| ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ |
ຕາຕະລາງຈັດອັນດັບດັ່ງກ່າວໄດ້ຮັບການປະກາດໃນຂອບເຂດລາງວັນ Readers’ Choice Awards 2026, ເຊິ່ງເປັນລາງວັນປະຈຳປີຂອງວາລະສານ Condé Nast Traveler, ສະທ້ອນເຖິງການປະເມີນຂອງຜູ້ອ່ານຕໍ່ບັນດາຈຸດໝາຍປາຍທາງ, ສະຖານທີ່ພັກເຊົາ ແລະ ການບໍລິການທ່ອງທ່ຽວໃນທົ່ວໂລກ.
ຕາມຜົນການລົງຄະແນນ, ຫວຽດນາມສືບຕໍ່ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວສາກົນ ຍ້ອນການຜະສົມຜະສານລະຫວ່າງຊັບພະຍາກອນທຳມະຊາດ, ມໍລະດົກວັດທະນະທຳ, ອາຫານ ແລະ ບັນດາປະສົບການທີ່ຜູກພັນກັບຊີວິດຂອງປະຊາຊົນທ້ອງຖິ່ນ.
ການເດີນທາງຄົ້ນຫາຫວຽດນາມສາມາດເລີ່ມຕົ້ນຈາກບັນດານະຄອນໃຫຍ່ ເຊັ່ນ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ຈາກນັ້ນຂະຫຍາຍໄປສູ່ເຂດພູດອຍ, ທະເລ, ໝູ່ເກາະ ແລະ ບັນດາທ້ອງຖິ່ນທີ່ມີເອກະລັກວັດທະນະທຳອັນໂດດເດັ່ນ. ບັນດາຈຸດໝາຍປາຍທາງ ເຊັ່ນ ອ່າວຮ້າລອງ, ໂຮ້ຍອານ, ເຫວ້, ດ່ານັງ, ຟູກວກ ຫຼື ເຂດພູດອຍພາກເໜືອ ໄດ້ປະກອບສ່ວນສ້າງຄວາມຫຼາກຫຼາຍໃຫ້ແກ່ຜະລິດຕະພັນທ່ອງທ່ຽວ.
![]() |
| ທິວທັດທຳມະຊາດທີ່ຈ່າງອານ, ແຂວງນິງບິ່ງ. |
ທຳມະຊາດ ແລະ ມໍລະດົກມອບປະສົບການທີ່ຫຼາກຫຼາຍ
ໜຶ່ງໃນຈຸດເດັ່ນຂອງການທ່ອງທ່ຽວຫວຽດນາມ ແມ່ນຄວາມສາມາດຕອບສະໜອງຄວາມຕ້ອງການທ່ຽວຊົມ ແລະ ຄົ້ນຫາທີ່ແຕກຕ່າງກັນ. ນອກຈາກຈັງຫວະຊີວິດທີ່ທັນສະໄໝຢູ່ບັນດານະຄອນໃຫຍ່ແລ້ວ, ນັກທ່ອງທ່ຽວຍັງສາມາດຮຽນຮູ້ບັນດາຄຸ້ມຖະໜົນເກົ່າ, ໂບຮານສະຖານປະຫວັດສາດ, ໝູ່ບ້ານປະເພນີ ຫຼື ສຳຜັດທຳມະຊາດຢູ່ເຂດພູດອຍ ແລະ ທະເລໝູ່ເກາະ.
ທີ່ຮ່າໂນ້ຍ, ລະບົບມໍລະດົກ, ບັນດາຖະໜົນເກົ່າ ພ້ອມກັບຊີວິດວັດທະນະທຳທີ່ມີປະຫວັດອັນຍາວນານ ໄດ້ສ້າງເອກະລັກສະເພາະໃຫ້ແກ່ຈຸດໝາຍປາຍທາງແຫ່ງນີ້. ໃນຂະນະດຽວກັນ, ນະຄອນໂຮ່ຈິມິນດຶງດູດນັກທ່ອງທ່ຽວດ້ວຍຈັງຫວະຊີວິດທີ່ຄຶກຄື້ນ ແລະ ພື້ນທີ່ຕົວເມືອງທີ່ທັນສະໄໝ.
ນອກຈາກສອງສູນກາງໃຫຍ່ນີ້ແລ້ວ, ຫຼາຍທ້ອງຖິ່ນຍັງມີຄຸນຄ່າທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ໂດດເດັ່ນ. ນັກທ່ອງທ່ຽວສາມາດເລືອກຄົ້ນຫາທິວທັດອ່າວຮ້າລອງ, ເຂດທິວທັດຈ່າງອານ, ສະຖາປັດຕະຍະກຳຂອງເມືອງເກົ່າໂຮ້ຍອານ, ມໍລະດົກນະຄອນຫຼວງເກົ່າເຫວ້ ຫຼື ບັນດາຫາດຊາຍ ແລະ ເກາະດອນຢູ່ພາກກາງ ແລະ ພາກໃຕ້.
