ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

19:17 | 24/08/2020

ຍສໝ - ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ນຳໂດຍທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ.

ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ Army Games 2020 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ສິງ​ຫາ
ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ ສະຫະພັນລັດເຊຍ ຊົມເຊີຍ ຫວຽດນາມ ທີ່ໄດ້ຈັດສົ່ງກໍາລັງເຂົ້າຮ່ວມ Army Games 2020 ເປັນຈໍານວນຫຼວງຫຼາຍ

ວັນທີ 23 ສິງຫາ, ທີ່ຫໍປະຊຸມ - ວາງສະແດງ Patriot, ຢູ່ຊານນະຄອນຫລວງ ມົດສະກູ (ສະຫະພັນ ລັດເຊຍ) ໄດ້ດຳເນີນພິທີໄຂຮ່ວມເວທີປາໄສເຕັກນິກການທະຫານ “Armya 2020” ແລະ ງານແຂ່ງຂັນກິລາການທະຫານສາກົນ Army games 2020.

ຍ້ອນການລະບາດຂອງພະຍາດ COVID-19, ນີ້ແມ່ນຄັ້ງທຳອິດທີ່ເວທີວິທະຍາການດ້ານການທະຫານສາກົນ (Army 2020) ແລະ ງານແຂ່ງຂັນການທະຫານສາກົນ Army Games ໄດ້ຈັດຂື້ນໃນເວລາດຽວກັນ. ແຕ່ວ່າ, ເຫດການເຫຼົ່ານີ້ກໍ່ມີຄວາມດຶງດູດຢ່າງຫຼວງຫຼາຍ.

ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ
ຫວຽດນາມ ໄດ້ເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ Army Games ຢູ່ສະຫະພັນລັດເຊຍ. (ພາບ: TTXVN)

ຕາມນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳຣັດເຊຍ, ເຂົ້າຮ່ວມພິທີເປີດດັ່ງກ່າວມີທ່ານ Mikhail Mishustin - ນາຍົກລັດຖະມົນຕີລັດເຊຍ ແລະ ທ່ານ Segei Shoigu - ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ. ທ່ານ Vladimir Putin - ປະທານາທິບໍດີຣັດເຊຍທ່ານ ໄດ້ສົ່ງວີດີໂອສະແດງຄວາມຊົມເຊີຍໄປຍັງພິທີເປີດເວທີວິທະຍາການດ້ານການທະຫານສາກົນ (Army 2020) ແລະ ງານແຂ່ງຂັນການທະຫານສາກົນ Army Games ປີ 2020. ທ່ານ Vladimir Putin ໄດ້ເນັ້ນໜັກວ່າ ສອງເຫດການໃຫຍ່ນີ້ຈະ “ຮັບໃຊ້ຈຸດປະສົງເພື່ອເພີ່ມທະວີການພົວພັນ ລະຫວ່າງບັນດາປະເທດໃນຂົງເຂດປ້ອງກັນຊາດ”.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມໄດ້ກຳນົດວ່າ ປະເທດລັດເຊຍແມ່ນຄູ່ຮ່ວມມືຍຸດທະສາດສຳຄັນທີ່ສຸດ, ໃນນັ້ນມີການຮ່ວມມືດ້ານການທະຫານລະຫວ່າງສອງປະເທດ ແມ່ນໜຶ່ງໃນບັນດາເສົາຄ້ຳຫຼັກແຫຼ່ງຢ່າງສຳຄັນທີ່ສຸດ.

ທ່ານພົນຕີ ໂຫງມິງຕຽນ ໄດ້ສະແດງວ່າ ດ້ວຍຜ່ານການແຂ່ງຂັນຄັ້ງນີ້, ທີມຄັດເລືອກຫວຽດນາມ ຈະຢັ້ງຢືນທັກສະການຝຶກຊ້ອມສູ້ຮົບຂອງພວກເຂົາ ແລະ ແລກປ່ຽນ, ຮຽນຮູ້ປະສົບການຂອງປະເທດອື່ນໆ ເພື່ອວ່າໃນການເຂົ້າຮ່ວມການແຂ່ງຂັນລະດັບສາກົນຄັ້ງຕໍ່ໄປ ຈະປະສົບກັບຜົນສໍາເລັດຫຼາຍ.

ສ່ວນງານແຂ່ງຂັນກິລາການທະຫານສາກົນ Army games 2020 ຈະດຳເນີນແຕ່ວັນທີ 23 ສິງຫາ - ວັນທີ 5 ກັນຍາ ຢູ່ 5 ປະເທດ ລວມມີ: ອາແຊກໄບຊານ, ອາເມນີ, ເບລາຣຸດ, ອຸດສະເບກິດສະຖານ ແລະ ລັດເຊຍ. ເຂົ້າຮ່ວມງານແຂ່ງຂັນກິລາການທະຫານມີ 156 ທິມມາຈາກ 32 ປະເທດ, ລວມມີ ລັດເຊຍ, ປະເທດຕາງໜ້າໃຫ້ ເອີຣົບ, ອາຊີ ແລະ ອາຟຣິກາ.

ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ.

ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 1 ຕື້ດົ່ງ ເພື່ອຊ່ວຍກອງທັບລາວ ສະກັດກັ້ນໂລກລະບາດ COVID-19

ຍສໝ - ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ດ່ານຊາຍແດນສາກົນເກົ່າແຈວ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຄັ້ງທີ 2 ໃຫ້ແກ່ກອງທັບປະຊາຊົນລາວ.

ຫວຽດນາມ ເຂ າຮ ວມ army games 2020 ຢ ລ ດເຊຍ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.