ສູນກາງແນວລາວສ້າງຊາດ ເນັ້ນໜັກໃນການເຕົ້າໂຮມ ຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ

09:00 | 11/08/2020

ຕະຫລອດໄລຍະ 70 ປີຜ່ານມາ, ສູນການແນວລາວສ້າງຊາດ ຍາມໃດກໍໄດ້ເອົາໃຈໃສ່ ປັບປຸງຕົນເອງຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງ ໜັກແໜ້ນເຂັ້ມແຂງ, ມີລະບົບຄະນະປະຈໍາ, ຄະນະທີ່ປຶກສາຕ່າງໆ, ເພີ່ມຈໍານວນກໍາມະການ ແນວລາວສ້າງຊາດ ຕາມໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ, ປັບປຸງກົດລະບຽບ ແນວລາວສ້າງຊາດ, ລະບອບ-ແບບແຜນວິທີເຮັດວຽກ, ບໍາລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ໃນຂະບວນ ການວຽກງານຕົວຈິງ ທັງທາງດ້ານປະລິມານ ແລະ ຄຸນນະພາບ.

ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ
ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະສູນກາງແນວລາວສ້າງຊາດ
ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ
ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ພາບ: Kpl)

ສູນກາງແນວລາວສ້າງຊາດ ຮຽກຮ້ອງມາຍັງການນໍາພັກ-ລັດ, ສະມາຊິກພັກ-ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ - ໄວ ລວມທັງພີ່ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ຈົ່ງຮ່ວມຈິດຮ່ວມໃຈ ເປັນເອກະພາບກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີ ຂອງແນວລາວສ້າງຊາດ ເພື່ອປະຕິບັດປະຕິບັດ ແນວທາງນະໂຍບາຍຂອງພັກລັດ ໃນການເຕົ້າໂຮມຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ, ໄປພ້ອມໆ ກັບການປະຕິບັດ ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ກ່າວໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ສິງຫາ 2020 ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020).

ຕະຫລອດໄລຍະ 70 ປີຜ່ານມາ, ສູນການແນວລາວສ້າງຊາດຍາມໃດກໍໄດ້ເອົາໃຈໃສ່ປັບປຸງຕົນເອງຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງໜັກແໜ້ນເຂັ້ມແຂງ, ມີລະບົບຄະນະປະຈໍາ, ຄະນະທີ່ປຶກສາຕ່າງໆ, ເພີ່ມຈໍານວນກໍາມະການ ແນວລາວສ້າງຊາດ ຕາມໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ປັບປຸງກົດລະບຽບ ແນວລາວສ້າງຊາດ, ລະບອບ-ແບບແຜນວິທີເຮັດວຽກ, ບໍາລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ໃນຂະບວນການວຽກງານຕົວຈິງ ທັງທາງດ້ານປະລິມານ ແລະ ຄຸນນະພາບ.

ພ້ອມກັນນັ້ນ, ກໍໄດ້ປັບປຸງພື້ນຖານໂຄງລ່າງບ່ອນປະຈໍາການ-ເຮັດວຽກ, ເຄື່ອງມືອຸປະກອນຮັບໃຊ້ຫ້ອງການ, ປັບປຸງວຽກງານໂຄສະນາ-ສື່ມວນຊົນ ທີ່ນັບມືທັນສະໄໝ, ປັບປຸງການພົວພັນຮ່ວມມື ກັບແນວໂຮມຕ່າງປະເທດ, ປະເທດເພື່ອນມິດຍຸດທະສາດ, ທັງຮ່ວມມືກັບອົງ ການຈັດຕັ້ງສາກົນ, ສະມາຄົມ, ມູນນິທິ, ກຸ່ມບໍລິສັດເພື່ອຊ່ວຍເຫລືອສັງຄົມ, ຝຶກອົບຮົມວິຊາຊີບ ໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ຕາມນະໂຍບາຍຂອງພັກ-ລັດ ແລະ ປັບປຸງສາຍໄຍການຈັດຕັ້ງ ຮອດທ້ອງຖິ່ນຮາກຖານ ຈາກຄຸນນະພາບນີ້ ໄປສູ່ຄຸນນະພາບໃໝ່ ທີ່ເປັນລະບົບລະບຽບກວ່າເກົ່າ ເພື່ອເຮັດຫລ້ອນໜ້າທີ່ການເມືອງ ທີ່ພັກປະຊາຊົນ ປະຕິວັດລາວມອບໝາຍໃຫ້.