ການຜະສົມຜະສານລະຫວ່າງທິວທັດທຳມະຊາດ ແລະ ຄຸນຄ່າທາງວັດທະນະທຳ, ປະຫວັດສາດ ໄດ້ຊ່ວຍໃຫ້ຫວຽດນາມມອບປະສົບການທ່ອງທ່ຽວຫຼາຍຮູບແບບ, ຕອບສະໜອງຄວາມມັກທີ່ແຕກຕ່າງກັນຂອງນັກທ່ອງທ່ຽວສາກົນ.
ອາຫານ ແລະ ຊີວິດທ້ອງຖິ່ນປະກອບສ່ວນສ້າງຄວາມປະທັບໃຈ
ນອກຈາກຄວາມໄດ້ປຽບດ້ານທິວທັດ ແລະ ມໍລະດົກແລ້ວ, ຫວຽດນາມຍັງເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວຜ່ານວັດທະນະທຳອາຫານທີ່ມີເອກະລັກສະເພາະ. ບັນດາອາຫານ ແລະ ເຄື່ອງດື່ມ ເຊັ່ນ ເຝີ, ເຂົ້າຈີ່ຫວຽດນາມ, ກາເຟ ພ້ອມກັບອາຫານພິເສດປະຈຳພາກຕ່າງໆ ໄດ້ກາຍເປັນສ່ວນໜຶ່ງທີ່ຄຸ້ນເຄີຍໃນການເດີນທາງຄົ້ນຫາປະເທດຂອງນັກທ່ອງທ່ຽວສາກົນ.
ຜ່ານການສຳຜັດອາຫານຢູ່ຕາມຕະຫຼາດ, ຮ້ານອາຫານ, ໝູ່ບ້ານຫັດຖະກຳ ຫຼື ສະຖານທີ່ດຳເນີນກິດຈະກຳຊຸມຊົນ, ນັກທ່ອງທ່ຽວມີໂອກາດເພີ່ມເຕີມໃນການຮຽນຮູ້ຂະນົບທຳນຽມ, ປະເພນີ ແລະ ຈັງຫວະຊີວິດປະຈຳວັນຂອງປະຊາຊົນ.
ນອກຈາກນັ້ນ, ຄວາມເປີດກວ້າງ, ຄວາມເປັນມິດຂອງຊາວຫວຽດນາມ ພ້ອມກັບບັນດາກິດຈະກຳສຳຜັດວັດທະນະທຳທ້ອງຖິ່ນ ຍັງປະກອບສ່ວນເຮັດໃຫ້ການເດີນທາງທ່ອງທ່ຽວມີຄວາມຫຼາກຫຼາຍຍິ່ງຂຶ້ນ.
ການຄອງອັນດັບທີ 10 ໃນບັນຊີ 20 ປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ປີ 2026 ຂອງ Condé Nast Traveler ໄດ້ສືບຕໍ່ຢືນຢັນເຖິງສະເໜ່ຂອງຫວຽດນາມຕໍ່ນັກທ່ອງທ່ຽວໃນຕະຫຼາດສາກົນ.
ຜົນການລົງຄະແນນຈາກຜູ້ອ່ານສະແດງໃຫ້ເຫັນວ່າ ທຳມະຊາດ, ວັດທະນະທຳ, ອາຫານ ແລະ ຜູ້ຄົນ ຍັງຄົງເປັນບັນດາປັດໄຈສຳຄັນທີ່ປະກອບສ່ວນສ້າງພາບລັກຂອງຫວຽດນາມໃນຖານະຈຸດໝາຍປາຍທາງທ່ອງທ່ຽວ.
ໃນບັນຊີປີ 2026 ຍັງມີອີກ 19 ປະເທດ ປະກອບມີ ຍີ່ປຸ່ນ, ອີຕາລີ, ໄອແລນ, ກຳປູເຈຍ, ສະເປນ, ປອກຕຸຍການ, ຝຣັ່ງ, ເກຣັກ, ປານາມາ, ສ.ເກົາຫຼີ, ໄທ, ໂປໂລຍ, ນອກແວ, ໂຄຣເອເຊຍ, ໂອຕຣິດ, ສະວິດເຊີແລນ, ສິງກະໂປ, ສະວີເດັນ ແລະ ເຢຍລະມັນ.
ຍສໝ - ຕອນເຊົ້າວັນທີ 28/9, ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ, ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ກະຊວງພວມປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ພັດທະນາການທ່ອງທ່ຽວອັດສະລິຍະ ຕາມມະຕິເລກທີ 26-NQ/TW ແລະ ມະຕິເລກທີ 263/NQ-CP ຂອງລັດຖະບານ. |
ຍສໝ - ຕອນຄ່ຳວັນທີ 27/9 ຢູ່ Maldives, ວິທະຍາອຸທິຍານແຫ່ງຊາດ ຟອງຍາ - ແກ່ບ່າງ ໄດ້ຮັບການເຊີດຊູໃນສອງປະເພດລາງວັນ ໃນງານ World Travel Awards 2026 ພາກພື້ນອາຊີ, ໂອເຊອານີ ແລະ ມະຫາສະໝຸດອິນເດຍ, ຜ່ານນັ້ນ ສືບຕໍ່ຢືນຢັນສະເໜ່ຂອງແບຣນການທ່ອງທ່ຽວທຳມະຊາດ ແລະ ຖ້ຳ ໃນຕະຫຼາດສາກົນ. |
ຄຳສີ
