ຊຽງໄຮ້ ປາດຖະໜາຢາກຊຸກຍູ້ການພົວພັນກັບທ້ອງຖິ່ນຕ່າງໆຂອງຫວຽດນາມ

10:00 | 13/10/2020

ຍສໝ - ທີ່ການພົບປະ, ທ່ານ ຟ້າມຊາວມາຍ ເນັ້ນໜັກວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຖືເປັນສໍາຄັນທີ່ສຸດການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບພັກ, ລັດຖະບານ ແລະປະຊາຊົນຈີນ. 

ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ - ຈີນ
ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ວັນທີ 9 ຕຸລາ, ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຈີນ ໄດ້ມີການພົບປະກັບທ່ານ Zhu Gong, ເຈົ້າຄອງນະຄອນຊຽງໄຮ້ (ຈີນ) ເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ຊຽງໄຮ້.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ຊົມເຊີຍນະຄອນ ຊຽງໄຮ້ ກ່ຽວກັບບັນດາຜົນສຳເລັດທີ່ສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນນະຄອນ ຊຽງໄຮ້ ໄດ້ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແລະ ການຟື້ນຟູເສດຖະກິດໃນໄລຍະຜ່ານມາ.

ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ
ທ່ານ ຟ້າມຊາວມາຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ໄດ້ພົບປະກັບ ທ່ານ Zhu Gong, ເຈົ້າຄອງນະຄອນຊຽງໄຮ້ (ຈີນ). (ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ເນັ້ນໜັກວ່າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ກັບພັກ, ລັດຖະບານ ແລະ ປະຊາຊົນຈີນ; ຍິນດີທີ່ໄດ້ເຫັນການແລກປ່ຽນມິດຕະພາບ ແລະ ການຮ່ວມມືມີຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ນະຄອນ ຊຽງໄຮ້ ທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານ ຟ້າມຊາວມາຍ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຊຽງໄຮ້ ພ້ອມກັບທ້ອງຖິ່ນຕ່າງໆຂອງຫວຽດນາມ ຈະຕັ້ງໜ້າຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສະເໜີໃຫ້ນະຄອນ ຊຽງໄຮ້ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ແລະ ນັກສຶກສາຫວຽດນາມ ທີ່ອາໄສ ແລະ ຮ່ຳຮຽນຢູ່ນະຄອນ ຊຽງໄຮ້, ກໍ່ຄືບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນ ຢູ່ ນະຄອນ ຊຽງໄຮ້ .

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ຊົມເຊີຍຊຸກຍູ້ສະມາຄົມ, ວິສາຫະກິດ ນະຄອນ ຊຽງໄຮ້ ໄດ້ເພີ່ມການນຳເຂົ້າຜະລິດຕະພັນທີ່ມີທ່າອຽງເຂັ້ມແຂງ ຂອງຫວຽດນາມ; ຍິນດີຕ້ອນຮັບວິສາຫະກິດ ນະຄອນ ຊຽງໄຮ້ ທີ່ມີຄຸນນະພາບເພີ່ມການລົງທືນຢູ່ຫວຽດນາມ, ໂດຍສະເພາະແມ່ນໃນໂຄງການທີ່ເຕັກໂນໂລຢີສູງ ແລະ ເປັນມິດກັບສິ່ງແວດລ້ອມ.

ທ່ານ Zhu Gong, ເຈົ້າຄອງນະຄອນຊຽງໄຮ້ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາອັນດີງາມຂອງການພົວພັນຈີນ - ຫວຽດນາມ; ແບ່ງປັນບາງຂໍ້ມູນກ່ຽວກັບການປ້ອງກັນການລະບາດ Covid-19 ແລະ ການຟື້ນຟູການຜະລິດຂອງນະຄອນ ຊຽງໄຮ້ ແລະ ຢັ້ງຢືນຖືເປັນສໍາຄັນ ແລະສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານກັບທ້ອງຖິ່ນຕ່າງໆຂອງຫວຽດນາມ.

ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ ປະເທດຫວຽດນາມ ໄດ້ຄັດເລືອກເປັນສະຖານທີ່ທີ່ໜ້າສົນໃຈໃນປີ 2020 ໂດຍວາລະສານທ່ອງທ່ຽວສາກົນຫຼາຍແຫ່ງ

ຍສໝ - ຜູ້ອ່ານວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Condé Nast Traveler ໄດ້ລົງຄະແນນສຽງໃຫ້ຫວຽດນາມ ຢືນອັນດັບທີ 9 ໃນ 20 ປະເທດເປັນສະຖານທີ່ແຫ່ງຄວາມນິຍົມໃນປີ 2020 ດ້ວຍ 92,12 ຄະແນນ.

ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ຊຽງໄຮ ປາດຖະໜາຢາກຊ ກຍ ການພ ວພ ນກ ບທ ອງຖ ນຕ າງໆຂອງຫວຽດນາມ ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.