ຫວຽດນາມ - ພູຖານ ຊຸກຍູ້ການເຊື່ອມໂຍງດ້ານການທ່ອງທ່ຽວ

15:46 | 06/09/2026

ຍສໝ - ຄວາມຕ້ອງການດ້ານປະສົບການທີ່ນັບມື້ນັບຫຼາກຫຼາຍຂອງນັກທ່ອງທ່ຽວຫວຽດນາມ ພ້ອມກັບການເພີ່ມທະວີການເຊື່ອມໂຍງທາງອາກາດ ພວມເປີດກວ້າງທ່າແຮງຕື່ມອີກໃຫ້ແກ່ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ພູຖານ - ປະເທດທີ່ດຳເນີນຮູບແບບການທ່ອງທ່ຽວຄຸນຄ່າສູງ, ຈຳນວນໜ້ອຍ, ເຊື່ອມຕິດກັບການອະນຸລັກວັດທະນະທຳ, ທຳມະຊາດ ແລະ ການພັດທະນາແບບຍືນຍົງ.

ປະທານປະເທດມຽນມາ Min Aung Hlaing ເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ

ພູຖານ ເປັນທີ່ຮູ້ຈັກມາແຕ່ດົນນານ ດ້ວຍບັນດາຄຸນຄ່າອັນໂດດເດັ່ນດ້ານວັດທະນະທຳ, ຈິດວິນຍານ ແລະ ພູມສັນຖານ. ໃນການເດີນທາງສຳຜັດປະສົບການຢູ່ປະເທດນີ້, ນັກທ່ອງທ່ຽວສາມາດເລີ່ມຈາກ Thimphu - ນະຄອນຫຼວງຂອງພູຖານ, ຈາກນັ້ນ ໄປ Punakha ແລະ Paro ເພື່ອຄົ້ນຫາບັນດາຄຸນຄ່າຫຼາກຫຼາຍ ຕັ້ງແຕ່ຊີວິດຊຸມຊົນ, ສະຖາປັດຕະຍະກຳ, ຄວາມເຊື່ອ ໄປຈົນເຖິງທຳມະຊາດໃນເຂດພູ Himalaya.

ຢູ່ Thimphu, ນັກທ່ອງທ່ຽວສາມາດໄປຢ້ຽມຊົມ Buddha Point, National Memorial Chorten, Tashichho Dzong, ຕະຫຼາດຜະລິດຕະພັນກະສິກຳ Centenary Farmers Market, ສູນອະນຸລັກ Takin Motithang, ໂຮງຮຽນສິລະປະ ແລະ ຫັດຖະກຳດັ້ງເດີມ, ສະຖາບັນແພດພື້ນເມືອງ, ຫໍພິພິທະພັນ Simply Bhutan ແລະ ຫໍພິພິທະພັນມໍລະດົກພື້ນບ້ານ.

ຈາກ Thimphu, ການເດີນທາງສາມາດສືບຕໍ່ຜ່ານດ່ານ Dochula ທີ່ມີສະຖູບ 108 ອົງ ໄປຍັງ Punakha - ນະຄອນຫຼວງເກົ່າຂອງພູຖານ. ຢູ່ທີ່ນີ້ມີ Punakha Dzong, Chimi Lhakhang ແລະ ຂົວແຂວນ; ນັກທ່ອງທ່ຽວຍັງສາມາດສຳຜັດປະສົບການຍິງທະນູ ແລະ ສວມໃສ່ຊຸດປະຈຳຊາດຂອງພູຖານ.

ເມື່ອໄປຮອດ Paro, ການເດີນທາງຍັງສາມາດຂະຫຍາຍຕໍ່ໄປທີ່ Paro Dzong, Ta Dzong - ສະຖານທີ່ຕັ້ງຫໍພິພິທະພັນແຫ່ງຊາດພູຖານ, Kyichu Lhakhang ແລະ ໂດຍສະເພາະ ການຍ່າງປ່າໄປຍັງ Taktshang, ທີ່ຮູ້ຈັກກັນຢ່າງແຜ່ຫຼາຍໃນຊື່ Tiger's Nest, ໜຶ່ງໃນສັນຍາລັກດ້ານວັດທະນະທຳ - ຈິດວິນຍານທີ່ມີຊື່ສຽງຂອງພູຖານ.

ພູຖານ ບໍ່ພຽງແຕ່ສຸມໃສ່ກິດຈະກຳຢ້ຽມຊົມເທົ່ານັ້ນ, ແຕ່ຍັງພວມກຳນົດທິດພັດທະນາບັນດາປະສົບການທີ່ເລິກເຊິ່ງຍິ່ງຂຶ້ນສຳລັບນັກທ່ອງທ່ຽວ.

ທ່ານ Damcho Rinzin, ຫົວໜ້າກົມການທ່ອງທ່ຽວພູຖານ, ກະຊວງອຸດສາຫະກຳ, ການຄ້າ ແລະ ການຈ້າງງານພູຖານ ໃຫ້ຮູ້ວ່າ ປະເທດນີ້ດຳເນີນທິດທາງ “ການທ່ອງທ່ຽວຄຸນຄ່າສູງ, ຈຳນວນໜ້ອຍ”, ໂດຍຖືການພັດທະນາແບບຍືນຍົງ ແລະ ບັນດາປະສົບການທີ່ເລິກເຊິ່ງ, ສາມາດສ້າງການປ່ຽນແປງໃນທິດທາງຕັ້ງໜ້າໃຫ້ແກ່ນັກທ່ອງທ່ຽວ ເປັນຈຸດສຸມ.

ຫວຽດນາມ - ພູຖານ ຊຸກຍູ້ການເຊື່ອມໂຍງດ້ານການທ່ອງທ່ຽວ
ຫວຽດນາມ ແລະ ພູຖານ ຍັງມີທ່າແຮງຫຼາຍໃນການເສີມຈຸດແຂງໃຫ້ແກ່ກັນ ໃນການພັດທະນາບັນດາຜະລິດຕະພັນທ່ອງທ່ຽວ.

ຕາມທ່ານ Damcho Rinzin, ສຳລັບຕະຫຼາດຫວຽດນາມ, ນັກທ່ອງທ່ຽວນັບມື້ນັບໃຫ້ຄວາມສົນໃຈຕໍ່ບັນດາປະສົບການທີ່ໄປໄກກວ່າການຢ້ຽມຊົມ ແລະ ຖ່າຍຮູບ, ໃນນັ້ນ ມີການນັ່ງສະມາທິ, ການເຊື່ອມສຳພັນກັບຊຸມຊົນທ້ອງຖິ່ນ, ຄົ້ນຫາທຳມະຊາດ, hiking ແລະ trekking.

“ພວກເຮົາຢາກໃຫ້ນັກທ່ອງທ່ຽວມາພູຖານ ບໍ່ແມ່ນພຽງເພື່ອຖ່າຍຮູບແລ້ວກັບໄປ, ແຕ່ຢາກໃຫ້ເຂົາເຈົ້າເຂົ້າໃຈປະເທດນີ້ຫຼາຍຂຶ້ນຢ່າງແທ້ຈິງ, ເຊື່ອມສຳພັນກັບຜູ້ຄົນ ແລະ ທຳມະຊາດ”, ທ່ານ Damcho Rinzin ແບ່ງປັນ.

ທ່ານໃຫ້ຮູ້ວ່າ ປີກ່ອນ ພູຖານໄດ້ຕ້ອນຮັບນັກທ່ອງທ່ຽວຫວຽດນາມປະມານ 2.000 ຄົນ. ຫຼາຍຄົນໃນນັ້ນເລືອກບັນດາກິດຈະກຳທີ່ມີການປະຕິສຳພັນ, ຄົ້ນຫາວັດທະນະທຳ ແລະ ຊີວິດທ້ອງຖິ່ນ. ນີ້ກໍແມ່ນທິດທາງທີ່ພູຖານຈະສືບຕໍ່ຊຸກຍູ້ໃນໄລຍະຕໍ່ໄປ.

ໃນທ້າຍເດືອນ 6/2026, ໃນການຕ້ອນຮັບທ່ານ Lyonpo Namgyal Dorji, ລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການຈ້າງງານພູຖານ ຢູ່ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ໂຮ່ອານຟອງ, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢືນຢັນວ່າ ຫວຽດນາມ ແລະ ພູຖານ ມີທ່າແຮງຫຼາຍໃນການເສີມຈຸດແຂງໃຫ້ແກ່ກັນ ໃນການພັດທະນາຜະລິດຕະພັນທ່ອງທ່ຽວ.

ພູຖານ ໂດດເດັ່ນດ້ວຍພາບລັກຂອງປະເທດໜຶ່ງທີ່ຜູກພັນກັບພຸດທະສາສະໜາ, ການອະນຸລັກທຳມະຊາດ ແລະ ປັດຊະຍາການພັດທະນາແບບຍືນຍົງ, ໃນຂະນະທີ່ຫວຽດນາມມີຈຸດແຂງດ້ານການທ່ອງທ່ຽວວັດທະນະທຳ, ຈິດວິນຍານ, ນິເວດ ແລະ ຊຸມຊົນ.

ຕາມທ່ານ ໂຮ່ອານຟອງ, ສອງຝ່າຍສາມາດຄົ້ນຄວ້າສ້າງບັນດາຜະລິດຕະພັນທີ່ເໝາະກັບຄວາມນິຍົມຂອງນັກທ່ອງທ່ຽວພູຖານ ເຊັ່ນ ການທ່ອງທ່ຽວທາງຈິດວິນຍານ, ການແສວງບຸນ, ການນັ່ງສະມາທິ, ການສຳຜັດວັດທະນະທຳພຸດທະສາສະໜາ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວນິເວດ. ບາງເສັ້ນທາງ ແລະ ຈຸດທ່ອງທ່ຽວສາມາດກ່າວເຖິງ ເຊັ່ນ ອຽນຕື້, ຈ່າງອານ, ບ໋າຍດິ໊ງ, ວັດເຮືອງ; ບັນດາຈຸດທ່ອງທ່ຽວຊຸມຊົນຢູ່ ມາຍເຈົາ, ປູ່ຫຼວງ, ຊາປາ; ຫຼື ບັນດາອຸທິຍານແຫ່ງຊາດທີ່ເຊື່ອມກັບການອະນຸລັກທຳມະຊາດ ແລະ ການພັດທະນາແບບຍືນຍົງ.

ເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນໄລຍະຕໍ່ໄປ, ທ່ານ ໂຮ່ອານຟອງ ສະເໜີໃຫ້ສອງຝ່າຍສຸມໃສ່ບາງມາດຕະການ, ກ່ອນອື່ນແມ່ນເພີ່ມທະວີການເຊື່ອມໂຍງທາງອາກາດ ຜ່ານການສ້າງແພັກເກດທ່ອງທ່ຽວເຊື່ອມຕໍ່ຜ່ານບາງກອກ, ປະສານງານໂຄສະນາບັນດາເສັ້ນທາງບິນ, ຊຸກຍູ້ຖ້ຽວບິນເຊົ່າເໝົາຕາມລະດູການ ແລະ ຄົ້ນຄວ້າການຮ່ວມມື codeshare ລະຫວ່າງບັນດາສາຍການບິນ.

ທິດທາງນີ້ສອດຄ່ອງກັບການປ່ຽນແປງໃນຄວາມຕ້ອງການຂອງນັກທ່ອງທ່ຽວຫວຽດນາມສ່ວນໜຶ່ງ. ທ່ານນາງ ເທືອງເທືອງ, ຜູ້ອຳນວຍການຂະແໜງການບິນ ແລະ DMC - WIC, ຕີລາຄາວ່າ ຫວຽດນາມແມ່ນຕະຫຼາດທ່ອງທ່ຽວທີ່ມີທ່າແຮງຫຼາຍສຳລັບພູຖານ.

