ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ

11:39 | 05/02/2021

ຍສໝ - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່...

ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ
ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020
ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ
ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ. ພາບ: qdnd.vn

ຫວ່າງແລ້ວນີ້, ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG) ໄດ້ດໍາເນີນຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ Haji Adi Ihram Bin Dato Paduka Haji Mahmud ຮອງເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດບຣູໄນ ຮັບຜິດຊອບນະໂຍບາຍ ແລະຍຸດທະສາດ, ຫົວໜ້າ ADSOM WG ບຣູໄນ.

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການຈັດຕັ້ງກອງປະຊຸມສໍາມະນາກໍ່ສ້າງຫຼັກເກນທາບທາມສົມທຽບເພື່ອຜັນຂະຫຍາຍຂໍ້ລິເລີ່ມຊັກທຸງອາຊຽນຄຽງຂ້າງທຸງຊາດຂອງບັນດາປະເທດອາຊຽນ ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່; ເຫັນດີເປັນເອກະພາບຕໍ່ວຽກງານກະກຽມໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ...

ເມື່ອບໍ່ດົນມານີ້, ກອງປະຊຸມກຸ່ມເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM WG) ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພະຈິກ ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ. ກອງປະຊຸມໄດ້ຈັດຕັ້ງຕາມຮູບການທາງອອນລາຍ ເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງບັນດາປະເທດອາຊຽນ.

ທ່ານຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສ ຂອງບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂານຸການອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM), ກອງປະຊຸມທາງອອນລາຍກຸ່ມເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+WG) ແລະ ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນເປີດກ້ວາງ (ADSOM+).

ກອງປະຊຸມອອນລາຍ ກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກວ້າງ (ADSOM+ WG) ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ຫວຽດນາມ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດເປີດກວ້າງຄື ອາເມລິກາ, ຈີນ, ລັດເຊຍ ສືບຕໍ່ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ ຕໍ່ບັນດາສິ່ງທ້າທາຍທີ່ຫາກໍເກີດຂຶ້ນ ແລະ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ອາຊຽນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.

ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຫົວພັນ (ລາວ) ໄດ້ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະກັດກັ້ນບັນດາເປົ້າໝາຍຂ້າມຊາຍແດນເຊິ່ງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ

ສະຖານທູດຫວຽດນາມ ປະຈໍາມຽນມາ ໄດ້ເປັນເຈົ້າການຕິດຕໍ່ພົວພັນກັບບັນດາຫົວໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ມຽນມາ ເພື່ອຢ້ຽມຢາມຖາມຂ່າວສະພາບຂອງພໍ່ແມ່ປະຊາຊົນ, ຕັກເຕືອນພົນລະເມືອງ, ວິສາຫະກິດຮັບປະກັນການເຄື່ອນໄຫວເປັນປົກກະຕິ...

ຫວຽດນາມ ເຂ າຮ ວມ ກອງປະຊ ມກ ມເຈ າໜ າທ ອາວ ໂສປ ອງກ ນປະເທດອາຊຽນ ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.