| ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ ຫວຽດນາມຕິດ 10 ອັນດັບຕົ້ນຂອງປະເທດຈຸດໝາຍປາຍທາງທີ່ນັກທ່ອງທ່ຽວສາກົນມັກຫຼາຍທີ່ສຸດໃນປີ 2026 |
ໂຄງການດັ່ງກ່າວດຳເນີນໂດຍໂຮງແຮມ Grand Saigon ສັງກັດບໍລິສັດໃຫຍ່ການທ່ອງທ່ຽວໄຊງ່ອນ (Saigontourist Group) ປະສານສົມທົບກັບສຳນັກພິມສັງລວມນະຄອນໂຮ່ຈີມິນ.
ໂຮງແຮມ Grand Saigon ກໍ່ຕັ້ງຂຶ້ນໃນປີ 1930, ຕັ້ງຢູ່ຖະໜົນດົ່ງເຄີຍ, ມີຄວາມຜູກພັນກັບບັນດາໄລຍະພັດທະນາຂອງຕົວເມືອງໄຊງ່ອນ - ນະຄອນໂຮ່ຈີມິນ. ດ້ວຍຄຸນຄ່າທາງປະຫວັດສາດ ແລະ ສະຖາປັດຕະຍະກຳ, ໂຮງແຮມໄດ້ກາຍເປັນສະຖານທີ່ແນະນຳເລື່ອງລາວກ່ຽວກັບນະຄອນ ແລະ ວັດທະນະທຳຫວຽດນາມໃຫ້ແກ່ນັກທ່ອງທ່ຽວໃນລະຫວ່າງການພັກເຊົາ.
![]() |
| ບັນດາສິ່ງພິມໃຫ້ຂໍ້ມູນກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຊີວິດການເປັນຢູ່ຂອງຫວຽດນາມ ເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. |
ຕາມຜູ້ຕາງໜ້າໂຮງແຮມ Grand Saigon ແລ້ວ, ໂຄງການນີ້ມຸ່ງໄປສູ່ການເພີ່ມເຕີມບັນດາກິດຈະກຳສຳຜັດປະສົບການທາງວັດທະນະທຳ, ໂດຍສະເພາະສຳລັບນັກທ່ອງທ່ຽວສາກົນ. ນອກຈາກການທ່ຽວຊົມຕາມປົກກະຕິແລ້ວ, ນັກທ່ອງທ່ຽວຍັງສາມາດຄົ້ນຫາປະຫວັດສາດ, ຊີວິດການເປັນຢູ່ ແລະ ວັດທະນະທຳທ້ອງຖິ່ນ ຜ່ານປຶ້ມ, ຮູບພາບ, ໄປສະນີຍະບັດ ແລະ ບັນດາລາຍການແລກປ່ຽນທີ່ຈັດຂຶ້ນພາຍໃນໂຮງແຮມ.
ໃນບັນດາຜະລິດຕະພັນທີ່ໄດ້ນຳສະເໜີ ມີຊຸດໄປສະນີຍະບັດ Hotel Grand Saigon ທີ່ບັນທຶກພາບຂອງໂຮງແຮມໃນແຕ່ລະຍຸກສະໄໝ ແລະ ບັນດາຮ່ອງຮອຍທາງປະຫວັດສາດທີ່ກ່ຽວຂ້ອງກັບຖະໜົນດົ່ງເຄີຍ. ຊຸດໄປສະນີຍະບັດນີ້ຊ່ວຍໃຫ້ຜູ້ຊົມໄດ້ຮຽນຮູ້ກ່ຽວກັບການປ່ຽນແປງຂອງເຂດໃຈກາງນະຄອນໂຮ່ຈີມິນຕາມການເວລາ.
ອີກໜຶ່ງເນື້ອໃນແມ່ນການຈັດຕັ້ງພື້ນທີ່ວັດທະນະທຳໂຮ່ຈີມິນຢູ່ພາຍໃນໂຮງແຮມ. ຢູ່ທີ່ນີ້, ບັນດາເອກະສານ ແລະ ສິ່ງພິມກ່ຽວກັບປະທານໂຮ່ຈີມິນ ໄດ້ຮັບການຈັດວາງສະແດງຮ່ວມກັບບັນດາຜະລິດຕະພັນດິຈິຕອນທີ່ສະໜອງໂດຍສຳນັກພິມສັງລວມນະຄອນໂຮ່ຈີມິນ.
ຜູ້ຕາງໜ້າສຳນັກພິມເຫັນວ່າ ການນຳສະເໜີປຶ້ມຢູ່ບັນດາສະຖານທີ່ພັກເຊົາ ໄດ້ປະກອບສ່ວນສ້າງຊ່ອງທາງໃໝ່ໃຫ້ຜູ້ອ່ານສາກົນເຂົ້າເຖິງວັດທະນະທຳຫວຽດນາມ. ຜ່ານບັນດາສິ່ງພິມ, ນັກທ່ອງທ່ຽວມີໂອກາດຮຽນຮູ້ກ່ຽວກັບປະຫວັດສາດ, ຊີວິດການເປັນຢູ່ ແລະ ລັກສະນະວັດທະນະທຳອັນເປັນເອກະລັກຂອງທ້ອງຖິ່ນ.
