ລັດຖະບານຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານ ພະຍາດປອດອັກເສບ ໄວຣັດ ໂຄໂຣນາ

06:06 | 31/01/2020

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສຸຂະພາບ ແລະ ຊີວິດຂອງປະຊາຊົນແມ່ນສໍາຄັນທີ່ສຸດ.

ວັນທີ 29 ມັງກອນ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ, ກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ເຊັນໜັງສືທາງການ ສົ່ງໄປຍັງຄະນະພັກແຂວງ, ນະຄອນ ກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັດ Corona).

ໃນໜັງສືທາງການໄດ້ຊີ້ແຈ້ງວ່າ: ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ, ຄະນະພັກ, ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຈົ່ງຜັນຂະຫຍາຍການປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ ຢ່າງເຂັ້ມງວດ; ຕັດສິນໃຈຄວບຄຸມ ບໍ່ປະໃຫ້ເຊື້ອພະຍາດແຜ່ລາມ, ຮັບປະກັນການພັດທະນາເສດຖະກິດ, ສັງຄົມ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ຂະແໜງການທຸກຂັ້ນ ຈົ່ງກະກຽມພື້ນຖານດ້ານວັດຖຸຮັບໃຊ້ໃຫ້ແກ່ການປ້ອງກັນ, ບ່ອນປິ່ນປົວພະຍາດສະເພາະໃຫ້ແກ່ຜູ້ຕິດພະຍາດ ແລະ ວິທີການປ່ິນປົວ; ຮັບປະກັນທາງດ້ານງົບປະມານ, ຊັບພະຍາກອນມະນຸດໃຫ້ພຽງພໍເພື່ອຮັບໃຊ້ແກ່ການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວຢູ່ກັບບ່ອນ.

ລັດຖະບານຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານ ພະຍາດປອດອັກເສບ ໄວຣັດ ໂຄໂຣນາ

ການວັດແທດອຸນຫະພູມຄົນເຂົ້າເມືອງ ຢູ່ດ່ານຊາຍແດນ ມ໊ອງກ໊າຍ (ພາບ: vov.vn)

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 27 ມັງກອນ, ຕໍ່ໜ້າສະພາບການອັນສັບສົນຂອງໂລກລະບາດອັກເສບປອດ ຍ້ອນເຊື້ອໄວຣັດສາຍພັນ ໂຄໂຣນາ ກໍ່ຂຶ້ນຢູ່ຈີນ ແລະ ໃນໂລກ ເຊິ່່ງພວມມີຄວາມສ່ຽງສົ່ງຜົນສະທ້ອນໂດຍກົງເຖິງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນຂອງລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດດັ່່ງກ່າວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຍົກສູງໜ້າທີ່ຄວາມຮັບຜິດຊອບ, ຖືໜ້າທີ່ຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ ແມ່ນໜ້າທີ່ສໍາຄັນທີີ່ສຸດ, ບໍ່ປະໃຫ້ໂລກລະບາດດັ່ງກ່າວລະບາດຢ່າງສັບສົນຢູ່ຫວຽດນາມ.

ຕາມບົດລາຍງານຂອງກະຊວງສາທາລະນະສຸກ ທີ່ໄດ້ຍົກອອກມາໃນກອງປະຊຸມແລ້ວ, ປັດຈຸບັນ, ຢູ່ຫວຽດນາມມີ 38 ກໍລະນີ ກໍາລັງໄດ້ຮັບການຕິດຕາມເປັນພິເສດ, ໃນນັ້ນ ມີ 2 ກໍລະນີ ແມ່ນຄົນ ຈີີນ ເຊິ່ງຜົນກວດກາໃນເບື້ອງຕົ້ນໃຫ້ຮູ້ວ່າ ແມ່ນຕິດພະຍາດອັກເສບປອດ ຍ້ອນເຊື້ອໄວຣັດສາຍພັນ ໂຄໂຣນາ ກໍ່ຂຶ້ນ.

ປັດຈຸບັນ, ນັບແຕ່ສູນສາທາລະນະສຸກສາທາລະນະຂອງກະຊວງສາທາລະນະສຸກຫວຽດນາມ, ຮາກຖານສາທາລະນະສຸກ ຕະຫຼອດຮອດ ທ້ອງຖິ່ນແຫ່ງຕ່າງໆຂອງຫວຽດນາມ ກໍ່ໄດ້ກຽມພ້ອມເພື່ອກັບມືກັບໂລກລະບາດດັ່ງກ່າວ. ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບສະພາບການຂອງໂລກລະບາດດັ່ງກ່າວເຖິງທ່ານນາຍົກລັດຖະມົນຕີ ຈີີນ ຫຼີເຄີສຽນ ເຊັ່ນດຽວກັນ.

ລັດຖະບານຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານ ພະຍາດປອດອັກເສບ ໄວຣັດ ໂຄໂຣນາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN )

ໃນກໍລະນີຈໍາເປັນ, ຕ້ອງຢຸດຕິບັນດາການເຄື່ອນໄຫວເຕົ້າໂຮມກັນຫຼາຍຄົນ, ງານບຸນ, ບັນດາກອງປະຊຸມ ໂດຍຊົ່ວຄາວ... ເພື່ອສຸມໃສ່ການປ້ອງກັນ ແລະ ຕ້ານເຊື້ອພະຍາດດັ່ງກ່າວ.

ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍໄດ້ອອກໜັງສືທາງການ ສະເໜີໃຫ້ຄະນະກໍາມະການປະຊາຊົນແຂວງ, ນະຄອນແຫ່ງຕ່າງໆ ທີ່ຂຶ້ນກັບສູນກາງ ຮຽກຮ້ອງໃຫ້ວິສາຫະກິດທ່ອງທ່ຽວສາກົນ ຢຸດຕິການຈັດຕັ້ງຄະນະນັກທ່ອງທ່ຽວໄປທ່ຽວຢູ່ບັນດາແຂວງ, ນະຄອນທີ່ພວມມີເຊື້ອພະຍາດ, ບ່ອນມີຄົນຕິດເຊື້ອພະຍາດນັ້ນ ແລະ ບໍ່ຕ້ອນຮັບແຂກທ່ອງທ່ຽວມາຈາກເຂດຕິດເຊື້ອລະບາດຂອງຈີນ ເຂົ້າຫວຽດນາມ ໂດຍຊົ່ວຄາວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.