ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

12:24 | 11/10/2020

ຍ​ສ​ໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ ຫ​ວ​ຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ​ ເຄືອ​ຂ່າຍ​ປະ​ຕິ​ບັດ​ຂໍ​້ກົດ​ນົດ​ໃຫ້​ເປັນ​ຢ່າງ​ດີ ອາ​ຊຽນ - OCED ຄັ້ງ​ທີ 6
ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກັບ ອາກ​ຊັງ​ຕິນ
ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ

ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 9 ຕຸລາ, ຫວຽດນາມ ໄດ້ສົມທົບກັບ ເຢຍລະມັນ, ແບນຊິກ ແລະ ສະວິດ ຈັດຕັ້ງກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຍົກສູງສະຕິຄວາມຮັບຮູ້ ແລະ ປະສິດທິຜົນໃນການນຳໃຊ້ບັນດາມາດຕະການເປັນກາງ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ. ຜູ້ຕາງໜ້າຂອງ ເກືອບ 40 ປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ ແລະ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ບັນດາປະເທດມີພັນທະແກ້ໄຂການຂັດແຍ້ງກັນ, ທະປະກັນໂດຍສັນຕິວິທີ, ໃນນັ້ນ ມາດຕະການເປັນກາງໄດ້ນຳໃຊ້ເປັນປະຈຳ ແລະ ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ທ່ານດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າບັນດາອົງການຈັດຕັ້ງພາກພື້ນສາມາດ ເຮັດຫຼ້ອນບົດບາດໜ້າທີ່ເປັນກາງ, ເປັນເຈົ້າພາທາງໃນການແກ້ໄຂການຂັດແຍ້ງ, ປະທະກັນ ຂອງພາກພື້ນ.

ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່ວາລະປຶກສາຫາລືຮ່ວມປະຈຳປີ​ຂອງຄະນະກຳມະການຫຼຸດຜ່ອນກຳລັງທັບ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ ສປຊ. ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສຕາງໜ້າໃຫ້ ອາຊຽນ ຢູ່ກອງປະຊຸມ. ທ່ານ ດັງດິ່ງກຸ໊ຍ ໄດ້ຍົກໃຫ້ເຫັນຄວາມວິຕົກກັງວົນຂອງ ອາຊຽນ ກ່ຽວກັບການຄົງຕົວຂອງອາວຸດນິວເຄຼຍ ກໍ່ຄື ຜົນຮ້າຍຢ້ອນຫຼັງຈາກການນຳໃຊ້ ອາວຸດປະເພດນີ້. ອາຊຽນ ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ລົງນາມ ໃຫ້ສັດຕະຍາບັນ ເພື່ອໃຫ້ສົນທິສັນຍາວ່າດ້ວຍການຫ້າມບໍ່ໃຫ້ທົດລອງນິວເຄຼຍ (CTBT) ແລະ ສົນທິສັນຍາ ວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ (TPNW) ໃຫ້ມີຜົນສັກສິດໂດຍໄວ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ສົນທະນາ, ເຈລະຈາເພື່ອແກ້ໄຂບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ.

ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ສະພາບການວິກິດການຢູ່ ເຢແມນ

ຍ​ສ​ໝ - ນັກ​ລາຍ​ງານ​ໄດ້ໃຫ້​ຮູ້​ວ່າສະຖານະການຍັງສືບຕໍ່ຮ້າຍແຮງຂຶ້ນຢູ່ໃນຫຼາຍ​ແຫ່ງ​ທີ່ເຢເມນ, ເຮັດໃຫ້​ສາ​ມັນ​ຊົນຫຼາຍຄົນເສຍຊີວິດ ແລະໄດ້ຮັບບາດເຈັບ; ​ເມື່ອສະແດງຄວາມວິຕົກກັງວົນຕໍ່ການບຸກໂຈມຕີ​ຢູ່ Ma'rib ທີ່ນາບຂູ່ຕໍ່ສາ​ມັນ​ຊົນ ແລະ ມີ​ຄວາມ​ສ່ຽງນາບຂູ່ທຳ​ລາຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ ໃນ​ການ​ເຈ​ລະ​ຈາ​ສະ​ເໜີ​ສ້າງ​ສັນ​ຕິ​ພາບ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ຊຸມ​ເດືອນ​ທີ່​ຜ່ານ​ມາ.

ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ລີບັງ ແລະ ຊູດັງ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ ຕ້ອງ​ຖື​ໜ້າ​ທີ່​ກູ້​ເອົາຊີ​ວິດ​ປະ​ຊາ​ຊົນ​ແມ່ນ​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ລີ​ບັງ.

ຫວຽດ ນາມ ເປ ນ ປະ ທານ ຮ ວມກອງປະຊ ມທາງອອນລາຍຂອງ ສະພາຄວາມໝ ນຄ ງ ສປຊ ຫວຽດນາມ ໄດ້ມານະພະຍາຍາມເຂົ້າຮ່ວມວຽກງານຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນລຸໄດ້ຫຼາຍຜົນງານທີ່ໜ້າຮັບຮູ້

ຍສໝ - ເມື່ອບໍ່ດົນມານີ້, ກຸ່ມປະຕິບັດງານລະຫວ່າງຂະແໜງການກ່ຽວກັບເລື່ອງຫວຽດນາມ ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມປະຈຳໄລຍະພາຍໃຕ້ການເປັນປະທານຂອງທ່ານ ເລຮວ່າຍຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດ

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.