ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸນ ສະແດງຄວາມສາມັກຄີ ໃນການຕ້ານການລະບາດຂອງ COVID-19

18:30 | 22/04/2020

ຍສໝ - ຜ່ານການເຄື່ອນໄຫວຂອງບັນດາສະມາຄົມ, ພິເສດແມ່ນການສະໜັບສະໜູນ ຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ປະຕິບັດການປ້ອງກັນ ແລະ ຄວບຄຸມ COVID-19 ເປັນຢ່າງດີ.    

ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19 ໃນໂລກໄດ້ມີຜູ້ຕິດເຊື້ອ Covid – 19 ທັງໝົດ 2.330.921 ຄົນ ໃນນັ້ນມີຜູ້ເສຍຊີວິດ 160.755 ຄົນ
ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19 ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19
ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19
ປະຊາຄົມຊາວຫວຽດນາມຢູ່ຍີ່ປຸນ ສະແດງຄວາມສາມັກຄີ ໃນການຕ້ານການລະບາດຂອງ COVID-19.(ພາບ:TTXVN)

ເມື່ອພົບປະກັບສະພາບການຄວາມຍຸ້ງຍາກ, ຈິດໃຈສາມັກຄີ ແລະ ຄວາມຮັກແພງເຊິ່ງກັນແລະກັນໃນປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ສ່ອງແສງຍິ່ງຂຶ້ນ. ຈາກສະມາຄົມ, ກຸ່ມ, ໝູ່ຄະນະ ຈົນຮອດແຕ່ລະບຸກຄົນ ກໍ່ມີຄວາມສະໝັກໃຈໃນການຮ່ວມແຮງຮ່ວມໃຈເພື່ອຊ່ວຍເຫຼືອຜູ້ດ້ອຍໂອກາດ.

ສະມາຄົມຊາວໜຸ່ມ ແລະ ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ (VYSA) ແມ່ນໜຶ່ງໃນບັນດາກຸ່ມເຄື່ອນໄຫວທຳອິດ. ເມື່ອການລະບາດຂອງພະຍາດດັ່ງກ່າວເກີດຂື້ນໃນ ເກົາຫຼີ ແລະ ເລີ່ມປາກົດຕົວ ຢູ່ ປະເທດຍີ່ປຸ່ນ. VYSA ໄດ້ຍົກເລີກຊຸດກິດຈະກຳ Jobfair (ງານຕະຫຼາດນັດ), ງານວາງສະແດງດອກໄມ້ບານ, ແລະ ແທນທີ່ຈະຈັດຕັ້ງປະຕິບັດກິດຈະກຳຕ່າງໆເພື່ອສະໜັບສະໜູນຊຸມຊົນຍີ່ປຸ່ນໃນການຮັບມືກັບ COVID-19.

ນັບແຕ່ກາງເດືອນກຸມພາເປັນຕົ້ນມາ, ການຊື້ຜ້າອັດປາກ, ນໍ້າຢາຂ້າເຊື້ອໃນປະເທດຍີ່ປຸ່ນໄດ້ກາຍເປັນເລື່ອງຍາກ, ຮ້ານຄ້າຫຼາຍແຫ່ງໄດ້ປະກາດວ່າບໍ່ມີຂາຍອີກແລ້ວ. ຮ້ານຈຳນວນໜຶ່ງຍັງຂາຍຢູ່ ແຕ່ກໍ່ໄດ້ກຳນົດຈຳນວນລູກຄ້າແຕ່ລະຄົນທີ່ສາມາດຊື້ໄດ້. ປະເຊີນໜ້າກັບສະພາບການດັ່ງກ່າວ, VYSA ໄດ້ຮຽກຮ້ອງການບໍລິຈາກຜ້າອັດປາກ ດ້ວຍຈໍານວນຫລາຍກວ່າ 1,000 ອັນ ເພື່ອສົ່ງໄປໃຫ້ນັກສຶກສາຫວຽດນາມ ທີ່ອາໃສ ຢູ່ ໃນເຂດທີ່ມີການລະບາດໃຫຍ່ເຊັ່ນ: Hokkaido ແລະ Kanto.

ທ່ານ ຫວູຮົ່ງດັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸນ ໃຫ້ຮູ້ວ່າ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ມາຮອດປະຈຸບັນ, ຊາວຫວຽດນາມ ຢູ່ ຍີ່ປຸ່ນສ່ວນຫຼາຍຍັງມີຄວາມທຸ່ນທ່ຽງ. ການຮຽກຮ້ອງ, ການແນະນໍາ, ການໃຫ້ກໍາລັງໃຈ, ການສະໜັບສະໜູນ, ການແບ່ງປັນເຊິ່ງໄດ້ລົງໃນໜ້າເວັບໄຊ, fanpage ຂອງສະຖານທູດ, ບັນດາສະມາຄົມ, ບຸກຄົນ, ໄດ້ຍົກໃຫ້ເຫັນພາບພົດປະຊາຄົມຊາວຫວຽດນາມ ແຫ່ງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ ຍີ່ປຸ່ນ.

ໄລ່ຮອດເວລາ 6 ໂມງຂອງວັນທີ 22 ເມສາ, ຫວຽດນາມ ບໍ່ປະກົດມີຜູ້ຕິດໂຄວິດ-19 ຄົນໃໝ່. ສະນັ້ນ, ນັບແຕ່ວັນທີ 17 – 22/04, ເປັນ 6 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ປະກົດມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ຕື່ມອີກ. ຫວຽດນາມ ໄດ້ປິ່ນປົວໃຫ້ 216/268 ຄົນທີ່ຕິດໂລກລະບາດໂຄວິດ-19 ຫາຍດີເປັນປົກກະຕິແລ້ວ ແລະ ຍັງເຫຼືອພຽງ 52 ຄົນພວມແຍກຕົວ, ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ໃນວັນທີ 22 ເມສາ, ຄາດວ່າຈະມີຄົນເຈັບ 6 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິ.

ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19 ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19 ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ຍສໝ - ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ປະຊາຄ ມຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຕ ານການລະບາດຂອງ covid 19 ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ຍສໝ - ໃນຕອນບ່າຍຂອງວັນທີ 9 ເມສາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີມອບຮັບອຸປະກອນການແພດ ເພື່ອສະໜັບສະໜຸນ ລາວ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ Covid - 19 ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຜູ້ຮັບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ...

ໄຊພອນ

ເຫດການ
302 Found

Found

The document has moved here.