ມໍລະດົກເປີດກວ້າງການເຊື່ອມຕໍ່ກວາງນິງກັບໂລກ

14:19 | 28/09/2026

ຍສໝ - ດ້ວຍບັນດາມໍລະດົກທີ່ມີຄຸນຄ່າໂດດເດັ່ນ ພ້ອມກັບພື້ນທີ່ວັດທະນະທຳອັນເປັນເອກະລັກ, ກວາງນິງ ພວມຊຸກຍູ້ການທູດວັດທະນະທຳ, ການທູດມໍລະດົກ ເພື່ອໂຄສະນາຮູບພາບຂອງທ້ອງຖິ່ນ, ເປີດກວ້າງການຮ່ວມມືສາກົນ ແລະ ຂຸດຄົ້ນນຳໃຊ້ແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ຫວຽດນາມ - ປາກິດສະຖານ ເປີດກວ້າງການເຊື່ອມຕໍ່, ມຸ່ງສູ່ການເພີ່ມກະແສນັກທ່ອງທ່ຽວສອງທິດທາງ ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ປາກິດສະຖານ: ເຊັນ 3 ຂໍ້ຕົກລົງສຳຄັນ, ມຸ່ງໄປສູ່ການເປີດເສັ້ນທາງການບິນກົງ

ວັນທີ 12/7/2025, ທີ່ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກ ຢູ່ Paris (ຝຣັ່ງ), UNESCO ໄດ້ຂຶ້ນທະບຽນກຸ່ມບູຮານສະຖານ ແລະ ທິວທັດ ອຽນຕື໋ - ຫວິງງຽມ - ໂກນເຊີນ, ກຽບບາກ ເປັນມໍລະດົກວັດທະນະທຳໂລກຢ່າງເປັນທາງການ, ດ້ວຍຄວາມເຫັນດີຂອງ 21 ປະເທດສະມາຊິກ.

ເພື່ອກ້າວມາຮອດຂີດໝາຍນີ້, ກວາງນິງ ໄດ້ຮັບບົດບາດເປັນປະທານໃນການສ້າງສຳນວນ, ປະສານງານກັບບັນດາກະຊວງ, ຂະແໜງການສູນກາງ ແລະ ສອງທ້ອງຖິ່ນ ບັກນິງ, ຫາຍຟ່ອງ ເພື່ອເຮັດໃຫ້ບັນດາຄຸນຄ່າໂດດເດັ່ນສາກົນຂອງກຸ່ມມໍລະດົກດັ່ງກ່າວຈະແຈ້ງຂຶ້ນ.

ໃນຂະບວນການສຳເລັດ ແລະ ປົກປ້ອງສຳນວນ, ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ໄດ້ສືບຕໍ່ແລກປ່ຽນ, ເຮັດວຽກກັບຜູ້ຕາງໜ້າບັນດາປະເທດສະມາຊິກຄະນະກຳມະການມໍລະດົກໂລກ, ບັນດາຊ່ຽວຊານ ແລະ ອົງການສາກົນຢ່າງບໍ່ຫຼຸດລະ.

ບັນດາຄຸນຄ່າຂອງ ອຽນຕື໋ ບໍ່ພຽງແຕ່ຖືກແນະນຳຜ່ານເອກະສານວິທະຍາສາດ ແຕ່ຍັງຜ່ານເລື່ອງລາວກ່ຽວກັບການກຳເນີດ ແລະ ພັດທະນາຂອງນິກາຍສະມາທິ ຈຸກເລິມ ອຽນຕື໋, ແນວຄິດເຂົ້າຮ່ວມຊີວິດສັງຄົມຂອງພະພຸດທະກະສັດ ເຈິ່ນເຍິນຕົງ, ການແຜ່ຂະຫຍາຍຂອງພຸດທະສາສະໜາ ຈຸກເລິມ ພ້ອມກັບບັນດາຄຸນຄ່າດ້ານປະຫວັດສາດ, ສະຖາປັດຕະຍະກຳ ແລະ ພູມທັດ ທີ່ໄດ້ຫຼອມລວມຢູ່ໃນພື້ນທີ່ມໍລະດົກ.

