ໂທລະເລກເສົ້າສະຫລົດໃຈ

08:52 | 11/08/2020

ການຈາກໄປຂອງ ສະຫາຍ ເລຂາ ຟຽວ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ຕະຫລອດຊີວິດແຫ່ງການ ເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ໃນພາລະກິດການປ່ຽນແປງໃໝ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ໂທລະເລກເສ າສະຫລ ດໃຈ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມຈັດ​ຕັ້ງພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​
ໂທລະເລກເສ າສະຫລ ດໃຈ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນເຖິງແກ່ມໍລະນະກໍາ
ໂທລະເລກເສ າສະຫລ ດໃຈ
ສະ​ຫາຍ ເລ ຂາ ຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ. (ພາບ: ຢາເຮີນ/ແທງນຽນ)

ຫວ່າງ​ແລ້ວນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແຫ່ງ ສປປ ລາວ, ຄະນະກໍາມະການສູນກາງ ແນວລາວສ້າງຊາດ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ຂອງ ສະຫາຍ ເລ ຂາ ຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ເຊິ່ງລວມອາຍຸໄດ້ 89 ປີ (27/12/1937-7/8/2020) ເນື້ອໃນຂອງໂທລະເລກມີດັ່ງນີ້:

ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແຫ່ງ ສປປ ລາວ, ຄະນະກໍາມະການສູນກາງແນວລາວສ້າງຊາດ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ເລ ຂາ ຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 7 ສິງຫາ 2020.

ການຈາກໄປຂອງ ສະຫາຍ ເລ ຂາ ຟຽວ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ຕະຫລອດຊີວິດແຫ່ງການ ເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ໃນພາລະກິດການປ່ຽນແປງໃໝ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ສໍາລັບ ພັກ, ລັດ ແລະ ປະຊາຊົນລາວ ແລ້ວ, ການຈາກໄປຂອງສະຫາຍ ເລ ຂາ ຟຽວ ເປັນການສູນເສຍສະຫາຍຮ່ວມຂຸມຄອງດຽວກັນ, ເພື່ອນມິດຜູ້ໃກ້ຊິດສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂອງພວກຂ້າພະເຈົ້າ. ສະຫາຍ ໄດ້ມີການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດ ປະຕິວັດປົດປ່ອຍຊາດຂອງປະຊາຊົນລາວ, ຄຽງບ່າຄຽງໄຫລ່ກັບ ກອງທັບປະຊາຊົນລາວ ໃນບັ້ນຮົບສໍາຄັນຕ່າງໆ ເພື່ອພ້ອມກັນຍາດເອົາ ໄຊຊະນະສຸດທ້າຍໃນປີ 1975; ສະຫາຍ ຍັງໄດ້ເປັນຜູ້ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ມາໂດຍຕະຫລອດ.

ໃນເວລາອັນເສົ້າໂສກເສຍດາຍນີ້, ພວກຂ້າພະເຈົ້າຂໍຝາກຄວາມ ເສົ້າສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະຊາຊົນຫວຽດນາມ ແລະ ຄອບຄົວ ສະຫາຍ ເລ ຂາ ຟຽວ ມານະໂອກາດນີ້ດ້ວຍ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາສະຫາຍ ຈະຫັນເອົາຄວາມທຸກໂສກນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປະຊາຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ.

ໃນໂອກາດດຽວກັນນັ້ນ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.

ໂທລະເລກເສ າສະຫລ ດໃຈ ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

ຍ​ສ​ໝ - ທ່ານ ເຈິ່ນ​ເຍິດ​ແທັ່ງ, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ຕີ​ລາ​ຄາ​ວ່າ, ເຖິງວ່າ ຊຸມ​ເດືອນ​ຕົ້ນ​ປີນີ້, ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ​, ເສດ​ຖະ​ກິດ, ການ​ທູດ ແລະ ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ.

ໂທລະເລກເສ າສະຫລ ດໃຈ ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

ໂທລະເລກເສ າສະຫລ ດໃຈ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນເຖິງແກ່ມໍລະນະກໍາ

ເພື່ອຈາລຶກຄຸນງາມຄວາມດີຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ; ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ ຊຶ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນ ໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ ...

kpl.gov.la

ເຫດການ
302 Found

Found

The document has moved here.