ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ.
ຍສໝ - ຫວຽດນາມ ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ດ້ວຍທ່າແຮງທາງດ້ານໄລຍະທາງພູມສາດ, ຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ແລະ ລະບົບເສັ້ນທາງບິນທີ່ນັບມື້ນັບໄດ້ຮັບການຂະຫຍາຍກວ້າງອອກ.
ຍສໝ - ກົມໃຫຍ່ທ່ອງທ່ຽວ
ສິງກະໂປ (STB) ແລະ Traveloka ໄດ້ປະສານສົມທົບກັນ ຜັນຂະຫຍາຍ 4 ກຸ່ມເຄື່ອນໄຫວຕົ້ນຕໍ ແນໃສ່ຊ່ວຍເຫຼືອ STB ພາຍໃນການເພີ່ມປະສິດທິພາບ ຂອງຍຸດທະສາດການໂຄສະນາເຜີຍແຜ່ ຢູ່ແຕ່ລະຕະຫຼາດແຫຼ່ງທ່ອງທ່ຽວຕົ້ນທາງ.
ຍສໝ - ພື້ນທີ່ຈັດສະແດງ “ດອກບົວ - ສິ່ງຍອດຍ້ຽມ ແລະ ຊີວິດການເປັນຢູ່” ໄດ້ແນະນຳ, ໂຄສະນາບັນດາຜະລິດຕະພັນ OCOP, ຊາດອກບົວ, ແພໄໝໃຍບົວ ຄຽງຄູ່ກັບຫຼວງຫຼາຍຜະລິດຕະພັນໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ.
ຍສໝ - ວັນທີ 25 ມິຖຸນາ, ເວັບໄຊ Indiatvnews ໄດ້ລົງພິມບົດຄວາມວິເຄາະບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ນັບມື້ນັບດຶງດູດນັກທ່ອງທ່ຽວ ອິນເດຍ. ຕາມບົດລາຍງານແລ້ວ, ການປະສົມປະສານລະຫວ່າງຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ, ການເຊື່ອມຕໍ່ທາງອາກາດທີ່ສະດວກສະບາຍ, ທັດສະນີຍະພາບທີ່ຫຼາກຫຼາຍ ແລະ ການບໍລິການທີ່ເປັນມິດ ໄດ້ນຳເອົາ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງສາກົນ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ອິນເດຍ.
ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030.
ຍສໝ - ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່
ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ທີ່ສວນສາທາລະນະທ່າເຮືອ ນິງກ່ຽວ (Ninh Kiều), ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີ (Cần Thơ) ໄດ້ປະສານງານຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ຈັດຕັ້ງພິທີໄຂສັບປະດາວັດທະນະທຳການທ່ອງທ່ຽວ ນະຄອນ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ໄຕໂດ ເຕັ້ມໄປດ້ວຍສີສັນລະດູຮ້ອນ". ກິດຈະກຳດັ່ງກ່າວ ແມ່ນມີລັກສະນະເອກະລັກອັນພົ້ນເດັ່ນຂອງເຂດແມ່ນ້ຳລຳເຊ ພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ), ຊຶ່ງໄດ້ຮັບຄວາມມຸ່ງຫວັງວ່າ ຈະກາຍເປັນຈຸດສຸມອັນສໍາຄັນໃຫ້ແກ່ກິດຈະກຳການທ່ອງທ່ຽວຂອງນະຄອນ ພາຍໃດລະດູຮ້ອນປີນີ້.
ຍສໝ - ວັນທີ 11 ມິຖຸນາ, ສະຖາບັນຄົ້ນຄວ້າ ແລະ ພັດທະນານະຄອນ ເຫ້ວ ແລະ ພະແນກກໍ່ສ້າງ ໄດ້ປະສານງານກັນຈັດຕັ້ງກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ການປະຍຸກໃຊ້ການປະຕິຮູບປະດິດສ້າງ ເຂົ້າໃສ່ວຽກງານການໂຄສະນາການທ່ອງທ່ຽວ ແລະ ມໍລະດົກ ເຫ້ວ”.
ຍສໝ - ເຊົ້າວັນທີ 6/6, ທ່ານ ຟ້າມຮົ່ງໄທ (Phạm Hồng Thái) - ຜູ້ນຳອຳນວຍການຄະນະຄຸ້ມຄອງອຸທະຍານແຫ່ງຊາດ ຟອງຍາ - ແກບັງ ໃຫ້ຊາບວ່າ, ພາຍໃດຂອບເຂດວາລະກອງປະຊຸມຄັ້ງທີ 38 ຂອງສະພາປະສານງານສາກົນ ແຜນງານມະນຸດ ແລະ ຊີວະມົນທົນ (MAB) ຂອງ UNESCO ເຊິ່ງຈັດຂຶ້ນໃນວັນທີ 5/6 ຢູ່ທີ່ Hernandarias (ສາທາລະນະລັດ ປາຣາກວາຍ), ອຸທະຍານແຫ່ງຊາດ ຟອງຍາ - ແກບັງ ແມ່ນໄດ້ຮັບການຮັບຮອງຢ່າງເປັນທາງການຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ.
ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ "ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ" ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.