ຜ່ານນັ້ນ, ເສັ້ນທາງສູ່ການຂຶ້ນທະບຽນ ອຽນຕື໋ ຍັງກາຍເປັນຂີດໝາຍໜຶ່ງຂອງການທູດວັດທະນະທຳ, ນຳບັນດາຄຸນຄ່າທີ່ໄດ້ກໍ່ຮ່າງ ແລະ ຖືກຮັກສາໄວ້ຢູ່ຫວຽດນາມ ເຂົ້າສູ່ພື້ນທີ່ສົນທະນາທີ່ກວ້າງຂວາງຍິ່ງຂຶ້ນກັບປະຊາຄົມມໍລະດົກສາກົນ.

ມໍລະດົກເປີດກວ້າງການເຊື່ອມຕໍ່ກວາງນິງກັບໂລກ
ວັດດົ່ງ ຕັ້ງຢູ່ເທິງຍອດພູອຽນຕື໋, ແຂວງກວາງນິງ.

ມໍລະດົກກາຍເປັນແຫຼ່ງຊັບພະຍາກອນເພື່ອການພັດທະນາ

ດ້ວຍມໍລະດົກໂລກ 2 ແຫ່ງທີ່ UNESCO ຮັບຮອງ ພ້ອມກັບລະບົບມໍລະດົກວັດທະນະທຳອັນອຸດົມສົມບູນ ລວມມີບູຮານສະຖານປະຫວັດສາດ - ວັດທະນະທຳ, ສະຖານທີ່ທິວທັດອັນສວຍງາມ ແລະ ບັນດາຄຸນຄ່າວັດທະນະທຳນາມມະທຳຈຳນວນຫຼາຍ, ກວາງນິງ ພວມວາງຄວາມຕ້ອງການອະນຸລັກ ໃນຄວາມສຳພັນອັນແໜ້ນແຟ້ນກັບການສົ່ງເສີມຄຸນຄ່າ.

ມໍລະດົກບໍ່ພຽງແຕ່ຖືກເບິ່ງວ່າເປັນຄຸນຄ່າທີ່ຕ້ອງຮັກສາ, ແຕ່ຄ່ອຍໆກາຍເປັນແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາເສດຖະກິດ, ວັດທະນະທຳ ແລະ ການທ່ອງທ່ຽວ.

ໃນທິດທາງດັ່ງກ່າວ, ການທູດມໍລະດົກ ໄດ້ຖືກກຳນົດເປັນວິທີການໜຶ່ງໃນການເປີດກວ້າງການຮ່ວມມືສາກົນ, ນຳຮູບພາບອ່າວຮ້າລອງ, ອຽນຕື໋ ເຂົ້າໃກ້ເພື່ອນມິດສາກົນຍິ່ງຂຶ້ນ, ພ້ອມທັງ ຮັບເອົາຄວາມຮູ້, ປະສົບການ ແລະ ແຫຼ່ງຊັບພະຍາກອນ ເພື່ອຮັບໃຊ້ການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກ.

ກວາງນິງ ຮັກສາການແລກປ່ຽນກັບ UNESCO, ສູນມໍລະດົກໂລກ, ສະຫະພັນສາກົນເພື່ອການອະນຸລັກທຳມະຊາດ (IUCN), ສະພາສາກົນວ່າດ້ວຍບູຮານສະຖານ ແລະ ແຫຼ່ງບູຮານຄະດີ (ICOMOS), ອົງການຮ່ວມມືສາກົນຍີ່ປຸ່ນ (JICA), ສະມາຄົມບັນດາອ່າວທີ່ສວຍງາມທີ່ສຸດໃນໂລກ ພ້ອມກັບຫຼາຍອົງການ, ເຄືອຂ່າຍ ແລະ ຊ່ຽວຊານສາກົນ; ພ້ອມທັງ ຜັນຂະຫຍາຍບັນດາກິດຈະກຳຄົ້ນຄວ້າວິທະຍາສາດ, ປົກປ້ອງສິ່ງແວດລ້ອມ, ຊີວະນານາພັນ, ປະເມີນຂີດຄວາມສາມາດຮອງຮັບ ແລະ ຄຸ້ມຄອງການທ່ອງທ່ຽວ.

