ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ

11:30 | 15/10/2020

ຍ​ສໝ - ຄະ​ນະ​ປະ​ຕິ​ບັດ​ງານ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ​ຫາ​ກໍ່​ມີ​ການ​ພົວ​ປ​ະ ແລ​ະ ເຮັດ​ວຽກ​ກັບ​ ​ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ ລາວ ເພື່ອ​ແລ​ກ​ປ່ຽນກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ຂົງ​ເຂດ​ການ​ສຶກ​ສາ​ສອງ​ຝ່າຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຄາດ​ວ່າ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຍຸດ​ທະ​ສາດ​ຮ່ວ​ມ​ມື​ການ​ສຶກ​ສາ​ໄລ​ຍະ 2021 – 2030 ໃນ​ທ້າຍ​ປີນີ້,

ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ ປະເທດລາວ ບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19
ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ ລາວ: ບູລະນະປະຕິສັງຂອນວັດວິຊຸນ ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດ ຢູ່ ຫລວງພະບາງ
ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ
ພາບ​ປະ​ກອບ

ການ​ຮ່ວມ​ມື​ສຶກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ຈະ​ສືບ​ຕໍ່​ຍູ້ແຮງ​ດ້ວຍ​ແຜນ​ການ​ສະ​ໜອງ ທຶນ​​ການສຶກ​ສາ 1.100 ທຶນ​ໃຫ້​ແກ່​ພົນ​ລະ​ເມືອງ ລາວ ເຊິ່ງ​​ໄດ້​ຮັບ​ຮອງ​ຈາກລັດ​ຖະ​ບານ ຫວຽດ​ນາມ​.

ຄະ​ນະ​ປະ​ຕິ​ບັດ​ງານ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ​ຫາ​ກໍ່​ມີ​ການ​ພົວ​ປ​ະ ແລ​ະ ເຮັດ​ວຽກ​ກັບ​ ​ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ ລາວ ເພື່ອ​ແລ​ກ​ປ່ຽນກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ຂົງ​ເຂດ​ການ​ສຶກ​ສາ​ສອງ​ຝ່າຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຄາດ​ວ່າ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຍຸດ​ທະ​ສາດ​ຮ່ວ​ມ​ມື​ການ​ສຶກ​ສາ​ໄລ​ຍະ 2021 – 2030 ໃນ​ທ້າຍ​ປີນີ້, ຄຽ​ງ​ຄູ່​ກັບ​ການ​ສະ​ໜອງ​ບັນ​ດາ​ທຶນ​ສຶກ​ສາ​ຫວຽດ​ນາມ ໃຫ້​ແກ່​ພົນ​ລະ​ເມືອງ ລາວ​ໃນຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ, ລວມ​ມີ​ລະ​ດັບ​ປະ​ລິ​ນຍາ​ຕີ, ປະ​ລິນ​ຍາ​ໂທ ແລະ ບຳ​ລຸງ​ສ້າງ​ໄລ​ຍະ​ສັ້ນ, ແຕ່​ລະ​ປີ ຫວຽດ​ນາມ​ກໍ່​ສະ​ໜອງ​ທຶນ​ສຶກ​ສາ​ໃຫ້​ລາວ ຜ່ານຫຼາຍ​ຮາກ​ຖານ​ສຶກ​ສາ ແລະ ກະ​ຊວງ​ຂະ​ແໜງ​ການ​ຕ່າງໆ.

ປີ 2019, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສະ​ໜອງ​ທຶນ​ສຶກ​ສາ 1.200 ທຶດ​ໃຫ້​ແກ່​ນັກ​ສຶກ​ສາ ແລະ ພະ​ນັກ​ງານ​ລາວ ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ, ລວມ​ມີ​ການ​ເມືອງ ແລະ ປົກ​ຄອງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ.

​ໃນ ເກືອບ 10 ປີ​ທີ່​ຜ່ານ​ມາ, ນັກ​ສຶກ​ສາ​ລາວ ຮຽນ​ຢູ່​ຫວຽດ​ນາມ ສຸ​ມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ​ຂະ​ແໜງ​ເຕັກ​ນິກ, ເຕັກ​ໂນ​ໂລ​ຢີ, ສ້າງ​ຄູ, ເສດ​ຖະ​ກິດ… ໃນ​ນັ້ນ​ມີ ກວ່າ 51% ຮຽ​ນ​ຂະ​ແໜງ​ສ້າງ​ຄູ, ຍ້ອນ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ລາວ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​​ການ​ສຶກ​ສາ​ພາຍ​ໃນ​ປະ​ເທດ. ນອກ​ຈາກ​ນັ້ນ, ປັດ​ຈຸ​ບັນ​ ນັກ​ສຶກ​ສາ​ລາວ ກໍ່​ນິ​ຍົມ​ຮຽນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ທີ່​ທັນ​ສະ​ໄໝ​ຄື: ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ, ໄຟ​ຟ້າ, ຄົມ​ມະ​ນາ​ຄົມ… ບັນ​ດາ​ປະ​ເທດ​ທີ່​ມີ​ນັກ​ສຶກ​ສາ​ລາວ​ໄປ​ຮຽນ​ລວມ​ມີ ຈີນ, ຫວຽດ​ນາມ, ໄທ, ຍີ່​ປຸ່ນ ແລະ ສ.ເກົາຫຼີ. ນອກ​ການ​ການ​ສຶກ​ສາ, ລາວ ແລະ ຫວຽດ​ນາມ ຍັງ​ມີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຊັບ​ພະ​ຍາ​ກອນ​ທ​ຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ອອກ​ແຮງ​ງານ, ການ​ທ່ອງ​ທ່ຽວ, ຊາຍ​ແດນ ແລະ ເສດ​ຖະ​ກິດ.

ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ.

ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

ໃນ​ໄລຍະໃໝ່ນີ້, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ຫວຽດນາມສະໜອງທ ນການສ ກສາ 1 100 ທ ນໃຫ ແກ ລາວ 40 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ໃນຊຸມຊົນ

ປະຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.042 ໃນຈຳນວນຜູ້ຕິດພະຍາດ 1.109 ຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.