ເຫວ້ ນຳໃຊ້ດິຈິຕອນ ເພື່ອເພີ່ມຄຸນຄ່າການທ່ອງທ່ຽວ

07:18 | 12/06/2026

ຍສໝ - ນະຄອນເຫວ້ ກຳນົດໃຫ້ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງປະສົບການຂອງນັກທ່ອງທ່ຽວ, ສົ່ງເສີມຄຸນຄ່າມໍລະດົກ ແລະ ເພີ່ມຄວາມສາມາດແຂ່ງຂັນ. ບັນດາມາດຕະການໃໝ່ໄດ້ຮັບການຫາລືໃນກອງປະຊຸມສຳມະນາກ່ຽວກັບນະວັດຕະກຳ ແລະ ການໂຄສະນາທ່ອງທ່ຽວມໍລະດົກ ທີ່ຈັດຂຶ້ນໃນວັນທີ 11 ມິຖຸນາ.

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ
ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ວັນທີ 11 ມິຖຸນາ 2026, ສະຖາບັນຄົ້ນຄວ້າ ແລະ ພັດທະນານະຄອນເຫວ້ ໄດ້ປະສານງານກັບພະແນກກໍ່ສ້າງ ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ການປະຍຸກໃຊ້ນະວັດຕະກຳເຂົ້າໃນວຽກງານໂຄສະນາການທ່ອງທ່ຽວ ແລະ ມໍລະດົກເຫວ້”.

ທ່ານ ຄຸງຈ້ອງເກື່ອງ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ພັດທະນານະຄອນເຫວ້ ໃຫ້ຮູ້ວ່າ ນະຄອນໄດ້ກຳນົດໃຫ້ການຫັນປ່ຽນດິຈິຕອນເປັນໜຶ່ງໃນແຮງຂັບເຄື່ອນຫຼັກ ເພື່ອປັບປຸງປະສົບການຂອງຜູ້ມາຢ້ຽມຢາມ ແລະ ສົ່ງເສີມຄຸນຄ່າຂອງບັນດາມໍລະດົກ.

ກອງປະຊຸມສຳມະນາເປັນເວທີໃຫ້ບັນດາຜູ້ຄຸ້ມຄອງ, ຜູ້ຊ່ຽວຊານ ແລະ ວິສາຫະກິດ ໄດ້ແລກປ່ຽນຄວາມຄິດເຫັນ, ສະເໜີມາດຕະການສ້າງສັນໃນການໂຄສະນາການທ່ອງທ່ຽວ, ແນໃສ່ເພີ່ມຄວາມສາມາດແຂ່ງຂັນຂອງການທ່ອງທ່ຽວເຫວ້ໃນຍຸກດິຈິຕອນ.

ບັນດາຜູ້ບັນຍາຍໄດ້ນຳສະເໜີຫຼາກຫຼາຍມຸມມອງກ່ຽວກັບທິດທາງພັດທະນາການທ່ອງທ່ຽວຂອງນະຄອນ ຜ່ານສອງວາລະສົນທະນາຫຼັກ ຄື ການເພີ່ມທະວີການຮ່ວມມືເພື່ອຊຸກຍູ້ນະວັດຕະກຳ ແລະ ການສົ່ງເສີມແນວຄິດສ້າງສັນເພື່ອສ້າງແຮງຜັກດັນໃໝ່ໃຫ້ແກ່ຂະແໜງການທ່ອງທ່ຽວເຫວ້.

ເຫວ້ ນຳໃຊ້ດິຈິຕອນ ເພື່ອເພີ່ມຄຸນຄ່າການທ່ອງທ່ຽວ
ວາລະປຶກສາຫາລືຢູ່ພາຍໃດກອງປະຊຸມສຳມະນາ.