ທ່ານ ຫວູກຽນເກື່ອງ, ຫົວໜ້າຄະນະຄຸ້ມຄອງມໍລະດົກໂລກ ອ່າວຮ້າລອງ - ອຽນຕື໋ ຢູ່ກວາງນິງ ໃຫ້ຮູ້ວ່າ, ໃນໄລຍະພັດທະນາໃໝ່, ການທູດວັດທະນະທຳ, ໃນນັ້ນ ມີການທູດມໍລະດົກ, ຈະແມ່ນແຫຼ່ງຊັບພະຍາກອນສຳຄັນ ເພື່ອຍົກສູງຖານະ ແລະ ຊຸກຍູ້ການພັດທະນາທີ່ຍືນຍົງຂອງທ້ອງຖິ່ນ.

ຕາມທ່ານ ຫວູກຽນເກື່ອງ ແລ້ວ, ຄະນະຄຸ້ມຄອງຈະສືບຕໍ່ເຮັດໃຫ້ສາຍພົວພັນກັບ UNESCO, ສູນມໍລະດົກໂລກ, IUCN, ICOMOS ແລະ ບັນດາເຄືອຂ່າຍສາກົນ ເລິກເຊິ່ງຍິ່ງຂຶ້ນ; ພ້ອມທັງ ເປັນເຈົ້າການເປີດກວ້າງການຮ່ວມມືກັບບັນດາປະເທດທີ່ມີປະສົບການຫຼາຍດ້ານການອະນຸລັກມໍລະດົກ, ຄຸ້ມຄອງມໍລະດົກທະເລ ແລະ ພັດທະນາເສດຖະກິດມໍລະດົກ ເຊັ່ນ ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາປະເທດໃນພາກພື້ນ.

ກວາງນິງ ບໍ່ພຽງແຕ່ມຸ່ງໄປສູ່ການຮັບເອົາປະສົບການສາກົນ ແຕ່ຍັງຄ່ອຍໆເພີ່ມທະວີການທູດດ້ານຄວາມຮູ້ ແລະ ການທູດມໍລະດົກ.

ທ່ານ ຫວູກຽນເກື່ອງ ໃຫ້ຮູ້ວ່າ: “ທ້ອງຖິ່ນຈະເປັນເຈົ້າການສະເໜີຂໍ້ລິເລີ່ມ, ສ້າງບັນດາໂຄງການຄົ້ນຄວ້າ, ແລກປ່ຽນຊ່ຽວຊານ, ຝຶກອົບຮົມ ແລະ ແບ່ງປັນປະສົບການ ເພື່ອໃຫ້ມີສຽງ ແລະ ປະກອບສ່ວນຢ່າງຕັ້ງໜ້າຍິ່ງຂຶ້ນໃນເຄືອຂ່າຍມໍລະດົກສາກົນ”.

ຄຽງຄູ່ກັນນັ້ນ, ຄາດວ່າແຫຼ່ງຊັບພະຍາກອນ ແລະ ເຄືອຂ່າຍຂອງ UNESCO ຈະໄດ້ຮັບການຂຸດຄົ້ນນຳໃຊ້ຢ່າງມີປະສິດທິຜົນຍິ່ງຂຶ້ນ ເພື່ອພັດທະນາບັນດາຜະລິດຕະພັນດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ສ້າງສັນ ທີ່ມີຄຸນນະພາບສູງ, ທັງອະນຸລັກຄຸນຄ່າໂດດເດັ່ນສາກົນ, ທັງສ້າງຊີວິດການເປັນຢູ່ ແລະ ຍົກສູງຊີວິດຂອງປະຊາຄົມ.

