| ເກືອບ 14 ລ້ານເທື່ອຄົນນັກທ່ອງທ່ຽວສາກົນເດີນທາງມາ ຫວຽດນາມ ພັດທະນາ ຟອງຍາ - ແກ່ບ່າງ ໃຫ້ກາຍເປັນເຂດທ່ອງທ່ຽວຈຸດສຸມ |
ຢູ່ພາກເໜືອ, Fansipan ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ໜ້າສົນໃຈ ດ້ວຍອາກາດເຢັນສະບາຍ. ເດືອນກັນຍາກໍແມ່ນໜຶ່ງໃນຊ່ວງທີ່ສວຍງາມຂອງປີຢູ່ທີ່ນີ້, ເມື່ອຮ່ອມພູເມື່ອງຮວາເຂົ້າສູ່ລະດູເຂົ້າສຸກ, ເນີນດອກໄມ້ສີແດງສົດສະຫຼັບກັບສີສົ້ມຂອງດອກດອນທອກ ຢູ່ລະດັບຄວາມສູງ 3.000 ແມັດ.
ຈຸດເດັ່ນແມ່ນພິທີຊັກທຸງຊາດ ທີ່ຈັດຂຶ້ນທຸກມື້ ຍົກເວັ້ນວັນອັງຄານ, ຢູ່ເທິງຍອດ Fansipan ທີ່ມີຄວາມສູງ 3.143 ແມັດ, ດ້ວຍທຸງແດງດາວເຫຼືອງປິວສະບັດທ່າມກາງທະເລເມກ ແລະ ສຽງເພງຊາດດັງກ້ອງໄປທົ່ວປ່າພູຮວ່າງລຽນເຊີນ.
![]() |
| ງານບຸນຜ້າແພພື້ນເມືອງຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ບ້ານເມີຍ, Fansipan, ນຳມາເຊິ່ງຫຼາຍປະສົບການທາງວັດທະນະທຳໃຫ້ແກ່ນັກທ່ອງທ່ຽວ. |
ແຕ່ວັນທີ 22/8 ຫາ 6/9, ງານບຸນຜ້າແພພື້ນເມືອງຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ບ້ານເມີຍ, ຈຳລອງຄືນອາຊີບຕ່ຳແຜ່ນແພຈາກໃຍລິນິນ, ການປັກແສ່ວຜ້າພື້ນເມືອງຂອງຊາວມົ້ງ, ຢາວແດງ, ໄທ ແລະ ຊາຝໍ ຜ່ານບັນດາສາກຈຳລອງ, ພິທີບູຊາສະຫຼອງລະດູເກັບກ່ຽວ, ຟ້ອນແຊວ, ເຕັ້ນໄມ້ໄຜ່ ແລະ ການຫຼິ້ນພື້ນເມືອງ.
ຢູ່ຮະລອງ, ນັກທ່ອງທ່ຽວສາມາດສຳຜັດກິດຈະກຳຕ່າງໆຕັ້ງແຕ່ກາງເວັນຈົນເຖິງກາງຄືນ. ເຂດປະພາຄານສ້າງຈຸດເດັ່ນດ້ວຍບັນຍາກາດຂອງທ່າກຳປັ່ນການຄ້າທີ່ແນມເຫັນອ່າວຮະລອງ ແລະ ບັນດາໃບເຮືອສີແດງ. ເມື່ອແສງໄຟສ່ອງສະຫວ່າງທົ່ວເມືອງ, ການສະແດງ 3D Mapping “ທ່າກຳປັ່ນການຄ້າອັນຮຸ່ງເຮືອງ” ຈຳລອງຄືນເລື່ອງລາວຂອງດິນແດນມໍລະດົກດ້ວຍເຕັກໂນໂລຊີສາຍພາບ, ປະສົມປະສານກັບການສະແດງດອກໄຟເທິງທ້ອງຟ້າບ໋າຍໄຈ໊.
![]() |
| ການສະແດງ 3D Mapping “ທ່າກຳປັ່ນການຄ້າອັນຮຸ່ງເຮືອງ” ນຳມາເຊິ່ງປະສົບການຍາມຄ່ຳຄືນຢູ່ບ໋າຍໄຈ໊, ຮະລອງ. |
ຕະຫຼາດກາງຄືນ VUI-Fest Ha Long ລວບລວມຮ້ານອາຫານຫຼາຍຮ້ອຍຮ້ານ, ໃນຂະນະທີ່ Sun World Ha Long ມີເຄື່ອງຫຼິ້ນ ແລະ ກິດຈະກຳຫຼາກຫຼາຍສຳລັບຊາວໜຸ່ມ.
ເຊິມເຊີນ (ແທງຮວາ) ກໍແມ່ນອີກໜຶ່ງທາງເລືອກໃນຊ່ວງພັກວັນຊາດປີນີ້ ດ້ວຍການສະແດງດອກໄຟໃນຄ່ຳຄືນວັນທີ 1/9 ຢູ່ຈະຕຸລັດລາມເຊີນ, ຕາແສງຮາກແທ່ງ ແລະ ຈະຕຸລັດແຄມທະເລເຊິມເຊີນ, ແຂວງແທງຮວາ.
