ເຫວ້ ພັດທະນາອຸດສາຫະກຳວັດທະນະທຳ ເຊື່ອມໂຍງກັບມໍລະດົກ ແລະ ເສດຖະກິດກາງຄືນ

15:26 | 06/09/2026

ຍສໝ - ຕອນບ່າຍວັນທີ 3/9, ທ່ານ ເລຈີແທງ, ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ໄດ້ເປັນປະທານກອງປະຊຸມຮັບຟັງລາຍງານກ່ຽວກັບແຜນຮ່າງພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຢູ່ນະຄອນເຫວ້ ຮອດປີ 2030, ວິໄສທັດຮອດປີ 2045; ແຜນການຂຸດຄົ້ນເຂດພະລາຊະວັງເຫວ້ໃນຍາມຄ່ຳຄືນ ແລະ ບັນຊີລາຍຊື່ສະຖານທີ່, ສິ່ງກໍ່ສ້າງດ້ານວັດທະນະທຳທີ່ສະເໜີໃຫ້ຜັນຂະຫຍາຍຕາມຮູບແບບຄູ່ຮ່ວມລັດ - ເອກະຊົນ (PPP).

Phuc’s Fond (ນອກແວ) ກຳລັງມອບທຶນການສຶກສາ 356 ທຶນໃຫ້ແກ່ນັກຮຽນທີ່ດ້ອຍໂອກາດໃນ ເຫວ້ ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ

ທີ່ກອງປະຊຸມ, ທ່ານ ເລຈີແທງ, ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ເຫັນວ່າ ນະຄອນຍັງມີທ່າແຮງຫຼາຍໃນການພັດທະນາອຸດສາຫະກຳວັດທະນະທຳ ຍ້ອນມີທ່າໄດ້ປຽບອັນພົ້ນເດັ່ນດ້ານລະບົບມໍລະດົກ, ສະຖາປັດຕະຍະກຳ, ພູມສັນຖານ ແລະ ພື້ນທີ່ທຳມະຊາດ. ທ່ານຮຽກຮ້ອງໃຫ້ແຜນຮ່າງພັດທະນາອຸດສາຫະກຳວັດທະນະທຳ ຖືກຜັນຂະຫຍາຍໃນທິດທາງທັງສ້າງສາ, ທັງຄັດເລືອກບາງເນື້ອໃນທີ່ເໝາະສົມເພື່ອທົດລອງຢ່າງມີການຄວບຄຸມ, ຈາກນັ້ນ ສືບຕໍ່ຕີລາຄາ, ດັດປັບ ແລະ ປັບປຸງຮູບແບບໃຫ້ສົມບູນ ແລະ ເໝາະສົມກັບຈຸດພິເສດຂອງເຫວ້.

ຕາມທ່ານປະທານຄະນະກຳມະການປະຊາຊົນນະຄອນ, ຈຳເປັນຕ້ອງເພີ່ມທະວີການດຶງດູດບັນດາວິສາຫະກິດທີ່ມີຄວາມສາມາດ, ປະສົບການ ແລະ ຄວາມສາມາດຈັດຕັ້ງແບບມືອາຊີບ ເຂົ້າຮ່ວມຂຸດຄົ້ນບັນດາຜະລິດຕະພັນອຸດສາຫະກຳວັດທະນະທຳ. ລັດສຸມໃສ່ບົດບາດກຳນົດທິດ, ສ້າງກົນໄກ, ສະໜັບສະໜູນໂຄງລ່າງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ໃນຂະນະທີ່ວິສາຫະກິດເປັນຜູ້ຈັດຕັ້ງ, ດຳເນີນງານ, ພັດທະນາຜະລິດຕະພັນ ແລະ ເປີດກວ້າງຕະຫຼາດໂດຍກົງ.

ເຫວ້ ພັດທະນາອຸດສາຫະກຳວັດທະນະທຳ ເຊື່ອມໂຍງກັບມໍລະດົກ ແລະ ເສດຖະກິດກາງຄືນ
ທ່ານ ເລຈີແທງ, ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ກ່າວຄຳປາໄສທີ່ກອງປະຊຸມກ່ຽວກັບແຜນຮ່າງພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຢູ່ນະຄອນເຫວ້.

ໜຶ່ງໃນທິດທາງທີ່ເຫວ້ໃຫ້ຄວາມສຳຄັນ ແມ່ນຍົກລະດັບບັນດາຜະລິດຕະພັນຂຸດຄົ້ນຄຸນຄ່າໃນຍາມຄ່ຳຄືນຢູ່ເຂດພະລາຊະວັງເຫວ້ ແລະ ບັນດາພື້ນທີ່ມໍລະດົກ. ບັນດາກິດຈະກຳຕ້ອງມຸ່ງໄປສູ່ການຈັດຂຶ້ນເປັນປະຈຳຕະຫຼອດປີ, ແທນທີ່ຈະສຸມໃສ່ສະເພາະຕາມລະດູການ ຫຼື ໃນບາງໄລຍະເວລາເທົ່ານັ້ນ.

