| ຈາກຄວາມປາຖະໜາ “ທຽບທຽມ” ສູ່ເສັ້ນທາງເຊື່ອມໂຍງກັບໂລກ ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ |
ຕາມສູນຂໍ້ມູນຂ່າວສານການທ່ອງທ່ຽວ (ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ), ໃນໄລຍະພັກວັນຊາດ 2/9, ຈຳນວນນັກທ່ອງທ່ຽວສາກົນຍັງຄົງຮັກສາທ່າເຕີບໂຕໃນທິດທາງຕັ້ງໜ້າຢູ່ຫຼາຍຈຸດໝາຍປາຍທາງສຳຄັນ. ຜົນດັ່ງກ່າວສະແດງໃຫ້ເຫັນວ່າ ຄວາມດຶງດູດຂອງການທ່ອງທ່ຽວຫວຽດນາມຕໍ່ຕະຫຼາດສາກົນສືບຕໍ່ໄດ້ຮັບການປັບປຸງ, ພ້ອມທັງສ້າງສັນຍານອັນໜ້າຊື່ນຊົມໃຫ້ແກ່ການຕ້ອນຮັບນັກທ່ອງທ່ຽວ inbound ໃນຊຸມເດືອນທ້າຍປີ, ໂດຍສະເພາະນັບແຕ່ເດືອນ 10 ເປັນຕົ້ນໄປ ເມື່ອຫຼາຍຕະຫຼາດນັກທ່ອງທ່ຽວສາກົນເຂົ້າສູ່ລະດູທ່ອງທ່ຽວສູງ.
ບາງທ້ອງຖິ່ນບັນທຶກຈຳນວນນັກທ່ອງທ່ຽວສາກົນເພີ່ມຂຶ້ນສູງ. ດ່ານັ້ງ ຄາດວ່າຕ້ອນຮັບກວ່າ 224.000 ເທື່ອຄົນ; ນິງບິ່ງ ເກືອບ 110.000 ເທື່ອຄົນ, ເພີ່ມຂຶ້ນ 35,4%; ແຄ໋ງຮວ່າ 96.000 ເທື່ອຄົນທີ່ພັກຄ້າງຄືນ; ຮ່າໂນ້ຍ 94.000 ເທື່ອຄົນ, ເພີ່ມຂຶ້ນ 82,4%; ນະຄອນໂຮ່ຈິມິນ 62.000 ເທື່ອຄົນ, ເພີ່ມຂຶ້ນ 37,8%; ລາວກາຍ 34.000 ເທື່ອຄົນ; ອານຢາງ ເກືອບ 27.000 ເທື່ອຄົນ, ເພີ່ມຂຶ້ນ 68,7%.
ໄລຍະພັກ 5 ວັນ ແມ່ນໄລຍະສູງສຸດຄັ້ງສຸດທ້າຍຂອງລະດູທ່ອງທ່ຽວລະດູຮ້ອນປີ 2026. ສະພາບອາກາດໂດຍລວມເອື້ອອຳນວຍ, ພ້ອມກັບຫຼາຍໂຄງການ, ເຫດການ, ງານບຸນ, ກິດຈະກຳວັດທະນະທຳ, ການຫຼິ້ນ ແລະ ບັນເທີງ ທີ່ຖືກຈັດຂຶ້ນຢູ່ບັນດາທ້ອງຖິ່ນ ໄດ້ປະກອບສ່ວນດຶງດູດທັງນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ.
ບັນດາທ້ອງຖິ່ນ ແລະ ວິສາຫະກິດ ຍັງໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍໂຄງການກະຕຸ້ນການທ່ອງທ່ຽວ, ຍົກເວັ້ນ ຫຼື ຫຼຸດລາຄາປີ້ເຂົ້າຊົມ ແລະ ຈັດລາຍການສົ່ງເສີມການຂາຍສຳລັບຜະລິດຕະພັນ, ການບໍລິການ ໃນໂອກາດວັນພັກ ແລະ ລະດູທ່ອງທ່ຽວທ້າຍປີ. ກ່ອນໄລຍະພັກ, ຢູ່ງານວາງສະແດງການທ່ອງທ່ຽວສາກົນນະຄອນໂຮ່ຈິມິນ ປີ 2026, ງານ Travel Fun Fair ສຳລັບປະຊາຊົນທົ່ວໄປ ໄດ້ແນະນຳຫຼາຍພັນລາຍການສ່ວນຫຼຸດ ແລະ ແພັກເກດທ່ອງທ່ຽວຈາກບັນດາວິສາຫະກິດ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມ.
