ລາວ: ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ

16:45 | 23/03/2021

ອົງການອາຫານໂລກ ໄດ້ຮັບທຶນຈາກກະຊວງກະສິກຳ ສະຫະລັດອາເມລິກາ ຈຳນວນ 25 ລ້ານ ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການ ອາຫານທ່ຽງ ໃນໂຮງຮຽນ ຢູ່ ສປປ ລາວ ພາຍໃຕ້ແຜນງານແມັກໂກເວີນໂດ (McGovern-Dole) ເປັນໄລຍະເວລາ 5 ປີ (2021-2025).

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ
ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ

ໃນວັນທີ 23 ມີນາ 2021, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຊີ້ແຈງ ແລະ ວາງແຜນໂຄງການອາຫານທ່ຽງ ໃນໂຮງຮຽນ 2020-2025 ສະໜັບສະໜູນ ໂດຍກະຊວງກະສິກຳ ສະຫະລັດອາເມລິກາ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງ ການອາຫານໂລກປະຈຳ ສປປ ລາວ, ມີ ທ່ານ ປີເຕີ ແຮມອນ ເອກອັກຄະລັດຖະທູດ ສະຫະລັດອາ ເມລິກາ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ
ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ. (ພາບ: KPL)

ທ່ານ ນາງ ຂັນທະລີ ສິຣິພົງພັນ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ກຳລັງສຸມໃສ່ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາ ຂະແໜງການສຶກສາທິການ ແລະ ກິລາ 5 ປີ ຄັ້ງທີ IX, ໂຄງການອາຫານທ່ຽງໃນໂຮງຮຽນ ໂດຍສອດຄ່ອງກັບ ບັນດາບຸລິມະສິດ ຂອງລັດຖະບານລາວ ແລະ ໄດ້ປະກອບສ່ວນປັບປຸງ ຕົວຊີ້ວັດການສຶກສາ ແລະ ກິລາຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ເຮັດໃຫ້ອັດຕາເຂົ້າລວມ ຂອງເດັກນ້ອຍດ້ອຍ ໂອກາດ ໃນເຂດຈຸດສຸມ ຂອງກະຊວງສຶກສາທິການ ແລະ ກິລາ ດີຂຶ້ນເທື່ອລະກ້າວ, ເຮັດໃຫ້ອັດຕາປະລະ ແລະ ສຸຂະພາບ ໂດຍພື້ນຖານຂອງນັກຮຽນດີຂຶ້ນ, ເຊິ່ງໂຄງການດັ່ງກ່າວ ຍັງສືບຕໍ່ຂະຫຍາຍ ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ ໄປສູ່ເຂດໂຮງຮຽນໃໝ່ ໃຫ້ນັກຮຽນຊັ້ນອະນຸບານ ແລະ ປະຖົມສຶກສາ ໃນ 18 ເມືອງບຸ ລິມະສິດຂອງກະຊວງ ສຶກສາທິການ ແລະ ກິລາ ກໍຄື ເຂດບຸລິມະສິດຂອງລັດຖະບານເຊັ່ນດຽວກັນ, ເຊິ່ງເປັນໂຮງຮຽນ ທີ່ຍັງບໍ່ເຄີຍມີການສົ່ງເສີມ ວຽກງານອາຫານທ່ຽງ ໃນໂຮງຮຽນມາກ່ອນ.

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ
(ພາບ: KPL)

ໃນໂອກາດດັ່ງກ່າວ, ທ່ານ ປີເຕີ ແຮມອນ ໄດ້ກ່າວວ່າ: ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນໂຄງການທີ່ດີ່ທີ່ສຸດ ແລະ ມີປະໂຫຍດທີ່ສຸດ ໃນການສະໜັບ ສະໜູນ ສປປ ລາວ, ເຊິ່ງສອດຄ່ອງກັບບັນດາ ບູລິມະສິດຂອງ ລັດຖະບານລາວ ແລະ ລັດຖະບານ ສະຫະລັດອາເມລິກາ ກ່ຽວກັບວຽກງານ ອາຫານໃນໂຮງຮຽນ, ໂພຊະນາການ ແລະ ການສຶກສາ ໂດຍໄດ້ມີການຈັດຕັ້ງ ບັນດາກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບສຸຂະພາບ ທີ່ລວມທັງກິດຈະກຳ ອາຫານທ່ຽງໃນໂຮງຮຽນ, ນ້ຳສະອາດ, ສຸຂະອະນາໄມ, ການປຸກລະດົມຊຸມຊົນ, ການກໍ່ສ້າງພື້ນຖານໂຄງລ່າງ ກ່ຽວກັບວຽກງອາຫານທ່ຽງ ໃນໂຮງຮຽນ ແລະ ການຮຽນຮູ້ໜັງສື.

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ

ຍສໝ - ທ່ານ ຫ່າກີມຫງອກ, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໂດຍປະກາດບົດລາຍງານ “ເພີ່ມທະວີການປົກຄອງຂອງແມ່ນໍ້າຜ່ານຂ້າມຊາຍແດນ: ແກ້ໄຂສິ່ງທ້າທາຍຕ່າງໆໃນເຂດຫຼົ້ົ້ງແມ່ນ້ຳຂອງ” ທີ່ຈັດຕັ້ງໂດຍສູນກາງຕາເວັນອອກ - ຕາເວັນຕົກ.

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

ຍ​ສ​ໝ - ເຂົ້າຮ່ວມກອງປະຊຸມມີທ່ານ Kurt Campbell, ຜູ້ປະສານງານມະ​ຫາ​ສະ​ທຸດອິນເດຍ - ປາຊີຟິກຂອງສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາແລະທ່ານ Alex Feldman, ຜູ້ອຳນວຍການສະພາທຸລະກິດອາຊຽນ - ອາເມລິກາ.

ລາວ ອາເມລ ກາ ສະໜ ບສະໜ ນໂຄງການອາຫານທ ຽງ ໃນໂຮງຮຽນ 25 ລ ານໂດລາ ໄລຍະ 5 ປ VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 17 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້​ຈັດ ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອໃນ​ຕົ້ນ​ຕ​ໍ.

kpl.gov.la

ເຫດການ
302 Found

Found

The document has moved here.