ປະທານຄະນະກຳມະການປະຊາຊົນນະຄອນ ຍັງໃຫ້ຂໍ້ສັງເກດວ່າ ແຕ່ລະແນວຄິດຕ້ອງເຊື່ອມຕິດກັບແຜນການຂຸດຄົ້ນທີ່ລະອຽດ. ແຕ່ລະສະຖານທີ່, ແຕ່ລະຮູບແບບຜະລິດຕະພັນ ຕ້ອງໄດ້ຮັບການຄົ້ນຄວ້າຢ່າງຮອບຄອບກ່ຽວກັບພື້ນທີ່, ຮູບແບບການຈັດຕັ້ງ, ກຸ່ມເປົ້າໝາຍ, ແຜນການດຳເນີນງານ, ແຫຼ່ງທຶນລົງທຶນ ແລະ ຄວາມສາມາດຂຸດຄົ້ນໃນໄລຍະຍາວ, ຮັບປະກັນຄວາມເປັນໄປໄດ້ເມື່ອນຳໄປຜັນຂະຫຍາຍຕົວຈິງ.

ສຳລັບກຸ່ມຜະລິດຕະພັນສຳລັບຊາວໜຸ່ມ, ເຫວ້ກຳນົດທິດພັດທະນາບັນດາກິດຈະກຳວັດທະນະທຳ, ສິລະປະທີ່ຄຶກຄື້ນ, ໃນນັ້ນ ມີບັນດາລາຍການດົນຕີ ແລະ ການສະແດງທີ່ໄດ້ຮັບການປ່ຽນໃໝ່ເປັນປະຈຳ, ສອດຄ່ອງກັບທ່າອ່ຽງ ແລະ ຄວາມນິຍົມ. ຄຽງຄູ່ກັບບັນດາຜະລິດຕະພັນທີ່ມີກິ່ນອາຍເກົ່າແກ່, ຊວນໃຫ້ຫວນຄິດເຖິງອະດີດ ແລະ ສ້າງປະສົບການເລິກເຊິ່ງກັບມໍລະດົກ, ນະຄອນຕ້ອງເພີ່ມບັນດາຜະລິດຕະພັນວັດທະນະທຳ, ສິລະປະຮ່ວມສະໄໝ ເພື່ອເປີດກວ້າງກຸ່ມຜູ້ຊົມ ແລະ ສ້າງກຸ່ມນັກທ່ອງທ່ຽວໃໝ່.

ເຫວ້ ພັດທະນາອຸດສາຫະກຳວັດທະນະທຳ ເຊື່ອມໂຍງກັບມໍລະດົກ ແລະ ເສດຖະກິດກາງຄືນ
ງານບຸນມໍລະດົກດົນຕີສາກົນເຫວ້ - Hue Wonderverse Music Fest 2026 ແມ່ນໜຶ່ງໃນບັນດາຜະລິດຕະພັນວັດທະນະທຳ, ສິລະປະ ທີ່ມຸ່ງດຶງດູດນັກທ່ອງທ່ຽວໜຸ່ມ.

ການນຳນະຄອນເຫວ້ ຍັງສະເໜີໃຫ້ຄົ້ນຄວ້າຈັດບັນດາກິດຈະກຳສະແດງດົນຕີຕາມຖະໜົນໃນຍາມຄ່ຳຄືນ ເຊື່ອມໂຍງກັບງານບຸນ Countdown ໃນໂອກາດທ້າຍປີ. ແທນທີ່ຈະຈັດຂຶ້ນພຽງຄືນດຽວ, ບັນດາກິດຈະກຳສາມາດຈັດເປັນຊຸດຕໍ່ເນື່ອງຫຼາຍວັນ ເພື່ອສ້າງບັນຍາກາດງານບຸນ, ເພີ່ມປະສົບການໃຫ້ນັກທ່ອງທ່ຽວ, ແກ່ຍາວໄລຍະພັກເຊົາ ແລະ ເພີ່ມລະດັບການໃຊ້ຈ່າຍ.