![]() |
| ນັກທ່ອງທ່ຽວຕໍ່ແຖວຍາວ ເພື່ອລໍຖ້າເຂົ້າຊົມຫໍພິພິທະພັນຮ່າໂນ້ຍ ໃນວັນຊາດ 2/9. |
ຫຼາຍຜະລິດຕະພັນ ແລະ ການບໍລິການໃໝ່ ໄດ້ຖືກນຳອອກສູ່ຕະຫຼາດ ເຊັ່ນ ບັນດາເສັ້ນທາງ “ສີສັນແຫ່ງປ່າພູກາງໃຈຮ່າໂນ້ຍ”, “1 ວັນ 3 ພາກ - ສຳຜັດເອກະລັກຂອງບັນດາຊົນເຜົ່າຢູ່ໃຈກາງນະຄອນຫຼວງ” ຂອງ Hanoi Tourist; ສວນຫາດຫີນ ໂອງເດ້ຍ ຢູ່ເລິມດົ່ງ; ບານລູນອາກາດຮ້ອນເພື່ອການທ່ອງທ່ຽວທີ່ໃຫຍ່ທີ່ສຸດໃນຫວຽດນາມ ຢູ່ກ່າເມົາ.
ຈຳນວນນັກທ່ອງທ່ຽວຢູ່ຫຼາຍທ້ອງຖິ່ນສຳຄັນເພີ່ມຂຶ້ນຢ່າງຫຼວງຫຼາຍ. ນະຄອນໂຮ່ຈິມິນ ຄາດວ່າຕ້ອນຮັບ 1,71 ລ້ານເທື່ອຄົນ, ເພີ່ມຂຶ້ນ 17,8%, ລາຍຮັບລວມຈາກການທ່ອງທ່ຽວປະມານ 4.900 ຕື້ດົ່ງ; ແຄ໋ງຮວ່າ ຕ້ອນຮັບ 1,25 ລ້ານເທື່ອຄົນ, ລາຍຮັບລວມປະມານ 2.100 ຕື້ດົ່ງ; ຮ່າໂນ້ຍ ກວ່າ 904.000 ເທື່ອຄົນ, ລາຍຮັບລວມກວ່າ 3.000 ຕື້ດົ່ງ; ດ່ານັ້ງ 850.000 ເທື່ອຄົນ, ເພີ່ມຂຶ້ນ 37%, ລາຍຮັບລວມ 3.326 ຕື້ດົ່ງ; ນິງບິ່ງ ເກືອບ 777.000 ເທື່ອຄົນ, ເພີ່ມຂຶ້ນ 84,1%, ລາຍຮັບລວມກວ່າ 1.030 ຕື້ດົ່ງ.
ບັນດາທ້ອງຖິ່ນ ເຊັ່ນ ເລິມດົ່ງ, ກວາງນິງ, ອານຢາງ, ລາວກາຍ ແລະ ແທງຮວ໋າ ກໍບັນທຶກລະດັບການເຕີບໂຕສູງເມື່ອທຽບກັບໄລຍະດຽວກັນ, ສະທ້ອນໃຫ້ເຫັນຄວາມດຶງດູດຂອງຕະຫຼາດທ່ອງທ່ຽວພາຍໃນປະເທດ ແລະ ທ່າອ່ຽງຂອງນັກທ່ອງທ່ຽວທີ່ຫັນໄປເລືອກບັນດາຈຸດໝາຍປາຍທາງທີ່ມີຜະລິດຕະພັນປະສົບການຫຼາກຫຼາຍ.
ເຖິງວ່າໄດ້ຜ່ານລະດູທ່ອງທ່ຽວສູງແລ້ວ, ຫຼາຍຈຸດໝາຍປາຍທາງຍັງຮັກສາລະດັບການເຕີບໂຕໃນທິດທາງຕັ້ງໜ້າ ຍ້ອນການກະກຽມຢ່າງຕັ້ງໜ້າຂອງທ້ອງຖິ່ນ, ວິສາຫະກິດ ພ້ອມກັບລະບົບເຫດການ, ງານບຸນ ແລະ ກິດຈະກຳວັດທະນະທຳທີ່ຈັດຂຶ້ນໃນໄລຍະພັກ.
ນັກທ່ອງທ່ຽວມີທ່າອ່ຽງເລືອກການເດີນທາງໄລຍະສັ້ນ, ລະຍະທາງໃກ້, ເຊື່ອມໂຍງຫຼາຍເຂດ, ເນັ້ນການພັກຜ່ອນ ແລະ ເປັນຝ່າຍກຳນົດເອງຫຼາຍຂຶ້ນໃນການເລືອກພາຫະນະເດີນທາງ.
ຕາມກົມການທ່ອງທ່ຽວແຫ່ງຊາດຫວຽດນາມ, ຜົນການເຕີບໂຕດ້ານຈຳນວນນັກທ່ອງທ່ຽວ ຄຽງຄູ່ກັບການຮັບປະກັນກິດຈະກຳທ່ອງທ່ຽວໃຫ້ປອດໄພ ແລະ ມີຄຸນນະພາບໃນໄລຍະພັກ ແມ່ນຜົນຈາກວຽກງານຊີ້ນຳ, ການກະກຽມຮັບໃຊ້ນັກທ່ອງທ່ຽວ; ຄວາມພະຍາຍາມປ່ຽນໃໝ່ຜະລິດຕະພັນ, ຍົກສູງຄຸນນະພາບການບໍລິການ ແລະ ເພີ່ມທະວີການຄຸ້ມຄອງຢູ່ບັນດາທ້ອງຖິ່ນ ແລະ ວິສາຫະກິດ.
