ໜັງສືພິມ Guardian (ອັງກິດ): ຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19 | |
ອີຢູ - ອັງກິດ ຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ Brexit ໃນອາທິດນີ້ |
ເວທີປຶກສາຫາລື ໂດຍຮູບການຖ່າຍທອດສົດ ກ່ຽວກັບນະໂຍບາຍ ແລະ ການສົນທະນາວ່າດ້ວຍທ້ອງຕະຫຼາດ ທີ່ຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ສະພາທຸລະກິດລາຊະອານາຈັກອັງກິດ - ອາຊຽນ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ ໃນວັນທີ 7 ຕຸລາ ໄດ້ຊ່ວຍເຫລືອບັນດາວິສາຫະກິດຫວຽດນາມ ແລະ ອັງກິດ ມີຄວາມຮັບຮູ້ຈ່າງແຈ້ງ ແລະ ຄົບຖ້ວນກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍໃນການພົວພັນການຄ້າ - ການລົງທຶນລະຫວ່າງຫວຽດນາມ ແລະ ອັງກິດ ສຳລັບໄລຍະພາຍຫຼັງ Brexit ເມື່ອອັງກິດທີ່ອອກຈາກສະຫະພາບເອີຣົບ (EU).
![]() |
ເວທີປຶກສາຫາລືກ່ຽວກັບນະໂຍບາຍລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ. (ພາບ: vietnamplus) |
ທ່ານ ເຈີນຫງອກອ່ານ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ປະເທດອັງກິດ ໃຫ້ຮູ້ວ່າ ດ້ວຍຄວາມດຶງດູດຂອງທ້ອງຕະຫຼາດຫວຽດນາມ ແລະ ການພັດທະນາທີ່ຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດຫວຽດນາມ, ແລະ ໃນສະພາບການຂອງສັນຍາການຄ້າເສລີ EVFTA ລະຫວ່າງອັງກິດ ແລະ ຫວຽດນາມ ຈະເຮັດໃຫ້ການລົງທຶນຂອງນັກທຸລະກິດອັງກິດຢູ່ຫວຽດນາມກໍ່ເພີ່ມຂື້ນ.
ໃນ 3 ປີທີ່ຜ່ານມາ, ຫວຽດນາມ ໄດ້ສົ່ງອອກສິນຄ້າທີ່ມີມູນຄ່າປະມານ 6 ຕື້ໂດລາສະຫະລັດ ໄປອັງກິດໃນແຕ່ລະປີ, ແລະ ໃນຂະນະທີ່ໄດ້ການນຳເຂົ້າສິນຄ້າມູນຄ່າ 1 ຕື້ໂດລາຈາກອັງກິດ. ຕະຫຼາດອັງກິດມີທີ່ຕັ້ງສຳຄັນສຳລັບຜະລິດຕະພັນສົ່ງອອກຢ່າງຫຼັກແຫຼ່ງຂອງຫວຽດນາມ, ເຊັ່ນ: ເສື້ອຜ້າ, ເກີບກິລາ, ເຟີນິເຈີ, ຄອມພິວເຕີ, ໂທລະສັບມືຖື, ຊາ, ກາເຟ, ພິກໄທ...
ບັນດາວິສາຫະກິດຫວຽດນາມ ແລະ ອັງກິດລ້ວນແຕ່ຫວັງວ່າ ສອງປະເທດຈະບັນລຸ FTA ສອງຝ່າຍໂດຍໄວ ເພື່ອດັດປັບການພົວພັນການຄ້າສອງຝ່າຍພາຍຫຼັງໄລຍະເຊື່ອມຕໍ່ Brexit.
![]() | ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ. |
![]() | ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ເດີນຕາມການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ. |
![]() | ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ. |
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດເປີດກວ້າງທ້ອງຕະຫຼາດຢູ່ງານວາງສະແດງສາກົນຢູ່ ຈີເລ

ເປີດພິທີການຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ

ຜູກມັດປະຊາຄົມ - ຮັດແໜ້ນໄມຕີຈິດມິດຕະພາບ ຫວຽດນາມ - ລາວ
ທ່ານອາດຈະມັກ

Samaritan’s Purse ໄດ້ມອບຂອງຂວັນກວ່າ 3.000 ຊຸດໃຫ້ແກ່ປະຊາຊົນໃນແຂວງ ລ້າງເຊີນ, ຮ່າຕິ້ງ, ຕວຽນກວາງ.

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ

ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ

ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ
