ເກີນເທີ ນຳເອົາມໍລະດົກແຫ່ງຊາດ ງານເທດສະການ ທັກຄົນ ມາສູ່ມວນຊົນ ນະຄອນຫຼວງຮ່າໂນ້ຍ

14:20 | 23/08/2026

ຍສໝ - ນັກທ່ອງທ່ຽວທີ່ເດີນທາງມາ ນະຄອນຫຼວງ ໃນສອງວັນທີ 22 ແລະ 23/8 ນີ້ ຈະມີໂອກາດໄດ້ດຳໂຄມເຂົ້າໃນບັນຍາກາດວັດທະນະທຳ ທີ່ມີເອກະລັກສະເພາະຂອງເຂດຕາເວັນຕົກພາກໃຕ້ ຜ່ານໂຄງການຟື້ນຟູພາບ ງານເທດສະການ ທັກຄົນ. ງານປະໂຄມດັ່ງກ່າວ ຈັດຂຶ້ນໂດຍ ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ປະສານງານກັບ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນ ເກີນເທີ ຢູ່ທີ່ ເຂດບັນດາໝູ່ບ້ານຊົນເຜົ່າ III.

ຂະຫຍາຍຊ່ອງທາງການຮ່ວມມືດ້ານການຄ້າ ເກີນເທີ - ປາກິດສະຖານ ນະຄອນເກີນເທີ ຈູດທຽນສົດຸດີ ແລະ ຮັກສານຄຸນຄ່າ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”
ເກີນເທີ ນຳເອົາມໍລະດົກແຫ່ງຊາດ ງານເທດສະການ ທັກຄົນ ມາສູ່ມວນຊົນ ນະຄອນຫຼວງຮ່າໂນ້ຍ

ໂຄງການ ແມ່ນໂອກາດໃຫ້ບັນດາຊ່າງຝີມື, ນັກທຳສິລະປະ, ອາຈານ, ຜູ້ຊົງຄຸນວຸດທິ ແລະ ເຈົ້າຂອງວັດທະນະທຳ ໄດ້ປະຕິບັດ, ສະແດງ ແລະ ແນະນຳ ບັນດາຄຸນລັກສະນະພິເສດ ໃນຊີວິດການເປັນຢູ່ດ້ານວັດທະນະທຳ ຂອງຊາວແຂມ (Khmer) ພາກໃຕ້. ພາບໂດຍ: ຄະນະຈັດງານ

ຈຸດສຸມນົບພະໄຫວ້ບູຊາໝາກພ້າວ ຂອງຊາວແຂມ

ກິດຈະກຳຈຸດສຸມຂອງຊຸດງານປະໂຄມ ແມ່ນໂຄງການຟື້ນຟູ ງານເທດສະການ ທັກຄົນ (ງານເທດສະການ ບູຊາໝາກພ້າວ) – ເຊິ່ງແມ່ນຄວາມເຊື່ອຖືພື້ນເມືອງສຳຄັນ ທີ່ສະແດງເຖິງຄວາມມຸ່ງມາດປາດຖະໜາ ຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ, ຝົນຟ້າຕົກຮ້ອງຕາມລະດູການ, ຜົນຜະລິດອຸດົມສົມບູນ ແລະ ເພີ່ມທະວີຄວາມສາມັກຄີ ຂອງແອ້ມນ້ອງຊາວແຂມ. ງານເທດສະການນີ້ ຫາເກີດໄດ້ຮັບການຈັດເຂົ້າໃນ ບັນຊີມໍລະດົກວັດທະນະທຳນາມມະທຳແຫ່ງຊາດ ຢ່າງເປັນທາງການ ໂດຍ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃນວັນທີ 3/6/2025.

ສາກການຟື້ນຟູພາບ ຈະຈັດຂຶ້ນໃນເວລາ 9:00 ຫາ 10:00 ຂອງວັນທີ 23/8, ຕາມເສັ້ນທາງພື້ນທີ່ ຕັ້ງແຕ່ ໝູ່ບ້ານຊົນເຜົ່າແຂມ ຫາ ວັດແຂມ. ໂຄງການໄດ້ເຕົ້າໂຮມທີມງານຊ່າງຝີມື, ອາຈານ ພ້ອມດ້ວຍ ຄະນະສິລະປະການຊາວແຂມ ນະຄອນ ເກີນເທີ, ພາຍໃຕ້ການຊີ້ນຳດ້ານສິລະປະຂອງ ນັກທຳສິລະປະ ລືວທານຮຸ່ງ, ຜູ້ປະດິດທ່າເຕັ້ນ ເຈົາມິນເທວຽນ ແລະ ຮັບຜິດຊອບດົນຕີ ແທັກຫາຍວິງ.