ແກ້ໄຂຂໍ້ຈຳກັດ ເພື່ອຮັກສານັກທ່ອງທ່ຽວໃຫ້ພັກດົນຂຶ້ນ

ທ່ານ ຫວໍຮວ່າງລຽນມິງ, ຫົວໜ້າຂະແໜງຄຸ້ມຄອງການທ່ອງທ່ຽວ ສັງກັດພະແນກທ່ອງທ່ຽວນະຄອນເຫວ້ ໄດ້ຊີ້ໃຫ້ເຫັນບັນຫາຄໍຂວດທີ່ການທ່ອງທ່ຽວເຫວ້ກຳລັງປະເຊີນ ຄື ສະພາບການ “ຮົ່ວໄຫຼຂອງຄຸນຄ່າ”. ນັກທ່ອງທ່ຽວຫຼາຍຄົນພຽງແຕ່ແວ່ຢ້ຽມຊົມແລ້ວຮີບອອກເດີນທາງຕໍ່, ເຮັດໃຫ້ໄລຍະເວລາພັກເຊົາ ແລະ ລະດັບການໃຊ້ຈ່າຍຍັງຕ່ຳ.

ເຖິງວ່າເຫວ້ຈະມີລະບົບມໍລະດົກວັດທະນະທຳອັນໂດດເດັ່ນ, ແຕ່ບັນດາປະສົບການຢູ່ຕາມສະຖານທີ່ທ່ອງທ່ຽວຍັງຂາດການປະຕິສຳພັນທີ່ເລິກເຊິ່ງ, ຈຶ່ງບໍ່ທັນສາມາດສ້າງລາຍຮັບຈາກການບໍລິການໄດ້ຢ່າງເຕັມທີ່.

ນອກຈາກນັ້ນ, ການຂາດກົນໄກ ແລະ ນະໂຍບາຍທີ່ມີພະລັງພຽງພໍໃນການດຶງດູດທຶນລົງທຶນເພື່ອພັດທະນາຜະລິດຕະພັນທ່ອງທ່ຽວມໍລະດົກ ຍັງເຮັດໃຫ້ຄວາມດຶງດູດ ແລະ ການນຳໃຊ້ຄຸນຄ່າມໍລະດົກບໍ່ທັນສົມກັບທ່າແຮງທີ່ມີຢູ່.

ຂໍ້ຈຳກັດອີກປະການໜຶ່ງແມ່ນເສດຖະກິດຍາມຄ່ຳຄືນຍັງບໍ່ທັນພັດທະນາເຂັ້ມແຂງ. ຫຼັງເວລາ 20 ໂມງ, ນະຄອນຍັງຂາດກິດຈະກຳວັດທະນະທຳ ແລະ ບັນເທີງທີ່ມີຈຸດເດັ່ນ, ສົ່ງຜົນໃຫ້ໂອກາດໃນການຍືດເວລາພັກເຊົາ ແລະ ເພີ່ມການໃຊ້ຈ່າຍຂອງນັກທ່ອງທ່ຽວມີຈຳກັດ.

ຜູ້ແທນພະແນກທ່ອງທ່ຽວນະຄອນເຫວ້ ແລະ ວິທະຍາໄລເຕັກນິກການທ່ອງທ່ຽວເຫວ້ ໄດ້ສະເໜີໃຫ້ຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດມໍລະດົກ ຄຽງຄູ່ກັບການຫັນປ່ຽນດິຈິຕອນ ແລະ ທິດທາງພັດທະນາສີຂຽວ.

ບັນດາຜູ້ແທນຍັງເນັ້ນເຖິງຄວາມສຳຄັນຂອງການສ້າງ ແລະ ກຳນົດຕຳແໜ່ງເຄື່ອງໝາຍການທ່ອງທ່ຽວເຫວ້ ໃຫ້ມີຄວາມແຕກຕ່າງ, ໂດດເດັ່ນ ແລະ ສະທ້ອນເອກະລັກຂອງທ້ອງຖິ່ນຢ່າງຊັດເຈນ.