ຈາກມຸມມອງນີ້, ມໍລະດົກກາຍເປັນຂົວເຊື່ອມ ນຳຮູບພາບກວາງນິງເຂົ້າໃກ້ເພື່ອນມິດສາກົນຍິ່ງຂຶ້ນ, ພ້ອມທັງ ເປີດການເຊື່ອມຕໍ່ໃໝ່ດ້ານຄວາມຮູ້, ປະສົບການ ແລະ ການຮ່ວມມື.

ສ້າງຍີ່ຫໍ້ຈາກບັນດາຄຸນຄ່າທີ່ແຕກຕ່າງ

ມໍລະດົກເປີດກວ້າງການເຊື່ອມຕໍ່ກວາງນິງກັບໂລກ
ອ່າວຮ້າລອງ.

ໃນບໍລິບົດທີ່ການເຊື່ອມໂຍງສາກົນນັບມື້ນັບເລິກເຊິ່ງ, ກິດຈະກຳຕ່າງປະເທດຂອງກວາງນິງ ໄດ້ຮັບການຜັນຂະຫຍາຍຢ່າງພ້ອມພຽງໃນທັງ 3 ເສົາຄ້ຳ ລວມມີ ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ຕິດຕາມຢ່າງໃກ້ຊິດແນວທາງ, ນະໂຍບາຍຕ່າງປະເທດຂອງພັກ, ລັດ ແລະ ທິດທາງຂອງກະຊວງການຕ່າງປະເທດ.

ໃນນັ້ນ, ການທູດວັດທະນະທຳ ນັບມື້ນັບໄດ້ຮັບການກຳນົດຈະແຈ້ງຍິ່ງຂຶ້ນ ໃນຖານະວິທີການໜຶ່ງເພື່ອໂຄສະນາຮູບພາບ ແລະ ເພີ່ມຄວາມດຶງດູດຂອງທ້ອງຖິ່ນໃນເວທີສາກົນ.

ກວາງນິງ ໄດ້ປະກາດ ແລະ ຜັນຂະຫຍາຍມະຕິເລກທີ 17-NQ/TU ລົງວັນທີ 30/10/2023 ກ່ຽວກັບການສ້າງ ແລະ ສົ່ງເສີມຄຸນຄ່າວັດທະນະທຳ, ກຳລັງແຮງຂອງຄົນກວາງນິງ; ແຜນການເລກທີ 188/KH-UBND ລົງວັນທີ 4/8/2022 ຜັນຂະຫຍາຍຍຸດທະສາດການທູດວັດທະນະທຳ ຮອດປີ 2030 ແລະ ແຜນການເລກທີ 11/KH-UBND ລົງວັນທີ 10/1/2025 ປະຕິບັດຄຳສັ່ງເລກທີ 30/CT-TTg.

ນັບແຕ່ບັນດາເຫດການວັດທະນະທຳ, ການທ່ອງທ່ຽວ ໄປຈົນເຖິງກິດຈະກຳສົ່ງເສີມການລົງທຶນ, ການຄ້າ, ປັດໄຈວັດທະນະທຳ ນັບມື້ນັບໄດ້ຮັບການສອດແຊກເຂົ້າໃນກິດຈະກຳຕ່າງປະເທດຢ່າງເປັນຮູບປະທຳຍິ່ງຂຶ້ນ.

Carnaval ຮ້າລອງ, ວັນ Yoga ສາກົນ, ງານວາງສະແດງການລົງທຶນ, ການຄ້າ, ການທ່ອງທ່ຽວ ມອງກ໋າຍ - ຕົງຮຶງ, ບັນດາກິດຈະກຳໂຄສະນາທີ່ຕິດພັນກັບ Clipper Race ຫຼື ບັນດາກອງສຳມະນາສາກົນກ່ຽວກັບການທ່ອງທ່ຽວ ໄດ້ກາຍເປັນບັນດາຊ່ອງທາງແນະນຳກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ວັດທະນະທຳ ແລະ ທ່າແຮງພັດທະນາຂອງກວາງນິງ.

