JICA: ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ

17:16 | 08/10/2020

ຍສໝ - ໃນໄລຍະຈະມາເຖິງ, ອົງການ JICA ຈະຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານຫວຽດນາມ ເພື່ອສືບຕໍ່ໃຫ້ການສະໜັບສະໜູນທັງດ້ານຮາດແວ ແລະ ຊອບແວ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ.

jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ JICA ສະ​ໜອງ​ອຸ​ປະ​ກອນການ​ແພດ ໃຫ້​ແກ່​ໂຮງ​ໝໍ​ເຈີ້​ໄຣ
jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ JICA ຊ່ວຍເຫຼືອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ

ໄປພ້ອມໆກັນຄຳແນະນຳຂອງລັດຖະບານຫວຽດນາມ ໃນການບໍ່ໃຫ້ເລື່ອນເວລາການກໍ່ສ້າງວຽກງານກິດຈະການສາທາລະນະ ໃນສະພາບການລະບາດ COVID-19, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ທີ່ໄດ້ຮັບການສະໜັບສະໜູນຈາກແຫຼ່ງທຶນ ODA.

ນັ້ນແມ່ນຄຳຢືນຢັນຂອງທ່ານ Shimizu Akira - ຫົວໜ້າຜູ້ຕາງໜ້າຫ້ອງການ JICA ປະຈຳ ຫວຽດນາມ ໃນກອງປະຊຸມຂ່າວການເງິນ 2020 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ຕຸລາ, ທີ່ຮ່າໂນ້ຍ.

jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ
ລົດໄຟໃຕ້ດິນສາຍທຳອິດ ຢູ່ນະຄອນໂຮ່ຈີມິນ ພາຍໃຕ້ໂຄງການ JICA ຊ່ວຍຮັກສາວຽກເຮັດງານທຳໃຫ້ແກ່ວິສະວະກອນຫວຽດນາມ. (ພາບ: vietnamplus)

ອີງຕາມທ່ານ Shimizu Akira, ໃນຊຸມປີມໍ່ໆມານີ້, ໂຄງການເງິນກູ້ຢືມທີ່ໄດ້ເຊັນກັນ ແລະ ອັດຕາການປ່ອຍເງິນ ODA ໃນປີການເງິນມີທ່າອຽງທີ່ຈະຫຼຸດລົງ, ແຕ່ວ່າການຈັດຕັ້ງປະຕິບັດການລົງທືນກຳມະກອນໂດຍໄວ ສາມາດເປັນກຳລັງໃຈໃນການປະກອບສ່ວນໜຶ່ງຂອງການຟື້ນຟູ ແລະ ພັດທະນາເສດຖະກິດຢູ່ຫວຽດນາມ.

ທ່ານ Shimizu Akira ໄດ້ເນັ້ນໜັກວ່າລັດຖະບານ ແລະ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ຄວາມສົນໃຈ ແລະ ມີແຜນການສະເພາະເພື່ອສົ່ງເສີມການປ່ອຍເງິນລົງທຶນກຳມະກອນ, ຂ້າພະເຈົ້າຫວັງວ່າຄວາມພະຍາຍາມນີ້ຂອງລັດຖະບານຫວຽດນາມ ຈະຊ່ວຍ JICA ຊຸກຍູ້ລະດັບຄວາມຄືບໜ້າໂຄງການຢູ່ຫວຽດນາມ."

ໃນຂົງເຂດສາທາລະນະສຸກ, JICA ໄດ້ໃຫ້ການສະໜັບສະໜູນແກ່ຫວຽດນາມເປັນເວລາຫຼາຍປີ ດ້ວຍການສະໜອງທຶນທັງໝົດສຳລັບໂຄງການເງິນກູ້ ແລະ ໂຄງການຮ່ວມມືດ້ານເຕັກນິກໃນຂະແໜງ ສາທາລະນະສຸກ ຈຳນວນ 77,4 ຕື້ເຢນ (ເກືອບ 17,000 ຕື້ດົງ). ຕໍ່ໜ້າສະພາບການລະບາດ COVID-19 ທີ່ບໍ່ສາມາດຄວບຄຸມໄດ້, JICA ຈະຊຸກຍູ້ການເພີ່ມທະວີການຮ່ວມມືໃນຂະແໜງສາທາລະນະສຸກ ຕາມທິດທາງໃນການເພີ່ມທະວີບົນພື້ນຖານນຳໃຊ້ປະໂຫຍດຈາກປະສົບການທີ່ທ້ອນໂຮມຢູ່ປະເທດຫວຽດນາມ.

ກ່າວຄຳເຫັນກ່ຽວກັບການຫັນປ່ຽນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ທ່ານ Akira ໃຫ້ຮູ້ວ່າ ທ່າອ່ຽງນີ້ນຳມາເຊິ່ງກາລະໂອກາດໃໝ່ໃຫ້ແກ່ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມຕ້ອງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.

jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

jica ຊ ວຍໃຫ ຫວຽດນາມຟ ນຕ ວ ແລະ ພ ດທະນາພ ນຖານເສດຖະກ ດ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.