ຊາວໜຸ່ມສອງປະເທດຫວຽດນາມ - ລາວ ສືບຕໍ່ສົມທົບກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ

18:54 | 11/10/2020

ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບ​ຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...

ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: tienphong.vn

ວັນທີ 7 ຕຸລາ, ທ່ານ ເລກວກຟອງ, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງ ຊາວໜຸ່ມກອມມູນິດໂຮ່ຈີມິນ ແລະທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບເພື່ອແລກປ່ຽນ, ຕີລາຄາບັນດາລາຍການທີ່ໄດ້ຕົກລົງກັນຮ່ວມມື, ພົບປະແລກປ່ຽນມິດຕະພາບລະຫວ່າງສອງປະເທດ.

ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບ​ຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ. ພ້ອມ​ທັງຢືນຢັນວ່າ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບຫວຽດນາມ - ລາວ.

ທ່ານ ເລກວກຟອງ ແລະທ່ານ ອາລຸນໄຊ ສູນນະລາດ ໄດ້ເຫັນດີ ປັບປຸງບັນດາການເຄື່ອນໄຫວຮ່ວມມືສອງຝ່າຍໃນປີ 2020 ໃຫ້ສອດຄ່ອງກັບສະພາບ ພະຍາດໂຄວິດ - 19 ​ເພື່ອຮັບປະກັນຄວາມປອດໄພ,​ ເປັນ​ຕົ້ນ​ແມ່ນ ​ຍ້າຍການຈັດຕັ້ງງານພົບປະແລກປ່ຽນເຍົາວະຊົນ-ອະ​ນຸ​ຊົນຫວຽດນາມ - ລາວ ຢູ່ຫວຽດນາມ, ຄະນະຜູ້ແທນຂອງສອງຄອບຄົວລາວ ມາຢ້ຽມຢາມຫວຽດນາມ ແລະງານພົບປະແລກປ່ຽນມິດຕະພາບຊາວໜຸ່ມລາວ - ຫວຽດນາມ ຢູ່ລາວ ​ໄປ​ປີ 2021.

ເຫັນດີເປັນເອກະພາບເພີ່ມທະວີວຽກງານສຶກສາອົບຮົມ ແລະໂຄສະນາເຜີຍແຜ່ກ່ຽວກັບສາຍ ພົວພັນແບບພິເສດຫວຽດນາມ-ລາວ ໃນລຸ້ນໜຸ່ມຂອງສອງປະເທດດ້ວຍຜະລິດຕະພັນ ແລະການເຄື່ອນໄຫວຫຼາຍຢ່າງ. ຊຸກຍູ້ຜັນຂະຫຍາຍ​ການປະຕິບັດຫຼາຍເນື້ອໃນຢູ່ໃນ​ແຜນຮ່າງໜູນຊ່ວຍຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວໄລຍະ 2020 - 2025 ຄື: ກໍ່ສ້າງສູນບໍາລຸງສ້າງ ແລະຝຶກອົບຮົມ​ພະ​ນັກ​ງານຊາວໜຸ່ມ, ເຍົາ​ວະ​ຊົນ-ອະ​ນຸ​ຊົນລາວ - ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ (ລາວ)…

ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”.

ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ ອາເມລິກາ ກາຍເປັນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ

ໃນຕອນຄ່ຳວັນທີ 9 ຕຸລາ2020, ຢູ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງ 44 ປີແຫ່ງວັນຊາດ ສະຫະລັດ ອາເມລິກາ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ.

ຊາວໜ ມສອງປະເທດຫວຽດນາມ ລາວ ສ ບຕ ສ ມທ ບກ ນເພ ມພ ນຄ ນສ າງນ າໃຈມ ດຕະພາບແບບພ ເສດ ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມ​ຢາມ​ຖາມ​ຂ່າວ​ ມຽນມາ ກ່ຽວກັບ​ສະ​ພາຍ​ການ​ໂລກ​ລະ​ບາດ COVID-19

ຍ​ສ​ໝ - ໃນໂທລະເລກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນ ໜັກວ່າ: ບົນຈິດໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ, ສອງປະເທດຈະຮ່ວມ​ມື​ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານການລະບາດຂອງ​ໂລກ​ລະ​ບາດ COVID-19.

vietlao.vietnam.vn

ເຫດການ
302 Found

Found

The document has moved here.