![]() |
ພິທີລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ລາຊະອານາຈັກອັງກິດ. (ພາບ: TTXVN) |
ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ເລີ່ມມີຜົນບັງຄັບໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນ ປີ 2021 ເພື່ອແນໃສ່ຮັບປະກັນການເຄື່ອນໄຫວທາງດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມແລະ ອັງກິດ ໃຫ້ບໍ່ຖືກຂາດວັກຂາດຕອນ. ນອກຈາກນັ້ນ, ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນາ 2021 ນີ້. ຫວຽດນາມ ຈະປະຕິບັດສຳເລັດລະບຽບການປະກາດກ່ຽວກັບການອະນຸມັດຜ່ານ ສັນຍາ ສະບັບດັ່ງກ່າວ ໃຫ້ແກ່ ອັງກິດ ພາຍໃນເດືອນ ມີນານີ້ ເພື່ອໃຫ້ສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ.
ພາຍຫຼັງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ ແລະ ອຽກລັງເໜືອ (UKVFTA) ໄດ້ຮັບການລົງນາມຢ່າງເປັນທາງການໃນວັນທີ 29 ທັນວາ 2020 ຢູ່ ລອນດອນ, ອັງກິດ, ຫວຽດນາມ ແລະອັງກິດໄດ້ປະຕິບັດສໍາເລັດລະບຽບການພາຍໃນປະເທດໂດຍອະນຸຍາດໃຫ້ນຳໃຊ້ສັນຍາຊົ່ວຄາວນັບແຕ່ເວລາ 23 ໂມງ (GMT) ຂອງວັນທີ 31 ທັນວາ 2020 (ໝາຍຄວາມວ່າແມ່ນເວລາ 6 ໂມງເຊົ້າຂອງວັນທີ 1 ເດືອນມັງກອນ ປີ 2021 ຕາມເວລາຫວຽດນາມ).
ຕາມກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລ້ວ, ໃນສະພາບການທີ່ອັງກິດໄດ້ຖອນຕົວອອກຈາກສະຫະພາບເອີລົບ ຢ່າງເປັນທາງການ ແລະກະກຽມສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນວັນທີ 31 ທັນວາ ປີ 2020, ເລື່ອງນຳໃຊ້ສັນຍາ UKVFTA ຊົ່ວຄາວຈະຮັບປະກັນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອັງກິດ ບໍ່ຖືກຕັດຂາດພາຍຫຼັງສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນຂະນະທີ່ສອງຝ່າຍສືບຕໍ່ປະຕິບັດໃຫ້ສໍາເລັດກ່ຽວກັບລະບຽບການພາຍໃນປະເທດ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດກົດໝາຍຂອງແຕ່ລະຝ່າຍ.
ທ່ານ Kenneth Atkinson ປະທານ ສະຫະສະມາຄົມວິສາຫະກິດ ອັງກິດ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ UKVFTA ຈະນຳກາລະໂອກາດໃນການເຕີບໂຕດ້ານການຄ້າ ແລະ ການໜູນຊ່ວຍດ້ານວຽກເຮັດງານທຳ, ກໍ່ຄືການຊຸກຍູ້ການເຕີບໂຕມາໃຫ້ແກ່ທັງ 2 ປະເທດ ຫວຽດນາມ ແລະ ລາຊະອານາຈັກອັງກິດ. UKVFTA ຈະຊ່ວຍຮັບປະກັນການປະຕິບັດບັນດາລະບຽບການ ແລະ ຄຳໝັ້ນສັນຍາ ເຊິ່ງໄດ້ຮັບການຕົກລົງ ຈາກ ວິສາຫະກິດ ກໍ່ຄື ລັດຖະບານສອງປະເທດ ແຕ່ກ່ອນມາຮອດປັດຈຸບັນ.
ສັນຍາ UKVFTA ໄດ້ຮັບການຕີລາຄາວ່າ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນດ້ານການຄ້າລະຫວ່າງຫວຽດນາມ - ອັງກິດ ບໍ່ຖືກຕັດຕອນໃນໄລຍະສິ້ນສຸດໄລຍະຂ້າມຜ່ານ Brexit ເທົ່ານັ້ນ, ຫາກຍັງກາຍເປັນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ສອງປະເທດຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງອີກ. ພ້ອມກັນນັ້ນ, ສັນຍາ UKVFTA ກໍ່ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອຮັກສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງ ປະເທດ, ກໍຄືເພື່ອໃຫ້ ສອງຝ່າຍຊຸກຍູ້ບັນດາຂອບເຂດການຮ່ວມມືລະດັບພາກພື້ນ ແລະ ຫຼາຍຝ່າຍອື່ນໆ.
![]() | ປະກາດ Top 500 ວິສາຫະກິດທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021 ວັນທີ 10 ມີນາ, ບໍລິສັດຫຸ້ນສ່ວນການລາຍງານ, ຕີລາຄາ ຫວຽດນາມ (Vietnam Report) ໄດ້ສົມທົບກັບ ໜັງສືພິມ VietnamNet ປະກາດ ຕາຕະລາງຈັດອັນດັບ FAST500 – TOP 500 ວິສາຫະກິດ ທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021. |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ສຸມໃສ່ປະຕິບັດບັນດາກິດຈະກຳຈຸດສຸມ ເພື່ອສ້າງທ່ວງທ່າພັດທະນາ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ. |
![]() | ກຳປູເຈຍ - ລາວ - ຫວຽດນາມ: ເຫັນດີເປັນເອກະພາບສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືໃນຫຼາຍຂົງເຂດຢ່າງມີປະສິດທິຜົນ ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານ ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ດຳເນີນກອງປະຊຸມສຳມະນາທາງອອນລາຍເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍກໍ່ຄືການຮ່ວມມື 3 ຝ່າຍ. |
ໄຊພອນ