ນອກຈາກນັ້ນ, ຮ່ານາມ ມີສວນນ້ຳ Sun World Ha Nam ທີ່ນຳໃຊ້ລາຄາປີ້ພິເສດຈົນເຖິງວັນທີ 2/9. ສວນກິລາ Sun Sports City Ninh Binh ແລະ ຈະຕຸລັດເທີ່ຍດ້າຍ ມີການສະແດງນ້ຳພຸປະກອບດົນຕີ ພ້ອມກັບການສະແດງດອກໄຟລະດັບສູງໃນເວລາ 21:30 ໂມງ ຂອງທຸກຄ່ຳຄືນວັນເສົາ.
ປະສົບການຫຼາກຫຼາຍຈາກດານັງເຖິງຝູກວັກ
ຢູ່ພາກກາງ, Ba Na Hills (ດານັງ) ໄດ້ຮັບການປະດັບປະດາໃນບັນຍາກາດສະຫຼອງວັນຊາດ ດ້ວຍທຸງຊາດຫຼາຍຮ້ອຍຜືນຢູ່ຂົວຄຳ. ນັບແຕ່ຕີນພູໄປຈົນເຖິງໝູ່ບ້ານຝຣັ່ງ ແລະ ບັນດາຮ້ານອາຫານ, ພື້ນທີ່ຕ່າງໆໄດ້ຮັບການປະດັບດ້ວຍທຸງ ແລະ ດອກໄມ້ ພ້ອມກັບສຽງເພງປະຕິວັດ.
ດ້ວຍປີ້ລົດກະເຊົ້າ, ນັກທ່ອງທ່ຽວສາມາດສຳຜັດອາກາດເຢັນສະບາຍຢູ່ເທິງຍອດພູຈົ່ວ, ຊົມການສະແດງຕາມຖະໜົນ “Malambo”, “Solar Warrior”, “Love in the Sky”; ຄົ້ນຫາ Fantasy Park; ທ່ຽວຊົມສວນດອກໄມ້ ແລະ ບັນດາສິ່ງກໍ່ສ້າງຢູ່ບ່ານາ.
ປະສົບການອື່ນໆຍັງລວມມີ ພື້ນທີ່ສິລະປະແສງແບບໂຕ້ຕອບ, ລາງເລື່ອນຄວາມໄວ 40 ກິໂລແມັດ/ຊົ່ວໂມງ ແລະ ຮ້ານເຂົ້າໜົມ Eric Kayser.
![]() |
| ຂົວຄຳຢູ່ Ba Na Hills ໄດ້ຮັບການປະດັບປະດາດ້ວຍທຸງຊາດຫຼາຍຮ້ອຍຜືນ ໃນໂອກາດພັກວັນຊາດ 2/9. |
ຢູ່ພາກໃຕ້, ຝູກວັກ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ໜ້າສົນໃຈ. ຢູ່ເຂດພາກໃຕ້ຂອງເກາະ, ນັກທ່ອງທ່ຽວສາມາດພັກຜ່ອນຢູ່ຫາດແກມ - ຫາດຊາຍທີ່ເຄີຍໄດ້ຮັບການຍົກຍ້ອງວ່າເປັນໜຶ່ງໃນບັນດາຫາດຊາຍທີ່ສວຍງາມທີ່ສຸດໃນໂລກ; ສຳຜັດປະສົບການຢູ່ຕະຫຼາດກາງຄືນ ຫວຸຍເຟັດ; ຊົມຕາເວັນຕົກຢູ່ຂ້າງຂົວໂຮນ ແລະ ຊົມການສະແດງສື່ປະສົມສອງລາຍການ ພ້ອມກັບການສະແດງດອກໄຟສອງຮອບໃນແຕ່ລະຄ່ຳຄືນ ຢູ່ໃຈກາງເມືອງຮວ່າງໂຮນ.
ນັກທ່ອງທ່ຽວຍັງສາມາດໃຊ້ເວລາໜຶ່ງມື້ເພື່ອຄົ້ນຫາເກາະຮ່ອນເທີມ ກັບສວນນ້ຳ Aquatopia ແລະ ສິ້ນສຸດການເດີນທາງຢູ່ຮ້ານອາຫານ Santo Beach Club, ລິ້ມລອງອາຫານ ແລະ ຊົມຕາເວັນຕົກຢູ່ແຄມທະເລ.
ຍສໝ - ຫວຽດນາມ ຫາກໍໄດ້ຮັບການຈັດອັນດັບຈາກ Travel + Leisure, ວາລະສານການທ່ອງທ່ຽວທີ່ມີຊື່ສຽງ, ໃຫ້ຢູ່ໃນອັນດັບທີ 5 ຂອງລາຍຊື່ 10 ຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດ ສຳລັບນັກທ່ອງທ່ຽວລຸ້ນ Gen Z ທົ່ວໂລກ. |
ຍສໝ - ງານເທດສະການ ຈະຈັດຂຶ້ນຢູ່ຫຼາຍສະຖານທີ່ ພາຍໃນເຂດເມືອງເກົ່າ, ເຊັ່ນ: ລານກວ້າງແມ່່ນ້ຳຮວາຍ, ສວນຮູບປັ້ນອ່ານໂຮ້ຍ, ຕາມແຄມແມ່່ນ້ຳຮວາຍ ແລະ ບັນດາເສັ້ນທາງໃຈກາງເມືອງ. |
ມິງດຶກ