ຕາມທ່ານນາງ ເທືອງເທືອງ, ປັດຈຸບັນ ນັກທ່ອງທ່ຽວຫວຽດນາມບໍ່ພຽງແຕ່ຊອກຫາການເດີນທາງແບບທຳມະດາ, ແຕ່ຍັງໃຫ້ຄວາມສົນໃຈຕໍ່ການເດີນທາງທີ່ຊ່ວຍສ້າງຄວາມສົມດຸນທາງອາລົມ, ສຳຜັດປະສົບການຢ່າງເລິກເຊິ່ງ ແລະ ຄົ້ນຫາວັດທະນະທຳທ້ອງຖິ່ນ - ບັນດາຄຸນຄ່າທີ່ສາມາດພົບໄດ້ໃນການເດີນທາງໄປພູຖານ.

ຄວາມສາມາດເຊື່ອມໂຍງທາງອາກາດລະຫວ່າງສອງຕະຫຼາດ ກໍແມ່ນໜຶ່ງໃນປັດໄຈທີ່ບັນດາວິສາຫະກິດທ່ອງທ່ຽວໃຫ້ຄວາມສົນໃຈ.

ທ່ານ Dorji Nima, ຜູ້ອຳນວຍການໃຫຍ່ Bhutan Airlines, ໃຫ້ຮູ້ວ່າ ຫວຽດນາມໄດ້ຖືກສາຍການບິນກຳນົດໃຫ້ເປັນຕະຫຼາດສຳຄັນ. ໃນກວ່າ 2 ປີຜ່ານມາ, Bhutan Airlines ໄດ້ຜັນຂະຫຍາຍຖ້ຽວບິນ charter ແລະ ຖ້ຽວບິນຕາມຕາຕະລາງຈາກຮ່າໂນ້ຍ, ດານັງ ແລະ ນະຄອນໂຮ່ຈິມິນ.

ເປົ້າໝາຍຕໍ່ໄປຂອງ Bhutan Airlines ແມ່ນມຸ່ງໄປສູ່ການເປີດບິນປະຈຳ, ຜ່ານນັ້ນ ເພີ່ມທະວີການເຊື່ອມໂຍງທາງອາກາດລະຫວ່າງສອງປະເທດ. ຕາມທ່ານ Dorji Nima, ພູຖານ ແລະ ຫວຽດນາມ ພວມເຮັດວຽກກ່ຽວກັບສັນຍາບໍລິການການບິນ. ຫຼັງຈາກສັນຍາສຳເລັດແລ້ວ, Bhutan Airlines ປາຖະໜາຢາກກາຍເປັນສາຍການບິນທຳອິດທີ່ເປີດບິນປະຈຳລະຫວ່າງສອງປະເທດ.

ຄຽງຄູ່ກັບບັນດາບາດກ້າວຄືບໜ້າດ້ານການເຊື່ອມໂຍງທາງອາກາດ ແລະ ທິດທາງຫຼາກຫຼາຍຜະລິດຕະພັນທ່ອງທ່ຽວ, ພູຖານພວມມີເງື່ອນໄຂເພີ່ມຂຶ້ນໃນການເຂົ້າເຖິງຕະຫຼາດຫວຽດນາມ. ໃນທາງກັບກັນ, ນັກທ່ອງທ່ຽວຫວຽດນາມກໍມີທາງເລືອກເພີ່ມຂຶ້ນສຳລັບບັນດາການເດີນທາງທີ່ປະສົມປະສານການຄົ້ນຫາທຳມະຊາດພູ Himalaya, ສຶກສາວັດທະນະທຳທ້ອງຖິ່ນ ແລະ ສຳຜັດຊີວິດທາງຈິດວິນຍານ.

ສຳລັບພູຖານ, ເປົ້າໝາຍບໍ່ແມ່ນພຽງແຕ່ເພີ່ມຈຳນວນນັກທ່ອງທ່ຽວ, ແຕ່ຍັງມຸ່ງສູ່ການດຶງດູດຜູ້ທີ່ມີຄວາມສົນໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳ, ທຳມະຊາດ ແລະ ຊຸມຊົນທ້ອງຖິ່ນ. ນີ້ແມ່ນພື້ນຖານໃຫ້ປະເທດໃນເຂດ Himalaya ແຫ່ງນີ້ ສືບຕໍ່ດຳເນີນຮູບແບບການທ່ອງທ່ຽວຄຸນຄ່າສູງ, ຈຳນວນໜ້ອຍ, ກົມກຽວລະຫວ່າງການພັດທະນາເສດຖະກິດ, ການອະນຸລັກວັດທະນະທຳ ແລະ ການຮັກສາສິ່ງແວດລ້ອມ.