ໃນທິດກົງກັນຂ້າມ, ທ້ອງຖິ່ນເປັນເຈົ້າການນຳບັນດາຄູ່ຮ່ວມສາກົນມາກວາງນິງ ຜ່ານບັນດາໂຄງການ famtrip, presstrip, ກິດຈະກຳສຳລັບ KOLs ແລະ ບັນດາຄະນະນັກຂ່າວຕ່າງປະເທດ.

ຮູບພາບກວາງນິງ ຍັງໄດ້ຮັບການແນະນຳຢູ່ງານບຸນຫວຽດນາມ ທີ່ Sapporo (ຍີ່ປຸ່ນ), ບັນດາໂຄງການຄົ້ນຄວ້າ, ສົ່ງເສີມອຸດສາຫະກຳວັດທະນະທຳຢູ່ ສ.ເກົາຫຼີ ແລະ ໂຄງການສົ່ງເສີມຮູບເງົາຫວຽດນາມ ທີ່ງານມະຫະກຳຮູບເງົາສາກົນ Busan.

ວຽກງານຂໍ້ມູນຕ່າງປະເທດ ຍັງໄດ້ຮັບການເປີດກວ້າງທັງດ້ານພາກສ່ວນ ແລະ ວິທີການສື່ສານ. ກວາງນິງ ເພີ່ມທະວີການປະສານງານກັບບັນດາອົງການໜັງສືພິມ, ສຳນັກຂ່າວສານພາຍໃນ ແລະ ຕ່າງປະເທດ; ຮ່ວມມືກັບກວ່າ 30 ອົງການສຳນັກຂ່າວສານ, ໜັງສືພິມສູນກາງ; ພິມເຜີຍແຜ່ບັນດາສິ່ງພິມສອງພາສາ ຫວຽດນາມ - ຈີນ, ຫວຽດນາມ - ອັງກິດ; ປະສານງານກັບບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ເພື່ອແນະນຳທ່າແຮງ, ຈຸດແຂງ ແລະ ນະໂຍບາຍດຶງດູດການລົງທຶນ.

ຜ່ານນັ້ນ, ບັນດາຜົນສຳເລັດດ້ານພັດທະນາເສດຖະກິດ - ສັງຄົມ, ກິດຈະກຳຕ່າງປະເທດ, ວັດທະນະທຳ, ການທ່ອງທ່ຽວ ແລະ ສະພາບແວດລ້ອມການລົງທຶນຂອງກວາງນິງ ໄດ້ຮັບການຖ່າຍທອດຢ່າງກວ້າງຂວາງຍິ່ງຂຶ້ນໄປຍັງປະຊາຄົມສາກົນ.

ໃນໄລຍະຕໍ່ໄປ, ຕໍ່ໜ້າຄວາມຕ້ອງການສ້າງກວາງນິງ ໃຫ້ກາຍເປັນສູນການທ່ອງທ່ຽວສາກົນ, ສູນເສດຖະກິດທະເລ ແລະ ປະຕູການຄ້າສາກົນຂອງເຂດພາກເໜືອ, ວຽກງານຕ່າງປະເທດ ໄດ້ຮັບການກຳນົດທິດໃຫ້ສືບຕໍ່ຕິດພັນຢ່າງແໜ້ນແຟ້ນຍິ່ງຂຶ້ນກັບຍຸດທະສາດພັດທະນາ.

ຈຸດສຸມແມ່ນການສ້າງຍີ່ຫໍ້ກວາງນິງ ຈາກບັນດາຄຸນຄ່າທີ່ແຕກຕ່າງຂອງອ່າວຮ້າລອງ, ອຽນຕື໋ ແລະ ລະບົບມໍລະດົກ, ວັດທະນະທຳອັນເປັນເອກະລັກ; ຊຸກຍູ້ການໂຄສະນາຢູ່ບັນດາແພລດຟອມດິຈິຕອນ, ຜ່ານບັນດາເຫດການສາກົນ ແລະ ເຄືອຂ່າຍອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ.