ແພລດຟອມດິຈິຕອນ ສ້າງໂອກາດໃໝ່ໃຫ້ການທ່ອງທ່ຽວ

ໃນກອງປະຊຸມ, ບັນດາວິສາຫະກິດ ແລະ ຜູ້ສ້າງສັນເນື້ອຫາດິຈິຕອນ (Content Creator) ໄດ້ແບ່ງປັນຫຼາຍມາດຕະການໃນການນຳໃຊ້ແພລດຟອມດິຈິຕອນ ເພື່ອປັບປຸງປະສົບການຂອງນັກທ່ອງທ່ຽວ. ບັນດາບົດຮຽນຍັງສຸມໃສ່ວິທີໂຄສະນາການທ່ອງທ່ຽວເຫວ້ຜ່ານອາຫານ, ວັດທະນະທຳຍາມຄ່ຳຄືນ ແລະ ສື່ສັງຄົມອອນລາຍ.

ຂໍ້ສະເໜີຕ່າງໆລ້ວນມຸ່ງໃຫ້ພາບລັກການທ່ອງທ່ຽວເຫວ້ເຂົ້າເຖິງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ກວ້າງຂວາງຂຶ້ນ, ຈາກນັ້ນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ບໍລິສັດ Grab ຫວຽດນາມ ໄດ້ແນະນຳບົດຮຽນຈາກການນຳໃຊ້ຈຸດແຂງຂອງແພລດຟອມດິຈິຕອນ ເພື່ອຊ່ວຍຊຸກຍູ້ການທ່ອງທ່ຽວ ແລະ ເຜີຍແຜ່ເອກະລັກຂອງນະຄອນຫຼວງເກົ່າ ຜ່ານບົດສະເໜີຫົວຂໍ້ “ແພລດຟອມດິຈິຕອນຍົກສູງປະສົບການທ່ອງທ່ຽວ, ປະກອບສ່ວນສ້າງແຮງຂັບເຄື່ອນການພັດທະນາເສດຖະກິດ - ສັງຄົມທ້ອງຖິ່ນ”.

ບໍລິສັດໄດ້ຍົກບັນດາຜົນກະທົບທາງເສດຖະກິດ ແລະ ສັງຄົມໃນທາງບວກ ພາຍຫຼັງໜຶ່ງປີແຫ່ງການດຳເນີນຄວາມຮ່ວມມືລະຫວ່າງນະຄອນເຫວ້ ແລະ Grab ຫວຽດນາມ.

ພາຍຫຼັງການຜັນຂະຫຍາຍບໍລິການ, ຈຳນວນຄູ່ຮ່ວມມືຄົນຂັບໄດ້ເພີ່ມຂຶ້ນຫຼາຍກວ່າ 50%, ຈຳນວນຖ້ຽວລົດສະເລ່ຍເພີ່ມຂຶ້ນ 9% ແລະ ຈຳນວນຄົນຂັບແມ່ຍິງເພີ່ມຂຶ້ນ 2,2 ເທົ່າ ຍ້ອນໂຄງການ Grab ເອື້ອຍນ້ອງ. ການເພີ່ມຂຶ້ນຂອງຈຳນວນຄົນຂັບແມ່ຍິງ ເປັນຜົນຈາກໂຄງການ Grab ເອື້ອຍນ້ອງ.

ສຳລັບຂະແໜງການທ່ອງທ່ຽວ, ບັນດາໂຄງການຮ່ວມມືກັບພາກສ່ວນທ່ອງທ່ຽວທ້ອງຖິ່ນ ໄດ້ຊ່ວຍໃຫ້ມູນຄ່າທຸລະກຳຈາກນັກທ່ອງທ່ຽວເພີ່ມຂຶ້ນ 56%, ພ້ອມທັງສະໜັບສະໜູນບັນດາຄົວເຮືອນທີ່ປະກອບທຸລະກິດໃຫ້ຂະຫຍາຍກິດຈະກຳຂອງຕົນຜ່ານແພລດຟອມດິຈິຕອນ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ

ຍສໝ​ - ນັບຕັ້ງແຕ່ວັນທີ 15-18 ມິຖຸນາ 2026, ຄະນະຜູ້ແທນຂັ້ນສູງ ກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ເປັນຫົວໜ້າຄະນະ ຈະເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ...

Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ

ຍສໝ - ສາຍການບິນ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ (TAT) ຫາກໍໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດ ແນໃສ່ຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳສາກົນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