ເວັບໄຊຂອງເວທີປາໄສເສດຖະກິດໂລກ: ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ

17:09 | 01/04/2020

ຍສໝ -  ເວັບໄຊເອເລັກໂຕນິກ ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ ລົງບົດຂຽນຂອງນັກຂ່າວອັງກິດ Sean Fleming ເຊິ່ງໄດ້ຕີລາຄາວ່າ ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ.

ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ ໂລກ​ລະ​ບາດ Covid – 19 ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ເສດ​ຖະ​ກິດ​ອ​າ​ຊີ
ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19
ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ
ເວັບ​ໄຊ WEF: ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ.(ພາບ:thanhtra.com.vn)

ນັກຂ່າວ Sean Fleming ຍັງໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ມີການກະທຳຢ່າງທັນການ, ມີຄວາມຕັດສິນໃຈຢ່າງວ່ອງໄວ ແລະ ທັນການ ພ້ອມກັບມາດຕະການຕ່າງໆໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນຄື: ເລີ່ມດຳເນີນບັນດາຂໍ້ລິເລີ່ມເພື່ອສະກັດກັ້ນການແຜ່ລະບາດ ຂອງ ໂລກລະບາດ Covid – 19 ນັບແຕ່ວັນທີ 1 ກຸມພາເປັນຕົ້ນມາ, ຢຸດຕິຊົ່ວຄາວບັນດາຖ້ຽວບິນໄປ - ມາ ກັບຈີນ...

ກົມການບິນຫວຽດນາມ ຮີບເຮັ່ງແຈ້ງໃຫ້ບັນດາບໍລິສັດການບິນຊາບກ່ຽວກັບເລື່ອງຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ. ດຍປະຕິບັດຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມກັບ 5 ນະຄອນຂຶ້ນກັບສູນກາງ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 (ວັນທີ 29 ມີນາ), ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ຮຽກຮ້ອງໃຫ້ກົມການບິນຫວຽດນາມ ຮີບເຮັ່ງແຈ້ງໃຫ້ບັນດາບໍລິສັດການບິນຊາບກ່ຽວກັບເລື່ອງຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ.

ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ສົ່ງຜົນກະທົບເຖິງທຸກດ້ານໃນຊີວິດ-ສັງຄົມຂອງບັນດາປະເທດ, ໃນນັ້ນມີຫວຽດນາມ, ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ອອກຄຳຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ເດັດດ່ຽວປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຢ່າງມີປະສິດທິຜົນ.

ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລ້ວ, ປະຈຸບັນ, ຫວຽດນາມ ພວມຢູ່ໃນຈຸດເວລາມີຄວາມສ່ຽງເຊື້ອໂຄວິດ-19 ແຜ່ລະບາດໃນປະຊາຄົມທີ່ນັບມື້ນັບກວ້າງກວ່າ, ທົ່ວລະບົບການເມືອງຕ້ອງສຸມໃສ່ຢູ່ໃນລະດັບສູງເພື່ອສືບຕໍ່ເປັນເຈົ້າການສະກັດກັ້ນ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ຫ້າມການປະໝາດ, ໂຍະຍານຢ່າງເດັດຂາດ; ຕ້ອງກຳແໜ້ນສະພາບການ, ຄາດຄະເນແຜນການໂລກລະບາດທີ່ຮ້າຍແຮງ, ວາງອອກບັນດາມາດຕະການທີ່ມີປະສິດທິຜົນຢ່າງທັນການເພື່ອຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໃຫ້ໄດ້. ແຕ່ລະອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ແຕ່ລະທ້ອງຖິ່ນຕ້ອງເປັນເຈົ້າການ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາວຽກງານປ້ອງກັນ, ຄວບຄຸມໂລກລະບາດ; ໃຫ້ບຸລິມະສິດແຫຼ່ງກຳລັງ, ເວລາ ແລະ ກຳລັງເຫື່ອແຮງແກ່ວຽກງານສຳຄັນນີ້.

ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານກຽມພ້ອມບັນດາການມາດຕະການຮັບມືກັບໂລກລະບາດ Covid – 19, ລວມມີການເປັນເຈົ້າການມາດຕະການຮັບມືກັບບັນດາການຜັນແປທີ່ຮ້າຍແຮງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ຢ່າງຈະແຈ້ງວ່າ ດ້ວຍເນື້ອໃນຈິດໃຈເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ລັດຖະບານຕ້ອງຄາດຄະເນລ່ວງໜ້າໄດ້ສະພາບການຮ້າຍແຮງທີ່ສຸດເມື່ອໂລກລະບາດເກີດຂຶ້ນ. ລັດຖະບານຕ້ອງກະກຽມມາດຕະການຮັບມືກັບທຸກໆກໍລະນີຂອງໂລກພະຍາດ, ຄືວິທີການໂຮງໝໍກາງສະໜາມ, ລະດົມແຫຼ່ງກຳລັງ ແລະ ມາດຕະການຕ່າງໆຫຼາຍຢ່າງເພື່ອປົກປັກຮັກສາສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ ສຸມໃສ່ຢ່າງສູງສຸດປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກ, ປະຕິບັດຕາມບັນດາຄຳສັ່ງຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ປະຕິບັດບັນດາມາດຕະການຮີບດ່ວນຢ່າງມີປະສິດທິຜົນ.

ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ ໂລກ​ລະ​ບາດ Covid – 19 ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ເສດ​ຖະ​ກິດ​ອ​າ​ຊີ

ຍສໝ - ທະນາຄານໂລກ (WB) ໃຫ້ຮູ້ວ່າກໍລະນີທີ່ດີທີ່ສຸດວ່າແມ່ນ ເສດຖະກິດເລີ່ມຕົ້ນການຟື້ນຟູເລີ່ມແຕ່ລະດູແລ້ງຈະມາເຖິງ, ອັດຕາການເຕີບໂຕຂອງ ອາຊີຕາເວັນອອກ - ປາຊີຟິກຈະຫຼຸດແຕ່ ລະດັບ 5,8% ຂອງປີ 2019 ລົງ 2,1%ໃນປີ 2020.

ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ເວ ບໄຊຂອງເວທ ປາໄສເສດຖະກ ດໂລກ ຫວຽດນາມຮ ບມ ກ ບໂລກລະບາດ covid 19 ຢ າງມ ປະສ ດທ ຜ ນ ສື່ມວນຊົນ ສ. ເກົາຫຼີ: ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ

ຍສໝ - ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.