ອາຊຽນ - ຍີ່ປຸ່ນ: ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19

13:05 | 23/04/2020

ຍສໝ - ວັນທີ 22 ເມສາ 2020, ບັນດາລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນ ໄດ້ຮັບຮອງເອົາ “ຖະແຫຼງການຮ່ວມອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19” ຢ່າງເປັນທາງການ ເພື່ອແນໃສ່ຮັບມືກັບບັນດາຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດ ແລະ ລະບົບສະໜອງ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.

ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19 ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ
ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19 ກອງປະຊຸມສຸດຍອດພິເສດອາຊຽນ ຄາດວ່າຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂລກລະບາດໂຄວິດ-19
ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19
ພາບປະກອບ

ຖະແຫຼງການຮ່ວມຂອງບັນດາລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດເພື່ອຮັບມືກັບການລະບາດຂອງ Covid-19 ທີ່ໄດ້ສ້າງຂຶ້ນບົນພື້ນຖານເນື້ອໃນຕົ້ນຕໍຂອງຖະແຫຼງການຮ່ວມທີ່ສະເໜີໂດຍຫວຽດນາມ ແລະ ບັນດາ ລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແຄບຄັ້ງທີ 26 ໃນວັນທີ 10 ມີນາ 2020 ທີ່ນະຄອນດານັງ, ປະເທດຫວຽດນາມ.

ຖະແຫຼງການໄດ້ຢືນຢັນຄວາມເປັນເອກະພາບລະຫວ່າງບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ໃນຄວາມມານະພະຍາຍາມຜັນຂະຫຍາຍບັນດານະໂຍບາຍ ເພື່ອແນໃສ່ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍ, ນັ້ນແມ່ນ: ຮັກສາບັນດາການພົວພັນທາງດ້ານເສດຖະກິດຢ່າງແໜ້ນແຟ້ນລະຫວ່າງອາຊຽນ ແລະ ຍີ່ປຸ່ນ; ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳສຸດ; ເພີ່ມທະວີຄວາມສາມາດໃນການຟື້ນຟູເສດຖະກິດ.

ໃນຖະແຫຼງການຮ່ວມນີ້, ບັນດາລັດຖະມົນຕີໄດ້ຢັ້ງຢືນຄືນ ໃໝ່ ສາຍພົວພັນທາງດ້ານເສດຖະກິດແບບດັ້ງເດີມ, ໃກ້ຊິດແລະຕໍ່ເນື່ອງລະຫວ່າງອາຊຽນແລະຍີ່ປຸ່ນໃນຂົງເຂດການຄ້າແລະການລົງທືນ, ມຸ່ງໄປສູ່ຄວາມຈະເລີນຮຸ່ງເຮືອງຂອງສອງຝ່າຍ.

ບັນດາລັດຖະມົນຕີໄດ້ເນັ້ນໜັກ ວ່າອາຊຽນ ແລະ ຍີ່ປຸ່ນແມ່ນສາຍພົວພັນທີ່ສຳຄັນໃນຕ່ອງໂສ້ການສະ ໜອງພາກພື້ນ, ສະນັ້ນຄວນພະຍາຍາມສະໜອງ ວັດຖຸດິບ ແລະ ຜະລິດຕະພັນ ໃຫ້ແກ່ຕະຫຼາດໂລກເພື່ອຮັກສາສະຖຽນລະພາບພ້ອມທັງຮັບປະກັນປະກັນສຸຂະພາບສຳລັບປະຊາຊົນ. ປະຈຸບັນຍີ່ປຸ່ນແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ທີສອງແລະເປັນຄູ່ການຄ້າໃຫຍ່ທີ 4 ຂອງອາຊຽນ, ໃນຂະນະທີ່ອາຊຽນແມ່ນຄູ່ການຄ້າໃຫຍ່ອັນດັບສອງຂອງຍີ່ປຸ່ນ.

ໃນຫລາຍປີຜ່ານມາ, ອາຊຽນ ແລະ ຍີ່ປຸ່ນໄດ້ຮ່ວມມືກັນຢ່າງໃກ້ຊິດໃນວິກິດອື່ນໆຈາກໄພພິບັດໃນພາກພື້ນຈົນເຖິງວິກິດການການເງິນຂອງອາຊີກໍ່ຄືວິກິດເສດຖະກິດໂລກ. ສະນັ້ນ, ບັນດາລັດຖະມົນຕີເຊື່ອວ່າອາຊຽນ ແລະຍີ່ປຸ່ນຈະເຮັດວຽກຢ່າງໃກ້ຊິດເພື່ອເອົາຊະນະສິ່ງທ້າທາຍດ້ານເສດຖະກິດຂອງການລະບາດຂອງ Covid-19.

ໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີອາຊຽນ ແລະ ຍີ່ປຸ່ນ ເຫັນດີຊຸກຍູ້ຄວາມເປັນເອກະພາບຕໍ່ “ແຜນການກະທຳເພື່ອຟື້ນຟູເສດຖະກິດອາຊຽນ - ຍີ່ປຸ່ນ” ເພື່ອຜັນຂະຫຍາຍບັນດາມາດຕະການລະອຽດໂດຍໄວ ແນໃສ່ໜູນຊ່ວຍບັນດາວິສາຫະກິດຂອງ 2 ຝ່າຍຮັບມືກັບຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19, ປັບປຸງລະບົບສະໜອງຂອງພາກພື້ນ ແລະ ທົ່ວໂລກ, ຟື້ນຟູພື້ນຖານເສດຖະກິດອາຊຽນ ແລະ ຍີ່ປຸ່ນ.

ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19 ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ຍສໝ - ພາຍຫຼັງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19. ສື່ມວນຊົນຢູ່ພາກພື້ນໄດ້ມີຫຼາຍບົດຂຽນຕີລາຄາສູງຈິດໃຈສາມັກຄີກັນ ແລະ ການສົມທົບກັນຂອງອາຊຽນໃນການຕໍ່ສູ້ຕ້ານໂລກລະບາດ.

ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19 ປະຊາຄົມສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການຈັດຕັ້ງ 2 ກອງປະຊຸມຂັ້ນສູງພິເສດ

ຍສໝ - ການຈັດຕັ້ງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປະເຊີນໜ້າ ຕໍ່ການລະບາດຂອງພະຍາດ Covid-19 ຂອງຫວຽດນາມ ໃນຖານະທີ່ເປັນປະທານອາຊຽນ ໄດ້ຮັບການຕີລາຄາສູງຂອງປະຊາຊົນ ໃນພາກພື້ນ ແລະ ສາກົນ.

ອາຊຽນ ຍ ປ ນ ຮ ບຮອງເອ າຖະແຫ ງການຮ ວມ ກ ຽວກ ບຂ ລ ເລ ມຟ ນຟ ເສດຖະກ ດຮ ບມ ກ ບໂລກລະບາດໂຄວ ດ 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ.

ໄຊພອນ

ເຫດການ
302 Found

Found

The document has moved here.