| ຟອງຍາ - ແກ່ບ່າງ ໄດ້ຮັບສອງລາງວັນຈາກ World Travel Awards 2026 ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ |
ຕາມກົມການທ່ອງທ່ຽວແຫ່ງຊາດຫວຽດນາມແລ້ວ, ສະເພາະໃນເດືອນ 9/2026, ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນ 1,77 ລ້ານເທື່ອຄົນ, ເພີ່ມຂຶ້ນ 16,1% ທຽບກັບໄລຍະດຽວກັນຂອງປີກ່ອນ.
ຈີນ ແລະ ສ.ເກົາຫຼີ ສືບຕໍ່ເປັນສອງຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດ, ກວມເກືອບ 40% ຂອງຈຳນວນນັກທ່ອງທ່ຽວສາກົນທັງໝົດທີ່ມາຫວຽດນາມ. ໃນນັ້ນ, ຈີນຢືນອັນດັບໜຶ່ງ ດ້ວຍ 3,9 ລ້ານເທື່ອຄົນ, ກວມ 22,4%; ສ.ເກົາຫຼີ ຢືນອັນດັບສອງ ດ້ວຍ 3 ລ້ານເທື່ອຄົນ, ເທົ່າກັບ 17,3%.
![]() |
| ນັກທ່ອງທ່ຽວສາກົນທ່ຽວຊົມ ແລະ ສຳຜັດປະສົບການຢູ່ຫວຽດນາມ. |
ຣັດເຊຍຂຶ້ນມາຢູ່ອັນດັບສາມ ດ້ວຍນັກທ່ອງທ່ຽວປະມານ 1,1 ລ້ານເທື່ອຄົນ, ພ້ອມກັນນັ້ນກໍກາຍເປັນຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດຂອງຫວຽດນາມຢູ່ເອີຣົບ. ທຽບກັບໄລຍະດຽວກັນຂອງປີກ່ອນ, ຈຳນວນນັກທ່ອງທ່ຽວຣັດເຊຍເພີ່ມຂຶ້ນ 160,6%.
ເມື່ອພິຈາລະນາຕາມພາກພື້ນ, ເອີຣົບບັນທຶກອັດຕາການເຕີບໂຕສູງທີ່ສຸດ ຢູ່ທີ່ 55%. ຫຼາຍຕະຫຼາດຮັກສາລະດັບການເຕີບໂຕສອງຕົວເລກ ເຊັ່ນ: ໂປໂລຍ ເພີ່ມຂຶ້ນ 49%, ສ.ເຊັກໂກ ເພີ່ມຂຶ້ນ 26,6%, ສະວິດ ເພີ່ມຂຶ້ນ 25,7%, ສະວີເດັນ ເພີ່ມຂຶ້ນ 23,6%...
ອາຊີຍັງຄົງເປັນຕະຫຼາດທີ່ສຳຄັນທີ່ສຸດ ໂດຍກວມ 74,5% ຂອງຈຳນວນນັກທ່ອງທ່ຽວສາກົນທັງໝົດທີ່ມາຫວຽດນາມ. ແນວໃດກໍຕາມ, ອັດຕາການເພີ່ມຂອງພາກພື້ນນີ້ບັນລຸພຽງ 7,6% ເນື່ອງຈາກບາງຕະຫຼາດໃຫຍ່ໃນອາຊີຕາເວັນອອກສຽງເໜືອຟື້ນຕົວຊ້າ.
ຜົນດັ່ງກ່າວບັນລຸໄດ້ໃນສະພາບການທີ່ຕະຫຼາດທ່ອງທ່ຽວສາກົນສືບຕໍ່ຮັບຜົນກະທົບຈາກຄວາມບໍ່ໝັ້ນຄົງທາງພູມສາດການເມືອງ, ຄວາມຫຍຸ້ງຍາກດ້ານເສດຖະກິດ, ຄ່າຂົນສົ່ງ ແລະ ພະລັງງານ, ພ້ອມກັບແຮງກົດດັນຈາກການແຂ່ງຂັນທີ່ນັບມື້ນັບສູງຂຶ້ນລະຫວ່າງບັນດາຈຸດໝາຍປາຍທາງ.
ຕາມອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ (UN Tourism) ແລ້ວ, ການທ່ອງທ່ຽວສາກົນທົ່ວໂລກເພີ່ມຂຶ້ນພຽງ 0,4% ໃນ 6 ເດືອນຕົ້ນປີ 2026. ໃນສະພາບການດັ່ງກ່າວ, ອັດຕາເພີ່ມ 14,5% ຂອງຫວຽດນາມໃນ 9 ເດືອນ ສະແດງວ່າ ທ່າຟື້ນຕົວ ແລະ ຄວາມສາມາດເປີດກວ້າງຕະຫຼາດຍັງຄົງໄດ້ຮັບການຮັກສາ.
ຄວາມສາມາດແຂ່ງຂັນຂອງຈຸດໝາຍປາຍທາງຫວຽດນາມກໍມີບາດກ້າວປັບປຸງ. ຕາມບົດລາຍງານວັນທີ 25/9 ຂອງເວທີປາໄສເສດຖະກິດໂລກ (WEF) ແລ້ວ, ດັດຊະນີຄວາມສາມາດພັດທະນາການທ່ອງທ່ຽວຂອງຫວຽດນາມ (TTDI) ປີ 2026 ບັນລຸ 4,15 ຄະແນນ, ເພີ່ມຂຶ້ນ 6,3% ທຽບກັບປີ 2024. ຫວຽດນາມເລື່ອນຂຶ້ນ 7 ອັນດັບ, ຂຶ້ນຢູ່ອັນດັບທີ 52 ຂອງໂລກ.
ທີ່ພິທີມອບລາງວັນການທ່ອງທ່ຽວໂລກ ພາກພື້ນອາຊີ, ໂອເຊອານີ ແລະ ມະຫາສະໝຸດອິນເດຍ ປີ 2026 ຢູ່ Maldives, ຫວຽດນາມໄດ້ຮັບການເຊີດຊູໃນສອງປະເພດລາງວັນ “ຈຸດໝາຍປາຍທາງຊັ້ນນຳຂອງອາຊີ” ແລະ “ຈຸດໝາຍປາຍທາງດ້ານມໍລະດົກຊັ້ນນຳຂອງອາຊີ”.
ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ເຫັນວ່າ ຂະແໜງການທ່ອງທ່ຽວພວມຄ່ອຍໆຫັນໄປສູ່ການພັດທະນາໃນທາງເລິກ, ໃຫ້ຄວາມສຳຄັນຫຼາຍຂຶ້ນຕໍ່ຄຸນນະພາບ ແລະ ຄວາມຍືນຍົງ. ເປົ້າໝາຍບໍ່ພຽງແຕ່ແມ່ນເພີ່ມຈຳນວນນັກທ່ອງທ່ຽວ, ແຕ່ຍັງແມ່ນການຍືດເວລາພັກເຊົາ, ເພີ່ມລະດັບການໃຊ້ຈ່າຍ, ຍົກສູງຄຸນນະພາບປະສົບການ ແລະ ມູນຄ່າເພີ່ມຈາກການທ່ອງທ່ຽວ.
ຍສໝ - ແຂວງ ນິງບິ່ງ ປະສານສົມທົບກັບກຸ່ມບໍລິສັດລົດໄຟຫວຽດນາມ ຄາດວ່າຈະຈັດໂຄງການສຳຜັດປະສົບການລົດໄຟທ່ອງທ່ຽວລະດັບສູງ ຮ່າໂນ້ຍ - ນິງບິ່ງ, ແນໃສ່ສ້າງຜະລິດຕະພັນທີ່ເຊື່ອມຕໍ່ການຄົມມະນາຄົມກັບມໍລະດົກ, ວັດທະນະທຳ, ອາຫານ ແລະ ບັນດາຈຸດໝາຍປາຍທາງທີ່ໂດດເດັ່ນຂອງທ້ອງຖິ່ນ. |
ຍສໝ - ຕອນເຊົ້າວັນທີ 28/9, ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ, ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ກະຊວງພວມປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ພັດທະນາການທ່ອງທ່ຽວອັດສະລິຍະ ຕາມມະຕິເລກທີ 26-NQ/TW ແລະ ມະຕິເລກທີ 263/NQ-CP ຂອງລັດຖະບານ. |
ຄຳສີ