ອີກທິດທາງໜຶ່ງທີ່ຖືກຍົກຂຶ້ນມາ ແມ່ນພັດທະນາເຫວ້ໃຫ້ກາຍເປັນສະຖານທີ່ຖ່າຍທຳສຳລັບຮູບເງົາ, ໂທລະພາບ ແລະ ການຜະລິດເນື້ອຫາ. ນອກຈາກເຂດນະຄອນຫຼວງເກົ່າແລ້ວ, ນະຄອນຕ້ອງກວດກາຄືນບັນດາພື້ນທີ່ສະຖາປັດຕະຍະກຳ, ພູມສັນຖານ, ບ້ານເກົ່າແກ່ ແລະ ສະຖານທີ່ທີ່ມີເອກະລັກ ເພື່ອສ້າງລະບົບສາກ ແລະ ສະຖານທີ່ຖ່າຍທຳທີ່ຫຼາກຫຼາຍ, ທັງຮັບໃຊ້ການຜະລິດຮູບເງົາ, ທັງປະກອບສ່ວນໂຄສະນາພາບລັກຂອງເຫວ້.

ທ່ານ ເລຈີແທງ, ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ສືບຕໍ່ຫັນບັນດາທິດທາງໃຫ້ເປັນແຜນງານ, ຜະລິດຕະພັນ ແລະ ແຜນການຜັນຂະຫຍາຍທີ່ຈະແຈ້ງ; ກຳນົດໃຫ້ຊັດເຈນບັນດາເນື້ອໃນທີ່ສາມາດປະຕິບັດໄດ້ທັນທີ ແລະ ບັນດາເນື້ອໃນທີ່ຕ້ອງສືບຕໍ່ປັບປຸງດ້ານກົນໄກ, ໂຄງລ່າງ ແລະ ແຫຼ່ງກຳລັງ.

ຜ່ານນັ້ນ, ເຫວ້ຈະຄ່ອຍໆສ້າງລະບົບນິເວດອຸດສາຫະກຳວັດທະນະທຳທີ່ມີເອກະລັກສະເພາະ, ຫັນວັດທະນະທຳ ແລະ ມໍລະດົກຈາກທ່າໄດ້ປຽບທີ່ມີຢູ່ແລ້ວ ໃຫ້ກາຍເປັນແຫຼ່ງກຳລັງຕົວຈິງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ເສດຖະກິດກາງຄືນ.

Children of VietNam (ອາເມລິກາ) ໜູນຊ່ວຍ 100 ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ ເທື່ອທຽນເຫວ້. Children of VietNam (ອາເມລິກາ) ໜູນຊ່ວຍ 100 ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ ເທື່ອທຽນເຫວ້.
ຍສໝ - ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 2542/QD-UBND ລົງ​ວັນ​ທີ 1 ຕຸລາ 2024 ອະນຸມັດ​ການ​ຮັບເອົາບ້ວງ​ເງິນ​ຊ່ວຍ​ເຫຼືອລ້າທີ່​ບໍ່ຂຶ້ນກັບ​ການ​ໜູນ​ຊ່ວຍຢ່າງເປັນທາງການ ໂຄງການ​ໂດຍ​ອົງການ​ Children of VietNam (ອາ​ເມ​ລິ​ກາ). ທຶນ​ການ​ສຶກ​ສາ​ສໍາ​ລັບ​ນັກ​ຮຽນ​ທຸກ​ຍາກ​ ແລະ​ ດ້ອຍ​ໂອ​ກາດ​ຢູ່​ໂຮງ​ຮຽນ​ໃນ​ແຂວງ ເທື່ອທຽນເຫວ້​. ​ໂຄງການ​ມີ​ຍອດ​ຈຳນວນ​ທຶນ​ຊ່ວຍ​ເຫຼືອ 100 ລ້ານ​ດົ່ງ, ​ເທົ່າ​ກັບ 4.128,6 USD.
[ພາບ] ຫວນຄືນພິທີ​ເອົາຕົ້ນກະຖິນລົງ ​ແລະມື້ທຳອິດຂອງປີໃໝ່ໃນ​ລາຊະ​ວັງເຫວ້ [ພາບ] ຫວນຄືນພິທີ​ເອົາຕົ້ນກະຖິນລົງ ​ແລະມື້ທຳອິດຂອງປີໃໝ່ໃນ​ລາຊະ​ວັງເຫວ້
ຍສໝ - ວັນ​ທີ 4 ກຸມພາ​ນີ້, ສູນ​ອະນຸລັກປູຊະນີຍະສະຖານເມືອງຫຼວງເກົ່າເຫວ້ ​ໄດ້​ຈັດ​ພິທີ​ເອົາຕົ້ນກະຖິນລົງ​ຢູ່​ສະໜາມ​ຈ້ຽວ ໝຽວ ​ແລະ ເຖໝຽວ ຢູ່ພາຍ​ໃນ​ພະລາຊະວັງ​ເຫວ້, ເປັນເຄື່ອງໝາຍສິ້ນສຸດ​​ບຸນປີໃໝ່ປີມະເສັງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