ຫວຽດນາມໄດ້ຮັບການຕີລາຄາວ່າ ເປັນຕະຫຼາດທີ່ມີທ່າແຮງຫຼາຍ ເມື່ອປັດຈຸບັນນັກທ່ອງທ່ຽວບໍ່ພຽງແຕ່ສົນໃຈການຢ້ຽມຊົມແບບທຳມະດາ, ແຕ່ຍັງຊອກຫາການເດີນທາງທີ່ມຸ່ງເນັ້ນການຟື້ນຟູຈິດໃຈ, ສ້າງຄວາມສົມດຸນທາງຈິດໃຈ ແລະ ສຳຜັດວັດທະນະທຳດັ້ງເດີມ - ບັນດາຄຸນຄ່າທີ່ພູຖານມີຢູ່.

ການເປີດຖ້ຽວບິນ charter ໂດຍກົງຈາກຮ່າໂນ້ຍ, ດານັງ ແລະ ນະຄອນໂຮ່ຈິມິນ ຊ່ວຍຫຼຸດເວລາບິນລົງເຫຼືອປະມານ 4 ຊົ່ວໂມງ ແທນການຕ້ອງຕໍ່ຖ້ຽວບິນຫຼາຍຂັ້ນຕອນຄືແຕ່ກ່ອນ. ສິ່ງນີ້ທັງຊ່ວຍຮັບປະກັນສຸຂະພາບໃຫ້ນັກທ່ອງທ່ຽວ, ທັງປະກອບສ່ວນປັບຄ່າໃຊ້ຈ່າຍໃຫ້ເໝາະສົມ ເພື່ອໃຫ້ທົວພູຖານເຂົ້າເຖິງໄດ້ງ່າຍຂຶ້ນ.

ໃນສະພາບການທີ່ສາຍພົວພັນ ຫວຽດນາມ - ພູຖານ ມີບັນດາບາດກ້າວພັດທະນາໃນທິດທາງຕັ້ງໜ້າ, ການເລັ່ງຊຸກຍູ້ການເຊື່ອມໂຍງທາງອາກາດ ຖືກຄາດຫວັງວ່າ ຈະສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ການແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ.

ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ
ຍສໝ - ໜັງສືພິມປະຊາຊົນ, ອົງການປາກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ເຫັນວ່າ ຜົນສຳເລັດຂອງກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI ໄດ້ນຳມາເຊິ່ງຫຼາຍບົດຮຽນອັນມີຄຸນຄ່າໃຫ້ລາວສາມາດຄົ້ນຄວ້າ ແລະ ນຳໄປອ້າງອີງ ໃນການປ່ຽນໃໝ່ວຽກງານນິຕິບັນຍັດ, ປະຕິຮູບສະຖາບັນ, ພັດທະນາໂຄງລ່າງ ແລະ ແບ່ງຂັ້ນຄຸ້ມຄອງ.
ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ບຳລຸງສ້າງຊັບພະຍາກອນມະນຸດ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ບຳລຸງສ້າງຊັບພະຍາກອນມະນຸດ
ຍສໝ - ວັນທີ 3/9, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ Saito Hiroaki, ສະມາຊິກສະພາຕ່ຳ, ປະທານຄະນະກຳມະການສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງສະພາຕ່ຳຍີ່ປຸ່ນ, ພ້ອມດ້ວຍບັນດາສະມາຊິກສະພາຜູ້ແທນພັກເສລີປະຊາທິປະໄຕ ແລະ ພັກພັນທະມິດປະຕິຮູບສາຍກາງຍີ່ປຸ່ນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