ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

11:50 | 14/08/2020

ຍ​ສ​ໝ - ຕາມ​ທ່ານ ຈຸມ​ມາ​ລີ ໄຊ​ຍະ​ສອນ​ແລ້ວ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ນັກ​ຮົບ​ທີ່​ກ້າ​ແກ່ນ, ແມ່ນ​ພະ​ນັກ​ງານ​ທີ່​ສະຫຼາດ​ສະຫຼຽວ. ແມ່ນ ພະ​ນັກ​ງານ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ບາກ​ລຳ​ບາກ ແລະ ປະ​ຕິ​ບັດ​ຫຼາຍ​ບົດ​ບາດ​ຕຳ​ແໜ່ງ, ແຕ່​ວ່າ​ຢູ່​ຕຳ​ແໜ່ງ​ໃດ​ ທ່ານ​ກໍ່​ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ.

ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ ໂທລະເລກເສົ້າສະຫລົດໃຈ
ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ
ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ
ທ່ານ​ບຸນຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ​ມາ​ຢ້ຽມ​ຢາມ​ທ່ານ ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ (ພາບ: TTXVN)

ນັບແຕ່ເມື່ອເປັນພົນທະຫານໃນກອງທັບຈົນເຖິງເມື່ອກາຍເປັນຜູ້ນຳສູງສຸດຂອງພັກກອມມູນິດຫວຽດນາມ, ຍາມໃດທ່ານກໍ່ເອົາໃຈໃສ່ເຖິງການຮັກສາສາຍພົວພັນທີ່ສະໜິດແໜ້ນກັບການນຳພັກ - ລັດ ລາວ, ສືບທອດ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ທ່ານໄດ້ສ້າງຫຼາຍຄວາມປະທັບໃຈທີ່ດີງາມຕໍ່ປະເທດຊາດ ແລະ ປະຊາຊົນລາວ.

ຕາມ​ທ່ານ ຈຸມ​ມາ​ລີ ໄຊ​ຍະ​ສອນ​ແລ້ວ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ນັກ​ຮົບ​ທີ່​ກ້າ​ແກ່ນ, ແມ່ນ​ພະ​ນັກ​ງານ​ທີ່​ສະຫຼາດ​ສະຫຼຽວ. ແມ່ນ ພະ​ນັກ​ງານ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ບາກ​ລຳ​ບາກ ແລະ ປະ​ຕິ​ບັດ​ຫຼາຍ​ບົດ​ບາດ​ຕຳ​ແໜ່ງ, ແຕ່​ວ່າ​ຢູ່​ຕຳ​ແໜ່ງ​ໃດ​ ທ່ານ​ກໍ່​ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ.

ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ ຍັງ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ມີ​ໂອ​ກາດ​ໄດ້​ພົບ​ປະ ແລະ ເຮັດ​ວຽກ​ນຳ​ກັນ​ກັບ​ທ່ານ ເລ​ຂາ​ຟຽວ​ແລ້ວ, ດັ່ງ​ນັ້ນ ທ່ານ​ເຫັນ​ວ່າ ທ່ານ ເລ​ຂາ​ຟຽວ​ແມ່ນ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ ທີ່​ມີ​ຄວາມ​ເຂົ້າ​ໃນ​ກ່ຽວ​ກັບ​ປະ​ຕິ​ວັດ​ລາວ, ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄືແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານໃຫ້ຮູ້ຕື່ມອີກວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່​ການ​ນຳ​ຂັ້ນ​ສູງ​ໃນ​ກອງ​ທັບ, ຍາມ​ໃດ ທ່ານ ເລ​ຂາ​ຟ​ຽວ ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພົ​ບ​ປະ, ແລກ​ປ່ຽນ​ກັບ​ການ​ນຳ​ຂັ້ນ​ສູງ​ລາວ, ໃນ​ນັ້ນ​ມີ ທ່ານ ຈູມ​ມາ​ລີ ​ໄຊ​ຍະ​ສອນ, ໃນ​ຈຸດ​ເວ​ລາ​ນັ້ນ ທ່ານ​ພວມ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ສອງ​ຝ່າຍ​ໄດ້​ພົບ​ປະ​ ແລະ ແລ​ກ​ປ່ຽນ​ນຳ​ກັນ​ເປັນຫຼາຍ​ຄັ້ງ​ບົນ​ເນື້ອ​ໃນ​ຈິດ​ໃຈ​ເປັນ​ສະ​ຫາຍ​ສະ​ໜິດ​ຕິດ​ພັນ. ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຄື​ສ້າງ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ກອງ​ທັບ​ສອງ​ປະ​ເທດ, ແລກ​ປ່ຽນ​ສະ​ພາບ​ການ​ໃນ​ສາ​ກົນ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ກໍ່​ຄື​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ.

ທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມໂສກເສົ້າເສຍດາຍເມື່ອໄດ້ຮັບຂ່າວກ່ຽວກັບການຈາກໄປຂອງທ່ານເລຂາທິການໃຫຍ່ ເລຂາຟຽວ. ທ່ານກໍ່ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການນຳພັກ, ລັດ, ປະຊາຊົນ ແລະ ຄອບຄົວຂອງທ່ານ, ຜູ້ທີ່ປົກປັກຮັກສາສາຍພົວພັນທີ່ເປັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ເປັນແບບຢ່າງຂອງ ລາວ - ຫວຽດນາມ.

ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ ໂທລະເລກເສົ້າສະຫລົດໃຈ

ການຈາກໄປຂອງ ສະຫາຍ ເລຂາ ຟຽວ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ຕະຫລອດຊີວິດແຫ່ງການ ເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ໃນພາລະກິດການປ່ຽນແປງໃໝ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ອະດ ດການນຳລາວແບ ງປ ນຄວາມຊ ງຈຳກ ຽວກ ບທ ານອະດ ດເລຂາທ ການໃຫຍ ເລຂາຟຽວ ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ

ຍ​ສ​ໝ - ທ່ານ​ພົນ​ເອກ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີ​ດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2020.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.