ຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ລົງນາມໃນກອບການຮ່ວມມືເພີ່ມທະວີດ້ານການເງິນສຳລັບພື້ນຖານໂຄງລ່າງ

06:31 | 08/11/2019

ຍສໝ - ວັນທີ 06 ພະຈິກ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາ ໄດ້ລົງນາມໃນກອບການຮ່ວມມືເພີ່ມທະວີດ້ານການເງິນໃຫ້ແກ່ພື້ນຖານໂຄງລ່າງ.

ວັນທີ 06 ພະຈິກ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາ ໄດ້ລົງນາມໃນກອບການຮ່ວມມືເພີ່ມທະວີດ້ານການເງິນໃຫ້ແກ່ພື້ນຖານໂຄງລ່າງ. ກອບການຮ່ວມມືເພີ່ມທະວີດ້ານການເງິນສຳລັບພື້ນຖານໂຄງລ່າງນີ້ແມ່ນຂອບເຂດການຮ່ວມມືລະຫວ່າງກະຊວງການເງິນ ສອງປະເທດເພື່ອໃນໃສ່ເປົ້າໝາຍປະກອບສ່ວນເຂົ້າໃນການລະດົມ ແລະ ຍາດແຍ່ງແຫຼ່ງທຶນພາກເອກະຊົນ ແລະ ພັດທະນາຕະຫຼາດການເງິນໃຫ້ແກ່ພື້ນຖານໂຄງລ່າງ ຂອງ ຫວຽດນາມ.

ຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ລົງນາມໃນກອບການຮ່ວມມືເພີ່ມທະວີດ້ານການເງິນສຳລັບພື້ນຖານໂຄງລ່າງ

ຜູ້ຕາງໜ້າກະຊວງການເງິນຫວຽດນາມ ແລະ ກະຊວງການເງິນອາເມລິກາ ໄດ້ມອບຮັບບົດບັນທຶກການຮ່ວມມື. (ພາບ: thoibaotaichinhvietnam.vn)

ກອບການຮ່ວມມືລວມມີ 5 ຂົງເຂດ: ການພັດທະນາຕະຫຼາດໜີ້ສິນມີລັກສະນະຊຳລະສະສາງເງິນ ສຳລັບການລົງທືນດ້ານພື້ນຖານໂຄງລ່າງ, ລວມທັງນັກລົງທືນທີ່ມີທ່າແຮງໂດຍຜ່ານການລະດົມໜີ້ ສິນຂອງພື້ນຖານໂຄງລ່າງ; ການສ້າງຕັ້ງເຄື່ອງມືອຸປະຖຳທີ່ສາມາດລະດົມ, ສົ່ງເສີມ ແລະ ແກ້ໄຂສິ່ງກີດຂວາງຕ່າງໆຕໍ່ການລົງທືນຂອງພາກເອກະຊົນໃນພື້ນຖານໂຄງລ່າງ; ຊຸກຍູ້ການປະດິດສ້າງ ແລະ ຄວາມຍືນຍົງໂດຍການແບ່ງປັນການປະຕິບັດທີ່ດີທີ່ສຸດ ສຳລັບການສ້າງເຄື່ອງມືການເງິນ; ການຂຸດຄົ້ນໂຄງການສ້າງຄວາມອາດສາມາດ ແລະ ການຮ່ວມມືດ້ານວິຊາການທີ່ສອງຝ່າຍຕັດສິນໃຈ, ລວມທັງແຜນງານຕ່າງໆ ເພື່ອອຸປະຖຳພັດທະນາພື້ນຖານໂຄງລ່າງ.

ທ່ານ ເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມມີຄວາມຕ້ອງການທຶນຢ່າງ ໃຫຍ່ຫຼວງໃຫ້ແກ່ບັນດາພື້ນຖານໂຄງລ່າງ. ໃນນັ້ນບັນດາຂົງເຂດຄື ພະລັງງານ, ຂົວທາງ, ການບິນ, ການສະໜອງນ້ຳສະອາດ, ການບຳບັດສິ່ງເສດເຫຼືອ, ນ້ຳເສຍ ແມ່ນບັນດາຂົງເຂດທີ່ສຳຄັນທີ່ສຸດສຳລັບພື້ນຖານເສດຖະກິດ ຫວຽດນາມ. ພວກຂ້າພະເຈົ້າມີຄວາມຫວັງວ່າ ການປະຕິບັດການຮ່ວມມືລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ອາເມລິກາຈະປະກອບສ່ວນສ້າງກົນໄກນະໂຍບາຍເພື່ອລະດົມບັນດາແຫຼ່ງທຶນຈາກພາກເອກະຊົນ ແລ ພັດທະນາຕະຫຼາດການເງິນ ເພື່ອການພັດທະນາພື້ນຖານໂຄງລ່າງຂອງ ຫວຽດນາມໃນໄລຍະຈະມາເຖິງ.

ການລົງນາມໃນຂອບການຮ່ວມມືສອງຝ່າຍລະຫວ່າງກະຊວງການເງິນຫວຽດນາມແລະກະຊວງການເງິນອາເມລິກາຈະປະກອບສ່ວນສ້າງກົນໄກນະໂຍບາຍການເງິນເພື່ອລະດົມແຫຼ່ງທຶນຈາກພາກເອກະຊົນແລະພັດທະນາຕະຫຼາດການເງິນໃຫ້ ການພັດທະນາພື້ນຖານໂຄງລ່າງໃນຄັ້ງຕໍ່ໄປ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.