ປະທານປະເທດກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

10:30 | 14/08/2020

ການຈັດຕັ້ງພິທີສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ແມ່ນການຫວນຄືນມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການລະນຶກເຖິງວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດໃນໄລຍະຜ່ານມາ.

ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ
ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ ຄຳມ່ວນສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 69 ປີ ( 13 ສິງຫາ 1950 – 13 ສິງຫາ 2019 )
ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ (ພາບ: Kpl)

ໃນຕອນເຊົ້າວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດ ໃນພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ໂດຍມີເນື້ອໃນດັ່ງນີ້:

ມື້ນີ້, ສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ພ້ອມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີ ພໍດີ. ປີນີ້ຊຶ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ເປັນປີແຫ່ງການສືບຕໍ່ປຸກລະດົມຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງບັນດາວັນປະຫວັດສາດສຳຄັນຂອງຊາດ ຂອງພັກ, ສ້າງຂະບວນການວຽກງານຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງຢ່າງຟົດຟື້ນ.

ການຈັດຕັ້ງພິທີສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ແມ່ນການຫວນຄືນມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການລະນຶກເຖິງວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດໃນໄລຍະຜ່ານມາ.

ໃນພິທີອັນມີຄວາມໝາຍສຳຄັນນີ້, ພວກເຮົາມີຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຈົດຈໍາລ້ຳລຶກຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳແນວລາວອິດສະຫລະ, ແນວລາວຮັກຊາດ ຜູ້ລິເລີ່ມ, ກໍ່ຕັ້ງ ແລະ ນຳພາວຽກງານແນວໂຮມຂອງປະເທດເຮົາ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ພ້ອມດ້ວຍບັນດາທ່ານຜູ້ນຳພັກ-ລັດ, ຜູ້ຊົງຄຸນວຸດທິ, ກຳມະການແນວລາວສ້າງຊາດທຸກຂັ້ນ ຕະຫລອດຮອດພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະເລືອດເນື້ອ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ. ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈົດຈໍາລໍ້າລຶກຄຸນງາມຄວາມດີຂອງບັນດາທ່ານ ເຫລົ່ານັ້ນ, ຂ້າພະເຈົ້າ ຂໍເຊີນບັນດາສະຫາຍ ລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງພວກເພິ່ນ 3 ວິນາທີ.

ຕາງໜ້າຄະນະບໍລິຫານງານສູນກາງພັກ ແລະ ລັດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ພອນໄຊອັນປະເສີດໄປຍັງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ຕະຫລອດຮອດບັນດານັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ເພດ-ໄວ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ຢູ່ຕ່າງປະເທດມານະໂອກາດນີ້ດ້ວຍ.

ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ຂອນແກ່ນ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ

ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ 2020, ທ່ານ ກົງສຸນໃຫຍ່ ຮ່ວາງຫງອກເຊີນ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ສວນສາທາລະນະລະນຶກ ປະທານ ໂຮ່ຈີມິນ ຢູ່ ບ້ານ ໜອງໂອນ, ຕາແສງ ຊ່ຽງປິນ, ເມືອງ ເມືອງ, ແຂວງ ອຸດອນ ທານີ.

ປະທານປະເທດກ າວສ ນທອນພ ດ ຕ ພ ທ ໂຮມຊ ມນ ມສະເຫລ ມສະຫລອງ ວ ນສ າງຕ ງແນວລາວສ າງຊາດ ຄ ບຮອບ 70 ປ ຈົດໝາຍ ຈາກ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມຄົບຮອບ 70 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ (21 ເມສາ 1950 - 21 ເມສາ 2020), ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງສະມາຄົມນັກຂ່າວຫວຽດນາມ.

kpl.gov.la

ເຫດການ
302 Found

Found

The document has moved here.