ກອງປະຊຸມສຸດຍອດພິເສດອາຊຽນ ຄາດວ່າຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂລກລະບາດໂຄວິດ-19

17:04 | 13/04/2020

ຍສໝ - ກອງປະຊຸມສຸດຍອດອາຊຽນ ພິເສດ ແລະ ກອງປະຊຸມສຸດຍອດອາຊຽນ +3 ພິເສດ (ລວມມີ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ກ່ຽວກັບບັນຫາໂຄວິດ-19 ຈະ ໄດ້ຈັດຂຶ້ນ ໃນ ວັນທີ 14 ເມສາ 2020.

ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19
ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19
ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ.(ພາບ: TTXVN)

ກອງປະຊຸມສຸດຍອດພິເສດອາຊຽນ + 3, ກໍ່ຄາດວ່າ ຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂຄວິດ-19, ໃນນັ້ນ ກໍຢືນຢັນຄຳໝັ້ນສັນຍາລວມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມື ໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຮັບມືກັບບັນດາຜົນກະທົບຂອງໂລກລະບາດຕໍ່ບັນດາດ້ານເສດຖະກິດ ແລະ ສັງຄົມ.

ບັນດາການນຳຈະພ້ອມກັນວາງອອກບັນດາມາດຕະການ, ຂໍ້ລິເລີ່ມລະອຽດ, ຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມທັງຮັບປະກັນການພັດທະນາທີ່ຂະຫຍັນຂັນເຄື່ອນ, ຍືນຍົງຂອງພາກພື້ນໃນໄລຍະຍາວ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ການຮ່ວມມືອາຊຽນ - ຍູ້ໂຄວິດ-19 ໃຫ້ຖອຍໄປ: ຄວາມສາມັກຄີແມ່ນກຳລັງແຮງ!”. ບົດຂຽນໄດ້ເນັ້ນໜັກເຖິງການຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ຄວາມຮັບຜິດຊອບລວມຂອງແຕ່ລະປະເທດ, ແຕ່ລະລັດຖະບານ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ.

ມາຮອດປັດຈຸບັນ, ໂລກລະບາດ Covid – 19 ໄດ້ແຜ່ລາມເຖິງ 209 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ບັນດາປະເທດກໍ່ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 422.558 ຄົນ ໄດ້ຮັບການປິ່ນປົວຫາຍດີໃຫ້ເປັນປົກກະຕິ. ອາເມລິກາ ແລະ ອັງກິດ ແມ່ນ 2 ປະເທດທີ່ມີຈຳນວນຜູ້ຕິເຊື້ອພະຍາດ Covid – 19 ແລະ ຈຳນວນຜູ້ເສຍຊີວິດກໍລະນີໃໝ່ຕື່ມອີກຫຼາຍທີ່ສຸດໃນໂລກພາຍໃນເວລາ 24ຊົ່ວໂມງທີ່ຜ່ານມາ. ທີ່ອາເມລິກາ, ປະເທດນີ້ໄດ້ຢັ້ງຢືນວ່າ ໃນວັນທີ 12 ເມສາ, ມີຜູ້ເສຍຊີວິດຕື່ມອີກ 1.414 ຄົນ, ຍົກຍອດຈຳນວນຜູ້ເສຍຊີວິດຂຶ້ນເຖິງ 21.991 ຄົນ.

ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19

ຍສໝ - ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19 ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19

ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.

ກອງປະຊ ມສ ດຍອດພ ເສດອາຊຽນ ຄາດວ າຈະອອກຖະແຫ ງການຮ ວມກ ຽວກ ບບ ນຫາໂລກລະບາດໂຄວ ດ 19 ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ ທະເລຕາເວັນອອກ.

ຍສໝ - ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອາເມລິກາໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານກ່ຽວກັບເຫດກ່ຳປັ່ນຕຳຫຼວດທະເລຈີນ ໄດ້ ແຕະຕ້ອງ ແລະ ຕຳເຮືອຫາປາຂອງ ຫວຽດນາມຈົມນ້ຳຢູ່ບໍລິເວນໃກ້ກັບໝູ່ເກາະເຈືອງຊາ.

ໄຊພອນ

ເຫດການ
302 Found

Found

The document has moved here.