ຕາມແຜນການ, ສອງຫົວໜ່ວຍຈະປະສານສົມທົບກັນຈັດກິດຈະກຳແລກປ່ຽນກັບນັກຂຽນ, ການສົນທະນາ ຫຼື ກອງສຳມະນາເປັນປະຈຳໄຕມາດລະໜຶ່ງຄັ້ງ. ເນື້ອໃນຈະສຸມໃສ່ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ ແລະ ອາຫານການກິນຂອງພາກໃຕ້ຫວຽດນາມ, ຜ່ານນັ້ນເຊື່ອມຕໍ່ຄວາມຮູ້ຈາກປຶ້ມກັບປະສົບການຕົວຈິງຂອງນັກທ່ອງທ່ຽວຢູ່ນະຄອນ.
ໂຄງການຍັງໄດ້ສ້າງພື້ນທີ່ທີ່ມີຊື່ວ່າ “ນຳຫວຽດນາມກັບບ້ານ” ເພື່ອຈັດວາງສະແດງ ແລະ ແນະນຳປຶ້ມໃນສາມຫົວຂໍ້ ຄື: ປະຫວັດສາດ, ວັດທະນະທຳ ແລະ ຊີວິດການເປັນຢູ່.
ຢູ່ພື້ນທີ່ດັ່ງກ່າວ, ນັກທ່ອງທ່ຽວສາມາດອ່ານເລື່ອງລາວກ່ຽວກັບໄຊງ່ອນ - ນະຄອນໂຮ່ຈີມິນ ແລະ ເລືອກຊື້ປຶ້ມ, ໄປສະນີຍະບັດ ພ້ອມທັງບັນດາສິ່ງພິມອື່ນໆເປັນຂອງທີ່ລະນຶກ. ກິດຈະກຳນີ້ມຸ່ງໄປສູ່ການຮັກສາຄວາມຜູກພັນລະຫວ່າງນັກທ່ອງທ່ຽວກັບສະຖານທີ່ທ່ອງທ່ຽວ ແມ່ນແຕ່ຫຼັງຈາກການເດີນທາງໄດ້ສິ້ນສຸດລົງແລ້ວ.
ຜ່ານການນຳປຶ້ມ, ເອກະສານ, ໄປສະນີຍະບັດ ແລະ ບັນດາກິດຈະກຳແລກປ່ຽນເຂົ້າສູ່ການບໍລິການພັກເຊົາ, ໂຄງການໄດ້ປະກອບສ່ວນສ້າງຄວາມຫຼາກຫຼາຍໃຫ້ແກ່ຮູບແບບການແນະນຳວັດທະນະທຳຫວຽດນາມສູ່ນັກທ່ອງທ່ຽວສາກົນ, ເຮັດໃຫ້ພື້ນທີ່ໂຮງແຮມກາຍເປັນສະຖານທີ່ຮຽນຮູ້ປະຫວັດສາດ, ວັດທະນະທຳ ແລະ ຊີວິດການເປັນຢູ່ຂອງທ້ອງຖິ່ນ ຄຽງຄູ່ກັບໜ້າທີ່ພັກຜ່ອນ ແລະ ພັກເຊົາ.
ຍສໝ - ຕອນຄ່ຳວັນທີ 27/9 ຢູ່ Maldives, ວິທະຍາອຸທິຍານແຫ່ງຊາດ ຟອງຍາ - ແກ່ບ່າງ ໄດ້ຮັບການເຊີດຊູໃນສອງປະເພດລາງວັນ ໃນງານ World Travel Awards 2026 ພາກພື້ນອາຊີ, ໂອເຊອານີ ແລະ ມະຫາສະໝຸດອິນເດຍ, ຜ່ານນັ້ນ ສືບຕໍ່ຢືນຢັນສະເໜ່ຂອງແບຣນການທ່ອງທ່ຽວທຳມະຊາດ ແລະ ຖ້ຳ ໃນຕະຫຼາດສາກົນ. |
ຍສໝ - ດ້ວຍພື້ນທີ່ກວ້າງ 1.544 ເຮັກຕາ ຢູ່ແຄມໜອງດົ່ງໂມ, ລະບົບພູມສັນຖານນິເວດ, ສະຖາປັດຕະຍະກຳດັ້ງເດີມຂອງ 54 ເຜົ່າ ພ້ອມກັບຫຼາຍກິດຈະກຳວັດທະນະທຳ ແລະ ສຳຜັດປະສົບການ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຫາກໍໄດ້ຮັບການຮັບຮອງຈາກຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ເປັນເຂດທ່ອງທ່ຽວຂັ້ນນະຄອນ. |
ຄຳສີ
