ສື່ມວນຊົນ ສ. ເກົາຫຼີ: ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ

07:07 | 18/03/2020

ຍສໝ - ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ.

ສື່ມວນຊົນ ສ. ເກົາຫຼີ: ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ

ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ.(ພາບ: vov.vn)

ໃນສະພາບການໂລກພະຍາດ Covid 19 ພວມແຜ່ລະບາດໃນທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດປະທານອາຊຽນ ແລະຖືນີ້ຄືແມ່ນກາລະໂອກາດເພື່ອນຳມາເຊິ່ງຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງ 10 ປະເທດສະມາຊິກອາຊຽນ, ພາຍຫຼັງຖະແຫຼງການຮ່ວມ “ບັນດາປະເທດອາຊຽນ ເພີ່ມທະວີການຮ່ວມມືບຸລິມະສິດຮັບມືກັບໂລກພະຍາດ Covid-19” ຂອງອາຊຽນ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງດ້ວຍຖານະຕຳແໜ່ງປະທານອາຊຽນ (ວັນທີ 14 ກຸມພາ), ກອງປະຊຸມລັດຖະມົນຕີການຕ່າງປະເທດ ຈີນ - ອາຊຽນ ສະໄໝພິເສດ ໄດ້ຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ເພື່ອເພີ່ມທະວີການຮ່ວມມືຮັບມືກັບໂລກພະຍາດ Covid-19.

ໃນພາກມ້ວນທ້າຍ, ບົດຂຽນໄດ້ຄັດສະເໜີການຕີລາຄາຂອງທ່ານ Choi Sing Kwok ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບຄວາມສາມາດຊັກຈູງ, ນຳພາກໍຄືບົດບາດຂອງຫວຽດນາມ ໃນການຍົກສູງຖານະບົດບາດຂອງອາຊຽນ ໃນເວທີສາກົນ: “ເລື່ອງຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໄດ້ສ້າງກາລະໂອກາດເພື່ອໃຫ້ຫວຽດນາມ ສະແດງບົດບາດນຳພາໃນທົ່ວໂລກ ແລະນຳມາເຊິ່ງຜົນປະໂຫຍດໃຫ້ອາຊຽນ. ຫຼັກໝັ້ນ, ທັດສະນະ ແລະບົດບາດໃຈກາງຂອງອາຊຽນ ຈະສະແດງໃຫ້ເຫັນຢູ່ເວທີສາກົນ”.

ກ່າວຄຳເຫັນໃນວັນທີ 16 ມີນາ, ໃນການຖະແຫລງຂ່າວທາງອິນເຕີແນັດຈາກສຳນັກງານສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO, ຊີ້ແຈ້ງວ່າ ໂລກບໍ່ສາມາດດັບມອດໂລກລະບາດຖ້າຫາກບໍ່ວິເຄາະບັນດາກໍລະນີຖືກສົງໄສ. ຜູ້ນຳໜ້າອົງການນີ້ກໍ່ກ່າວເຕື່ອນວ່າ, ອົງການນີ້ຍັງບໍ່ທັນເຫັນຜົນດີທີ່ເໝາະສົມໃນການທົດລອງ, ແຍກຕົວ ແລະ ກວດພົບບັນດາກໍລະນີພົບປະກັບຜູ້ຕິດເຊື້ອໄວຣັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.