ແນວລາວສ້າງຊາດຍາມໃດກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດປະຊາຊົນ, ປຸກລະດົມນໍ້າໃຈຮັກຊາດ, ຮັກປະຊາຊົນ, ຄຽດແຄ້ນສັດຕູລຸກຮື້ຂຶ້ນຕໍ່ສູ້, ໃກ້ຊິດຕິດແທດ, ປຶກສາຫາລືກັບປະຊາຊົນ ໃນການຫັນປ່ຽນໄປສູ່ຈິນຕະນາການໃໝ່, ປະຕິບັດແນວທາງປ່ຽນແປງໃໝ່ທີ່ພັກວາງອອກ, ເປັນຜູ້ໄກ່ເກ່ຍຄວາມຂັດແຍ່ງຂອງປະຊາຊົນ ຢູ່ຮາກຖານ, ເດັດດ່ຽວໜຽວແໜ້ນຮັກສາສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ.

ຂະນະດຽວກັນ, ແນວລາວສ້າງຊາດຍາມໃດກໍຈົງຮັກພັກດີຕໍ່ພັກ, ຕັ້ງໜ້າປະຕິບັດຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດທີ່ພັກຊີ້ນໍາ, ມີຄວາມອົດທົນເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະສັກນາໆປະການ, ຍອມເສຍສະຫລະ ເພື່ອໄຊຊະນະຂອງການປະຕິວັດ, ພ້ອມທັງຕັ້ງໜ້າເປັນແບບຢ່າງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ອະນຸລັກຮັກສາເອກະລັກ ວັດທະນະທໍາ ທີ່ດີງາມຂອງ ຊາດ-ຂອງເຜົ່າ, ຮັກສາຊີວິດສັງຄົມວັດທະນະທໍາທີ່ສົດໃສ, ປະກອບສ່ວນຢ່າງຕັ້ງໜ້າຈໍາກັດສິ່ງຫຍໍ້ທໍ້ໃນສັງຄົມ, ຕ້ານການສໍ້ລາດບັງຫລວງ ແລະ ການລ່ວງລະເມີດກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ.

ປັດຈຸບັນ, ແນວລາວສ້າງຊາດ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ 10 ຄັ້ງ ແລະ ມີປະທານສູນກາງ ແນວລາວສ້າງຊາດ ແຕ່ລະສະໄໝ 8 ທ່ານ.

ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ

ຍສໝ - ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ - ເຂດປູຊະນີຍະສະຖານລະດັບຊາດພິເສດ ແລະຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມານາຢູ່ອານຸສອນສະຖານປະທານໂຮ່ຈີມິນ.

ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ (ສ ນ ຊ) ຮ່ວມກັບ ຄະນະຮັບຜິດຊອບຊີ້ນຳລະດັບຊາດປັບປຸງມະຕິ05 ໄດ້ຈັດກອງປະຊຸມທາບທາມ ຄຳເຫັນຕໍ່ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໄໝ່ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມ ສນຊ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ຊາວໜຸ່ມ, ...

ສ ນກາງແນວລາວສ າງຊາດ ເນ ນໜ ກໃນການເຕ າໂຮມ ຄວາມສາມ ກຄ ປອງດອງ ໃຫ ເປ ນປ ກແຜ ນແໜ ນໜາ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດມາຢ້ຽມຊົມບັນດາຮູບແບບເສດຖະກິດ

ໃນວັນທີ 23 ມິຖຸນາ, ທ່ານ ຟູ່ງແຄງຕ່າຍ ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ແລະຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໄປຢ້ຽມຊົມຮູບແບບເສດຖະກິດກະສິກໍາຈໍານວນໜຶ່ງຢູ່ນະຄອນເກິ່ນເທີ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.