ດຳໂຄມເຂົ້າໃນພື້ນທີ່ສິລະປະ ແລະ ອາຫານການກິນ ເຂດຕາເວັນຕົກພາກໃຕ້

ຄຽງຄູ່ກັບບັນດານົບພະໄຫວ້ທາງດ້ານຈິດວິຍານ, ໂຄງການແລກປ່ຽນ “ມາມວນຢູ່ເຂດຕາເວັນຕົກ” ໄດ້ຈັດຂຶ້ນຢູ່ບໍລິເວນເດີ່ນຫຍ້າ ວັດແຂມ ເພື່ອໂຄສະນາຮອບດ້ານ ກ່ຽວກັບຄວາມງາມດ້ານວັດທະນະທຳ ແລະ ການທ່ອງທ່ຽວ ເກີນເທີ.

ນັກທ່ອງທ່ຽວ ຈະໄດ້ຮັບຊົມ ແລະ ເພີດເພີນກັບບັນດາຮູບແບບສິລະປະພື້ນເມືອງ ທີ່ເປັນຕົວແທນ ເຊັ່ນ: ການບັງເກີນດົນຕີ 5 ສຽງ, ຟ້ອນ ລຳວົງ, ຈັງຫວະກອງ ສະດຳ ຫຼື ດອນກາໄຕຕື. ນອກຈາກນັ້ນ, ໂຄງການ ຍັງເປີດພື້ນທີ່ປະຕິບັດຕົວຈິງ ກັບກິດຈະກຳຕຳເຂົ້າເມົ້ານ້ຳນົມ ແລະ ຊີມອາຫານທີ່ມີເອກະລັກຂອງເຂດແມ່່ນ້ຳ ເຊັ່ນ: ບັ່ນແຊວ, ບັ່ນກົ້ງ.

ຕາມແຜນການ, ໃນວັນທີ 22/8 ມີ 2 ໂຄງການແລກປ່ຽນ “ມາມວນຢູ່ເຂດຕາເວັນຕົກ” ໃນຊ່ວງເວລາ 9:00-10:30 ແລະ 14:30-16:00. ໃນວັນທີ 23/8, ນອກຈາກໂຄງການຟື້ນຟູພາບ ງານເທດສະການ ທັກຄົນ ຕັ້ງແຕ່ເວລາ 9:00-10:00 ແລ້ວ, ບັນດາກິດຈະກຳແລກປ່ຽນ ຈະສືບຕໍ່ຈັດຂຶ້ນໃນເວລາ 10:00-11:00 ແລະ 14:30-16:00.

ບັນດາກິດຈະກຳຢູ່ ໝູ່ບ້ານວັດທະນະທຳ – ການທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ໄດ້ມີການເຂົ້າຮ່ວມຂອງ ຊ່າງຝີມື, ນັກທຳສິລະປະ, ອາຈານ ແລະ ບັນດາພຣະສົງ ທີ່ເດີນທາງມາຈາກນະຄອນ ເກີນເທີ.

ຜ່ານການປະສານງານຈັດບັນດາກິດຈະກຳ ທີ່ຢູ່ໃນແຜນການເດືອນ 8 ນີ້, ບັນດາໜ່ວຍງານ ມຸ່ງມາດປາດຖະໜາທີ່ຈະແນະນຳ, ປົກປັກຮັກສາມໍລະດົກວັດທະນະທຳຊາວແຂມ, ພ້ອມທັງນຳເອົາພາບພົດຄົນ, ວັດທະນະທຳ ແລະ ການທ່ອງທ່ຽວ ເກີນເທີ ໃຫ້ເຂົ້າໃກ້ຊິດກັບ ປະຊາຊົນ ນະຄອນຫຼວງຮາໂນ້ຍ ກໍ່ຄື ນັກທ່ອງທ່ຽວຈາກທົ່ວທຸກທິດ.

ເປີດຕົວໂຄງການທີ່ມີມູນຄ່າຫຼາຍກວ່າ 11,3 ຕື້ດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາທີ່ ເກີນເທີ ເປີດຕົວໂຄງການທີ່ມີມູນຄ່າຫຼາຍກວ່າ 11,3 ຕື້ດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາທີ່ ເກີນເທີ
ຍສໝ - ໃນວັນທີ 31 ມີນາ, ສະຫະພັນອົງການມິດຕະພາບນະຄອນເກິ່ນເທີ ຮ່ວມມືກັບອົງການ Taiwan Fund for Children and Families (TFCF) ພ້ອມກັບບັນດາພະແນກ, ຄະນະ, ຂະແໜງການແລະ ທ້ອງຖິ່ນຕ່າງໆ ໄດ້ຈັດພິທີເປີດຕົວໂຄງການ “ເພື່ອການພັດທະນາຢ່າງຮອບດ້ານຂອງເດັກທີ່ດ້ອຍໂອກາດໃນສະຖາບັນການສຶກສາ”.
ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ
ຍສໝ - ໃນຕອນບ່າຍວັນທີ 30 ມິຖຸນາ, ທ່ານ ດົ່ງວັນແທັງ , ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ (ລາວ) ໂດຍແມ່ນທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແວງ, ປະທານສະພາປະຊາຊົນແວງ ຈຳປາສັກ ເປັນຫົວໜ້າຄະນະ ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນ ເຈິ່ນເທີ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