ການທີ່ອ່າວຮ້າລອງ - ໝູ່ເກາະກາດບ່າ ແລະ ອຽນຕື໋ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກຈາກ UNESCO ໄດ້ສ້າງພື້ນຖານເພີ່ມຕື່ມໃຫ້ກວາງນິງ ພັດທະນາເສດຖະກິດມໍລະດົກ, ອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວທາງຈິດວິນຍານຄຸນນະພາບສູງ.

ຄຽງຄູ່ກັບການທູດວັດທະນະທຳ, ທ້ອງຖິ່ນ ສືບຕໍ່ເປີດກວ້າງສາຍພົວພັນກັບບັນດາຄູ່ຮ່ວມທີ່ມີທ່າແຮງ ຢູ່ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, EU, ສະຫະລັດອາເມລິກາ, ອົດສະຕາລີ ແລະ ຕາເວັນອອກກາງ; ເພີ່ມທະວີການເຊື່ອມຕໍ່ກັບບັນດາກຸ່ມບໍລິສັດ, ສູນການເງິນ, ອົງການຄົ້ນຄວ້າ, ນະວັດຕະກຳ ແລະ ສະມາຄົມວິສາຫະກິດສາກົນ.

ບັນດາຂົງເຂດ ເສດຖະກິດສີຂຽວ, ເຕັກໂນໂລຊີສູງ, logistics, ທ່າເຮືອ, ການຫັນປ່ຽນດິຈິຕອນ, ພະລັງງານທົດແທນ, ການສຶກສາ - ຝຶກອົບຮົມ ແລະ ການທ່ອງທ່ຽວ ໄດ້ຮັບການກຳນົດເປັນບັນດາເນື້ອໃນຮ່ວມມືຈຸດສຸມ.

ການທ່ອງທ່ຽວທົ່ວປະເທດເຕີບໂຕໃນທິດທາງຕັ້ງໜ້າ ໃນໄລຍະພັກວັນຊາດ 2/9 ການທ່ອງທ່ຽວທົ່ວປະເທດເຕີບໂຕໃນທິດທາງຕັ້ງໜ້າ ໃນໄລຍະພັກວັນຊາດ 2/9
ຍສໝ - ໃນໄລຍະພັກວັນຊາດ 2/9 ເປັນເວລາ 5 ວັນ, ຂະແໜງທ່ອງທ່ຽວທົ່ວປະເທດຄາດວ່າ ໄດ້ຕ້ອນຮັບ ແລະ ໃຫ້ບໍລິການນັກທ່ອງທ່ຽວປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 18,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.
ຫວຽດນາມ - ພູຖານ ຊຸກຍູ້ການເຊື່ອມໂຍງດ້ານການທ່ອງທ່ຽວ ຫວຽດນາມ - ພູຖານ ຊຸກຍູ້ການເຊື່ອມໂຍງດ້ານການທ່ອງທ່ຽວ
ຍສໝ - ຄວາມຕ້ອງການດ້ານປະສົບການທີ່ນັບມື້ນັບຫຼາກຫຼາຍຂອງນັກທ່ອງທ່ຽວຫວຽດນາມ ພ້ອມກັບການເພີ່ມທະວີການເຊື່ອມໂຍງທາງອາກາດ ພວມເປີດກວ້າງທ່າແຮງຕື່ມອີກໃຫ້ແກ່ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ພູຖານ - ປະເທດທີ່ດຳເນີນຮູບແບບການທ່ອງທ່ຽວຄຸນຄ່າສູງ, ຈຳນວນໜ້ອຍ, ເຊື່ອມຕິດກັບການອະນຸລັກວັດທະນະທຳ, ທຳມະຊາດ ແລະ ການພັດທະນາແບບຍືນຍົງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