ສູນກາງແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ ສູນກາງແນວລາວສ້າງຊາດ | |
ປະທານປະເທດກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ |
ທ່ານ ເອີງ ລໍສະຫວັນ ກຳມະການສູນກາງ ແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງຫລວງພະບາງ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນ ໂດຍຈະໄດ້ຕີລາຄາ, ທົບທວນຄືນຜົນຂອງ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນແນວລາວ ສ້າງຊາດແຂວງ ໄລຍະ 5 ປີ (2015-2020) ຜ່ານມາ ແລະ ກໍານົດຄາດໝາຍສູ້ຊົນ, ທິດທາງໜ້າທີ່ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021 ເຖິງ 2025).
![]() |
ໄຂກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII. (ພາບ: KPL) |
ພ້ອມຮັບຟັງການປະກອບຄໍາເຫັນ ທີ່ເປັນການຖ່າຍຖອດບົດຮຽນອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ພາລະບົດບາດ ເຕົ້າໂຮມຄວາມສາມັກຄີ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໃນການເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນຊຸມປີຜ່ານມາ, ພ້ອມຈະໄດ້ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ, ບົດສໍາຫລວດການນໍາພາລວມ ຂອງຄະນະກໍາມະການ ແນວລາວສ້າງຊາດແຂວງ ສະໄໝທີ VI, ຮັບຮອງເອົາການສະເໜີແຕ່ງຕັ້ງ ຄະນະກໍາມະການແນວລາວສ້າງຊາດແຂວງ ຊຸດທີ VII, ຄະນະປະຈໍາແນວລາວ ສ້າງຊາດແຂວງ, ປະທານ, ຮອງປະທານ, ປະທານ-ຮອງປະທານກວດກາ, ທີ່ປຶກສາ ແລະ ຄູ່ຮ່ວມງານແນວລາວ ສ້າງຊາດແຂວງ ສະໄໝທີ VII, ເປັນໂຄງປະກອບບຸກຄະລາກອນ ທີ່ມີລັກສະນະກວ້າງຂວາງກວ່າເກົ່າ. ພິເສດກອງປະຊຸມໃຫຍ່ ຈະໄດ້ຮັບຟັງການໂອ້ລົມຊີ້ນໍາ ຈາກຄະນະປະຈຳພັກແຂວງ ແລະ ສູນກາງແນວລາວສ້າງຊາດ ເພື່ອເປັນທິດຊີ້ນໍາໃຫ້ແກ່ ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ VII, ໃນການສືບຕໍ່ຊີ້ນໍາ-ນໍາພາ ການປະຕິບັດວຽກງານຮອບດ້ານ ຂອງຄະນະກໍາມະການ ແນວລາວສ້າງຊາດແຂວງ ໃນຊຸມປີຕໍ່ໜ້າ ໃຫ້ມີຜົນສໍາເລັດຍິ່ງຂຶ້ນ.
ຈາກນັ້ນ, ທ່ານໄດ້ຕາງໜ້າຄະນະກໍາມະການແນວລາວ ສ້າງຊາດແຂວງ ສະໄໝທີ VI, ສະເໜີຮ່າງລາຍງານການເມືອງຕໍ່ກອງປະຊຸມ ໃນຫົວຂໍ້: “ເພີ່ມທະວີຄວາມສາມັກຄີ ປອງດອງປະຊາຊົນບັນດາເຜົ່າ ທົ່ວແຂວງຫລວງພະບາງ, ປຸກລະດົມທົ່ວສັງຄົມ ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂຸດຄົ້ນ, ເສີມຂະຫຍາຍຄວາມ ສາມາດບົ່ມຊ້ອນ ແລະ ກໍາລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ແຂວງຫລວງພະບາງ ນັບມື້ນັບໜັກແໜ້ນ, ພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງ, ກ້າວສູ່ທັນສະໄໝ ແລະ ຍຸຕິທໍາ”, ໂດຍຍົກໃຫ້ເຫັນຜົນງານ ດ້ານດີທີ່ຕັ້ງໜ້າລວມທັງດ້ານອ່ອນຂໍ້ຄົງຄ້າງ ທີ່ເປັນບົດຮຽນ ເພື່ອນຳໄປປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.
![]() | ປະທານປະເທດກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ການຈັດຕັ້ງພິທີສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ແມ່ນການຫວນຄືນມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການລະນຶກເຖິງວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດໃນໄລຍະຜ່ານມາ. |
![]() | ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ. |
![]() | ສູນກາງແນວລາວສ້າງຊາດ ເນັ້ນໜັກໃນການເຕົ້າໂຮມ ຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ ຕະຫລອດໄລຍະ 70 ປີຜ່ານມາ, ສູນການແນວລາວສ້າງຊາດ ຍາມໃດກໍໄດ້ເອົາໃຈໃສ່ ປັບປຸງຕົນເອງຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງ ໜັກແໜ້ນເຂັ້ມແຂງ, ມີລະບົບຄະນະປະຈໍາ, ຄະນະທີ່ປຶກສາຕ່າງໆ, ເພີ່ມຈໍານວນກໍາມະການ ແນວລາວສ້າງຊາດ ຕາມໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ, ປັບປຸງກົດລະບຽບ ແນວລາວສ້າງຊາດ, ລະບອບ-ແບບແຜນວິທີເຮັດວຽກ, ບໍາລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ໃນຂະບວນ ການວຽກງານຕົວຈິງ ທັງທາງດ້ານປະລິມານ ແລະ ຄຸນນະພາບ. |
kpl.gov.la