອື່ນໆໃນແຂວງກໍ່ມານະພະຍາຍາມຊ່ວຍເຫຼືອໂຮງຮຽນດຶງດູດນັກຮຽນຫວຽດນາມເຂົ້າມາຮຽນຕື່ມອີກ. ສະເພາະໃນເດືອນເມສາ 2020, ອໍານາດການປົກຄອງແຂວງ Nagasaki ໄດ້ຮ່ວມມືກັບອໍານາດການປົກຄອງ ນະຄອນ Goto ແລະມະຫາວິທະຍາໄລ Nagasaki ເພື່ອສ້າງຕັ້ງໂຮງຮຽນສອນພາສາຍີ່ປຸ່ນ Goto ສຳລັບນັກສຶກສາຫວຽດນາມກ່ອນເຂົ້າມະຫາວິທະຍາໄລ Nagasaki.
ຍສໝ - ລາຍການດັ່ງກ່າວແນໃສ່ເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີລະຫວ່າງປະຊາຊົນສອງປະເທດເວົ້າລວມ ແລະລະຫວ່າງສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ, ສູນວິທະຍາສາດ ແລະວັດທະນະທຳ ລັດເຊຍ ຢູ່ ຮ່າໂນ້ຍ ແລະ ບັນດາອົງການຈັດຕັ້ງສາກົນ ຂອງ ລັດເຊຍ ກັບປະຊາຊົນແຂວງ ຫວີງຟຸກ ເວົ້າສະເພາະ.
ຍສໝ - ຜ່ານການຈັດຕັ້ງ 18 ຄັ້ງ, ຜ່ານໂຄງການທຶນການສຶກສາຂອງ Lawrence S. Ting, ບໍລິສັດພັດທະນາ ຟູໝີຮືງ ຈໍາກັດ ແລະ ກອງທຶນ Lawrence S. Ting ໄດ້ມອບທຶນການສຶກສາກວ່າ 117.000 ທຶນ, ດ້ວຍມູນຄ່າທັງໝົດເກືອບ 125 ຕື້ດົ່ງ.
ຍສໝ - ເພື່ອເສີມຂະຫຍາຍການສື່ສານ ແລະໃຫ້ຄຳແນະນຳກ່ຽວກັບຂໍ້ມູນການປ້ອງກັນການລະບາດຂອງ Covid-19 ໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫລີກ, ສະຫະພັນໄດ້ຮ່ວມມືກັບອົງການອະນຸເຄາະເດັກສາກົນ ຢູ່ປະເທດຫວຽດນາມ ແລະອົງການກາແດງນະຄອນ ຈັດຕັ້ງປະຕິບັດການຊ່ວຍເຫລືອທີ່ບໍ່ແມ່ນໂຄງການ "ສ້າງຄວາມເຂັ້ມແຂງໃນການສື່ສານ ແລະ ເຊື່ອມຕໍ່ຊຸມຊົນໃນການປ້ອງກັນຄວາມສ່ຽງຂອງໂລກລະບາດ Covid-19", ດ້ວຍຈຳນວນທັງໝົດຫຼາຍກວ່າ 1,4 ຕື້ດົ່ງ.
ຍສໝ - ມາຮອດປະຈຸບັນ, ໂຄງການ VN 04-034 ໄດ້ມີ 28 ກິດຈະກຳ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເຊັ່ນ: ຍົກລະດັບຄວາມສາມາດ, ທັກສະຊີວິດ ແລະທັກສະການຈັດຕັ້ງ ແລະການບໍລິຫານໃຫ້ແກ່ນັກຮຽນປະຖົມ; ວິທີການສິດສອນຫ້ອງປະສົມ, ວິທີການຈັດກິດຈະກຳທີ່ມີປະສົບການ, ກິດຈະກຳ ຊ່ວຍຜູ້ສອນສຳລັບຄູອະນຸບານ; ປັບປຸງສະພາບແວດລ້ອມການຮຽນຮູ້ ສຳລັບໂຮງຮຽນອະນຸບານ ແລະ ປະຖົມ...
ຍສໝ - ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class ”, ອຸປະທໍາ ໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ 2022), ເຊິ່ງມີນັກຮຽນ 10.000 ຄົນ ທີ່ມາຈາກໂຮງຮຽນ 40 ແຫ່ງ ໃນແຂວງແທງຮວາ (ເມືອງເທື່ອງຊວນ, ບາເທືອກ ແລະ ລາງແຈງ) ແລະ ນະຄອນຫາຍຟ່ອງ (ເມືອງ ...
ຍສໝ - ໃນເດືອນກັນຍາປີ 2020, ອົງການອາສາສະໝັກ Paint A Dream ໄດ້ຈັດຕັ້ງໂຄງການ Paint A Heart - ແຕ້ມຫົວໃຈເພື່ອຂົນຂວາຍໃຫ້ບໍລິຈາກເງິນຊ່ວຍເຫຼືອຜູ້ທຸກຍາກຜູ້ທີ່ໄດ້ຮັບຜົນກະທົບ ຈາກ ໂລກລະບາດ COVID -19 ຢູ່ ແຂວງ ກວາງງາຍ ແລະ ກວາງນາມ.
ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Tanee Sangrat ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ໄທ ແລະບັນດາສາຂາສະມາຄົມຢູ່ບັນດາທ້ອງຖິ່ນທີ່ໄດ້ເຂົ້າຮ່ວມເດີນທາງ ແລະຮ່ວມມືໃນບັນດາການເຄື່ອນໄຫວຂອງສະຖານທູດ.
ຍສໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການສ້າງຕັ້ງບັນດາກຸ່ມມິດຕະພາບ - ເຊິ່ງກາຍເປັນບັນດາຂົວຕໍ່ໃນການຮ່ວມມືໃນທຸກຂົງເຂດ. ຈາກນັ້ນ, ມຸ່ງໄປເຖິງການພັດທະນາບັນດາການເຄື່ອນໄຫວການພົບປະແລກປ່ຽນດ້ານປະຊາຊົນ, ມຸ່ງໄປເຖິງການສ້າງຕັ້ງສະມາຄົມມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 14 ກັນຍາ, ຢູ່ໂຮງຮຽນປະຖົມຫວຽດນາມ - ກູບາ (ຮ່າໂນ້ຍ), ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ປຸກລະດົມການເສັງແຕ້ມພາບ “ຫວຽດນາມ-ກູບາ ແຫ່ງນ້ຳໃຈສາມັກຄີ”.
ຍສໝ - ໃນໄລຍະທີ່ຜ່ານມາ, ຜ່ານບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການສະໜັບສະໜູນ ດ້ານການສຶກສາ, ຍຸຕິທຳ, ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງ ແຄງຮ່ວາ, ດັກລັກ, ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວນັບມື້ນັບ ໄດ້ຮັບການປັບປຸງ ແລະ ພັດທະນາ, ຕອບສະໜອງຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ.
ຍສໝ - ທ່ານນາງ Martina Wild - ຮອງເຈົ້າຄອງນະຄອນ ທັງເປັນຜູ້ຮັບຜິດຊອບດ້ານການອົບພະຍົບຂອງນະຄອນ Augsburg ມີຄວາມປະທັບໃຈເປັນພິເສດຕໍ່ຜະລິດຕະພັນໝວກກຸບ ຂອງຫວຽດນາມ.
ຍສໝ - ນັບຕັ້ງແຕ່ເລີ່ມຕົ້ນໂຄງການ "Free Food Friday" ໃນກາງເດືອນມີນາ, ມາຮອດປະຈຸບັນ The Recess Room ໄດ້ແຈກຢາຍອາຫານຟຣີຫລາຍກວ່າ 10.000 ພູດ.
ຍສໝ - ການເພີ່ມທະວີການແລກປ່ຽນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການສຶກສາ ລະຫວ່າງສອງປະເທດພ້ອມດ້ວຍການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດເຂົ້າສູ່ລວງເລິກ.
ຍສໝ - ການນໍາສອງນະຄອນເຫັນດີເປັນເອກະພາບນຳກັນວ່າ ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນນັ້ນ, ການເຮັດວຽກທາງໄກໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມປາດຖະໜາຂອງທັງສອງທ້ອງຖິ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງນະຄອນກວ່າອີກ.
ຍສໝ - ເຄື່ອງອຸປະກອນການແພດຂ້າງເທິງນີ້ແມ່ນຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນດານັງເພື່ອສະໜັບສະໜູນ ແຂວງ Kampong Chhnang ແລະປະຊາຄົມຊາວຫວຽດນາມ ຢູ່ ແຂວງ Kampong Chhnang ເພື່ອປ້ອງກັນການລະບາດຂອງພະຍາດ COVID-19.
ຍສໝ - ປະທານສະຫະພັນ ເກີ່ນເທີ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກ ທ່ານກົງສຸນໃຫຍ່ ສຳລັບ ເກີ່ນເທີ ໃນອະນາຄົດອັນໃກ້ນີ້; ຫວັງວ່າມິດຕະພາບຫວຽດນາມ - ຈີນ ເວົ້າລວມ ແລະ ຈີນ - ເກີ່ນເທີ ເວົ້າສະເພາະ ແມ່ນນັບມື້ນັບຮັດແໜ້ນ ແລະ ເໝັ້ນແກ່ນ.
ຍສໝ - ວັນທີ 8 ກັນຍາ, ຄະນະປະຕິບັດງານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳ ໂດຍ ທ່ານນາງ ຫງວຽນເຟືອງງາ - ເລຂາຄະນະຊີ້ນຳຂອງພັກນອນຢູ່ໃນ ອຳນາດການປົກຄອງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ມີການເຮັດວຽກກັບການໍາ ແຂວງແທງຮວາ.