ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

17:47 | 14/04/2020

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ ອາຊຽນ 2020: ສົ່ງເສີມການຮ່ວມມືອາຊຽນໃນການປ້ອງກັນພະຍາດ COVID-19
ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

ວັນທີ 14 ເມສາ, ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ຢືນຢັນວ່າ: ປະເທດຍີ່ປຸ່ນ ຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງ ຫວຽດນາມ ໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການຮັບມືຕໍ່ການລະບາດຂອງພະຍາດ COVID-19 ໃນເວລານີ້ ໄດ້ສະແດງໃຫ້ເຫັນຄວາມເໝາະສົມທີ່ສຸດ ແລະ ບົດບາດສຳຄັນ.

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ
ທ່ານ Asano Katsuhito ອະດີດລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ. (ພາບ: TTXVN)

ນອກຈາກນັ້ນ, ທ່ານ Asano Katsuhito ອະດີດລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໃນການໃຫ້ສຳພາດກັບ ສຳນັກຂ່າວສານຫວຽດນາມ, ໃຫ້ຮູ້ວ່າ ການສ້າງຂະໜາດການຮ່ວມມື, ການເຊື່ອມໂຍງສອງຝ່າຍ ແລະ ຫຼາຍຝ່າຍໃນການປ້ອງກັນພະຍາດ ແມ່ນມີຄວາມຈຳເປັນທີ່ສຸດ. ແຕ່ລະປະເທດມີມາດຕະການຕອບໂຕ້ທີ່ແຕກຕ່າງກັນ, ແຕ່ການແລກປ່ຽນຂໍ້ມູນຂ່າວສານ, ເຕັກໂນໂລຢີ ແລະ ການແລກປ່ຽນວິທະຍາສາດທາງການແພດລະຫວ່າງປະເທດ ແມ່ນວຽກງານທີ່ຈຳເປັນ, ເຊິ່ງມີຄວາມໝາຍສຳຄັນໃນການປ້ອງກັນພະຍາດລະບາດ ແລະ ເອົາຊະນະສະຖານະການທີ່ຫຍຸ້ງຍາກ.

ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບຮັບມືຕໍ່ການລະບາດຂອງພະຍາດ COVID-19 ໄດ້ຈັດຂຶ້ນດ້ວຍຮູບແບບທາງອອນລາຍ, ໂດຍການເຂົ້າຮ່ວມຂອງຜູ້ນຳຂອງ 10 ປະເທດສະມາຊິກອາຊຽນ ແລະ ສາມປະເທດຄູ່ເຈລະຈາໃນອາຊີຕາເວັນອອກສ່ຽງເໜືອ: ຍີ່ປຸ່ນ, ຈີນ ແລະ ເກົາຫຼີໃຕ້.

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດພິເສດອາຊຽນ +3. (ພາບ: TTXVN)

ທ່ານ ທ່ານ Asano Katsuhito ອະດີດລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ກໍ່ໄດ້ເນັ້ນໜັກວ່າ: ປະເທດ ຍີ່ປຸ່ນ ຈະປຶກສາຫາລືບັນດາມາດຕະການ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດ, ການຮ່ວມມືສາກົນ, ການປະສານງານດ້ານນະໂຍບາຍງົບປະມານ ແລະ ນະໂຍບາຍການເງິນ, ເພື່ອຊຸກຍູ້ເສດຖະກິດບັນດາປະເທດ ແລະ ສະໜັບສະໜູນບັນດາປະເທດກຳລັງພັດທະນາ.

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ໃນວັນທີ 13 ເມສາ, ຢູ່ນະຄອນໂຮ່ຈີມິນ, ຜູ້ຕາງໜ້າສະມາຄົມວິສາຫະກິດອັງກິດ ປະຈຳ ຫວຽດນາມ (BBGV) ໄດ້ມອບເງິນ 500 ລ້ານດົ່ງ ໃຫ້ສະມາຄົມນາຍໝໍ ຫວຽດນາມ (VYPA) ເພື່ອການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

ຍສໝ - ໃນບໍລິເວນຊາຍແດນຕິດກັບປະເທດລາວ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການມອບຂອງຂວັນສະໜັບສະໜູນ ໃຫ້ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ.

ຍ ປ ນ ຕ ລາຄາສ ງບ ດບາດເປ ນປະທານອາຊຽນ 2020 ຂອງ ຫວຽດນາມ ເຈົ້າຄອງນະຄອນ Leipzig ສົ່ງຄຳຂອບໃຈເຖິງບັນດາຄູ່ຮ່ວມມືຫວຽດນາມ

ຍສໝ - ໂຮງໝໍ St.Georg ໃນນະຄອນ Leipzig, ປະເທດເຢຍລະມັນ ໄດ້ຮັບອຸປະກອນການແພດລວມມີ ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນການຕິດເຊື້ອພະຍາດ 1.000 ຊຸດພ້ອມກັບແວ່ນຕາ, ຖົງມື... ຈາກໂຮງໝໍທະຫານ 175, ທ່ານ Burkhard Jung ເຈົ້າຄອງນະຄອນ Leipzig ໄດ້ສົ່ງຄໍາຂອບໃຈໄປຍັງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.