ກ່ອນໜ້ານັ້ນ, ວັນທີ 12/8/2026, ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ອອກເອກະສານເລກທີ 2207/CDLQGVN-VP ສົ່ງເຖິງບັນດາພະແນກຄຸ້ມຄອງການທ່ອງທ່ຽວຢູ່ບັນດາແຂວງ, ນະຄອນ, ຮຽກຮ້ອງໃຫ້ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຍົກສູງຄຸນນະພາບການບໍລິການນັກທ່ອງທ່ຽວໃນໄລຍະພັກ ແລະ ຊຸມເດືອນທ້າຍປີ. ບັນດາເນື້ອໃນຈຸດສຸມລວມມີ ການຮັບປະກັນຄວາມປອດໄພດ້ານຈະລາຈອນ; ຈັດກິດຈະກຳດຶງດູດນັກທ່ອງທ່ຽວ; ສະກັດກັ້ນການກະທຳທີ່ສວຍໃຊ້ໄລຍະພັກເພື່ອຫາຜົນປະໂຫຍດອັນບໍ່ຊອບທຳ; ເພີ່ມທະວີການກວດກາຄຸນນະພາບການບໍລິການ ແລະ ພາຫະນະຮັບໃຊ້ນັກທ່ອງທ່ຽວ; ແນະນຳໃຫ້ນັກທ່ອງທ່ຽວເຂົ້າຮ່ວມປະກັນໄພການທ່ອງທ່ຽວ, ເລືອກໂຄງການທ່ອງທ່ຽວທີ່ຈັດໂດຍວິສາຫະກິດນຳທ່ຽວ ແລະ ເຕືອນໄພຄວາມສ່ຽງຈາກທົວທ່ອງທ່ຽວທີ່ຈັດຂຶ້ນເອງ ຫຼື ໂຄງການທີ່ບຸກຄົນ, KOL, KOC ໂຄສະນາ ແລະ ຈັດຂຶ້ນ ໂດຍບໍ່ຮັບປະກັນຕາມຂໍ້ກຳນົດຂອງກົດໝາຍ.
ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ, ບັນດາທ້ອງຖິ່ນໄດ້ຮຽກຮ້ອງບັນດາຫົວໜ່ວຍດຳເນີນທຸລະກິດບໍລິການທ່ອງທ່ຽວ ເພີ່ມທະວີການກະຕຸ້ນການທ່ອງທ່ຽວ, ພັດທະນາຜະລິດຕະພັນໃໝ່ ແລະ ຮັບປະກັນຄຸນນະພາບການບໍລິການ. ບັນດາສະຖານທີ່ພັກແຮມ, ຮ້ານອາຫານ, ເຂດ ແລະ ຈຸດທ່ອງທ່ຽວ ໄດ້ຮັບການຮຽກຮ້ອງໃຫ້ຕິດປະກາດລາຄາ ແລະ ຂາຍຕາມລາຄາທີ່ກຳນົດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບ, ສຸຂະອະນາໄມສິ່ງແວດລ້ອມ ແລະ ຄວາມປອດໄພດ້ານອາຫານ; ພ້ອມທັງເພີ່ມທະວີການປະຈຳການລະບົບສາຍດ່ວນ 24/24 ເພື່ອຮັບ ແລະ ແກ້ໄຂຄຳສະທ້ອນຂອງນັກທ່ອງທ່ຽວຢ່າງທັນການ.
ຍສໝ - ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ, ຮ່າໂນ້ຍ, ຕາງໜ້າລັດຖະບານຊົ່ວຄາວ, ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດຕໍ່ປວງຊົນຮ່ວມຊາດ ແລະ ທົ່ວໂລກ ເຖິງການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ. |
ຍສໝ - ວັນພັກເນື່ອງໃນໂອກາດວັນຊາດ 2/9 ເປັນເວລາ 5 ວັນ ໄດ້ສ້າງແຮງຊຸກຍູ້ຢ່າງຈະແຈ້ງໃຫ້ແກ່ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ, ເມື່ອຫຼາຍທ້ອງຖິ່ນຕ່າງບັນທຶກການເຕີບໂຕທັງຈຳນວນນັກທ່ອງທ່ຽວ, ອັດຕາການເຂົ້າພັກ ແລະ ລາຍຮັບ. ອານຢາງ ນຳໜ້າດ້ວຍລາຍຮັບຈາກການທ່ອງທ່ຽວ 880,5 ຕື້ດົ່ງ; ກ່າເມົາ ມີລາຍຮັບເພີ່ມຂຶ້ນ 98,4%, ຂະນະທີ່ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາ ດົ່ງທາບ ເພີ່ມຂຶ້ນ 131% ທຽບໃສ່ໄລຍະດຽວກັນ. |
ມິງດຶກ