ຍສໝ - ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາປີນີ້, ການເຄື່ອນໄຫວທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປຢ່າງຄຶກຄື້ນ, ບັນທຶກໃຫ້ເຫັນການຟື້ນຕົວຢ່າງຕັ້ງໜ້າ ແລະ ມີການເຕີບໂຕພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນ. ໃນໄລຍະ 9 ວັນ, ນັບແຕ່ວັນທີ 25 ເມສາ ຫາທ້າຍວັນທີ 3 ພຶດສະພາ, ນັກທ່ອງທ່ຽວສາກົນທີ່ມາ ນະຄອນ ຄາດວ່າບັນລຸ 190.000 ເທື່ອຄົນ; ນັກທ່ອງທ່ຽວພາຍໃນປະເທດມີປະມານ 1,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວ ຄາດວ່າບັນລຸ 8.700 ຕື້ດົ່ງ.
ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ນັບແຕ່ເດືອນເມສາ 2026, ນະຄອນ ດານັງ ໄດ້ຟື້ນຟູ ແລະ ຂະຫຍາຍບັນດາສາຍການບິນສາກົນຈາກ ລັດເຊຍ ແລະ ເຂດປະຊາຄົມບັນດາປະເທດເອກະລາດ (CIS) ຢ່າງເປັນທາງການ, ສ້າງແຮງຜັກດັນທີ່ສຳຄັນເພື່ອຊຸກຍູ້ການຟື້ນຕົວ ແລະ ການເຕີບໂຕຂອງຂະແໜງທ່ອງທ່ຽວ. ດ້ວຍບັນດາໂຄງການກະຕຸ້ນຄວາມຕ້ອງການຢ່າງຫຼວງຫຼາຍ, ບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ແລະ ຍຸດທະສາດການພັດທະນາແບບຄົບຊຸດ, ນະຄອນແຄມທະເລພາກກາງແຫ່ງນີ້ ພວມມຸ່ງໄປສູ່ເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ເກືອບ 20 ລ້ານເທື່ອຄົນໃນປີ 2026, ຢືນຢັນບົດບາດເປັນຈຸດໝາຍປາຍທາງຊັ້ນນຳຂອງພາກພື້ນ.
ຍສໝ - ຮ່າໂນ້ຍ - ສະຖານທີ່ແຫ່ງການປະສານສົມທົບລະຫວ່າງຄວາມເກົ່າແກ່ທີ່ສະຫງ່າງາມ ແລະ ຈັງຫວະຊີວິດທີ່ທັນສະໄໝ ຫາກໍ່ໄດ້ຮັບການຈັດອັນດັບຈາກວາລະສານ Time Out (ອັງກິດ) ໃຫ້ຢູ່ອັນດັບທີ 25 ໃນບັນຊີລາຍຊື່ 50 ນະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ ເພື່ອດຳລົງຊີວິດ ແລະ ຄົ້ນຫາໃນປີ 2026, ຜ່ານນັ້ນກໍ່ສືບຕໍ່ຢືນຢັນເຖິງແຮງດຶງດູດທີ່ນັບມື້ນັບເພີ່ມຂຶ້ນຂອງນະຄອນຫຼວງ ຫວຽດນາມ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.
ຍສໝ - ໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ງານມະຫາກຳການທ່ອງທ່ຽວສາກົນ VITM 2026 ໄດ້ປິດລົງ, ອັດສາກ 4 ວັນແຫ່ງການເຄື່ອນໄຫວຢ່າງຄຶກຄື້ນ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ ກ່ຽວກັບການສົ່ງເສີມ, ການເຊື່ອມຕໍ່ຕະຫຼາດ ແລະ ການກຳນົດທິດທາງທ່າອ່ຽງການພັດທະນາໃໝ່ຂອງຂະແໜງການທ່ອງທ່ຽວ.
ຍສໝ - ໃນວັນທີ 12 ເມສາ, ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM 2026 ໄດ້ອັດລົງຢ່າງເປັນທາງການ. ພາຍຫຼັງການຈັດຕັ້ງມາເປັນເວລາ 4 ວັນ (9-12/4/2026), ຄາດຄະເນວ່າມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ໄດ້ເຂົ້າມາທ່ຽວຊົມ, ທົດລອງປະສົບການ ແລະ ຊື້ເຄື່ອງຢູ່ພາຍໃນງານ. ຕາມການສຳຫຼວດແບບໄວ ຈາກບັນດາຫົວໜ່ວຍທີ່ເຂົ້າຮ່ວມງານຕະຫຼາດນັດ, ລາຍຮັບຈາກການຂາຍຜະລິດຕະພັນການທ່ອງທ່ຽວ ບັນລຸໄດ້ຫຼາຍກວ່າ 195 ຕື້ດົ່ງ; 95% ຂອງບັນດາວິສາຫະກິດ ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ໃນການເຂົ້າຮ່ວມງານ, ໃນນັ້ນມີ 8,2% ແມ່ນບັນລຸເກີນຄາດໝາຍ; ແລະ ຫຼາຍກວ່າ 92% ມີຄວາມເພິ່ງພໍໃຈຕໍ່ກັບບັນດາກິດຈະກຳຕ່າງໆພາຍໃນງານຕະຫຼາດນັດຄັ້ງນີ້.
ຍສໝ - ໃນວັນທີ 9 ເມສາ ນີ້, ຢູ່ຮ່າໂນ້ຍ, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີໄຂແຜນງານ ເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ (B2B). ນີ້ແມ່ນເຫດການທີ່ສຳຄັນ ໃນບັນດາກິດຈະກຳຂອງ ງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026 - ງານຕະຫຼາດນັດການທ່ອງທ່ຽວສາກົນ ຄັ້ງທີ 15 ໂດຍແມ່ນ ສະມາຄົມການທ່ອງທ່ຽວ ຫວຽດນາມ ເປັນຜູ້ຈັດຕັ້ງຂຶ້ນ.
ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ.