ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ

07:07 | 26/03/2021

ຍສໝ - ທ່ານ ຫ່າກີມຫງອກ, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໂດຍປະກາດບົດລາຍງານ “ເພີ່ມທະວີການປົກຄອງຂອງແມ່ນໍ້າຜ່ານຂ້າມຊາຍແດນ: ແກ້ໄຂສິ່ງທ້າທາຍຕ່າງໆໃນເຂດຫຼົ້ົ້ງແມ່ນ້ຳຂອງ” ທີ່ຈັດຕັ້ງໂດຍສູນກາງຕາເວັນອອກ - ຕາເວັນຕົກ.

ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ
ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາ ໄດ້ແບ່ງປັນການຕີລາຄາຂອງເຂົາເຈົ້າ ກ່ຽວກັບອະນຸພາກພື້ນແມ່ນ້ຳຂອງ ທີ່ກຳລັງປະເຊີນ​​ໜ້າກັບສິ່ງທ້າທາຍໃນດ້ານຄວາມໝັ້ນຄົງ, ການພັດທະນາ ແລະ ການປ່ຽນແປງດິນຟ້າອາກາດ.

ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ທ່ານ Keshap ກ່າວວ່າ ສະຫະລັດອາເມລິກາມີຄວາມກັງວົນກ່ຽວກັບຜົນກະທົບຂອງເຂື່ອນໄຟຟ້າພະລັງງານນ້ຳ ໃນແມ່ນ້ຳຂອງ ສຳຫຼັບຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາເສດຖະກິດ ແລະ ສິ່ງແວດລ້ອມຂອງບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງ.

ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ
ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ. (ພາບ: baoquocte)

ໃນກອງປະຊຸມ, ສະຫະລັດອາເມລິກາ ໄດ້ຕີລາຄາສູງຕໍ່ຫວຽດນາມໃນການສົ່ງເສີມການຮ່ວມມືອາຊຽນ ເພື່ອສະໜັບສະໜູນອະນຸພາກພື້ນແມ່ນໍ້າຂອງໃນການຮັບມືກັບສິ່ງທ້າທາຍຕ່າງໆ. ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ທ່ານ Keshap ໄດ້ຢັ້ງຢືນວ່າ ຜ່ານການຮ່ວມມືແມ່ນໍ້າລ້ານຊ້າງ - ອາເມລິກາ, ສະຫະລັດອາເມລິກາ ຈະເພີ່ມທະວີການສະໜັບສະໜູນ ໃຫ້ແກ່ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ສຸມໃສ່ການຄຸ້ມຄອງນໍ້າຂ້າມຊາຍແດນ, ການເຊື່ອມຈອດທາງເສດຖະກິດໃນພາກພື້ນ, ການພັດທະນາຊັບພະຍາກອນມະນຸດ ແລະ ສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ລວມທັງຄວາມປອດໄພທາງການແພດ.

ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ຕີລາຄາສູງຕໍ່ສູນຕາເວັນອອກ - ຕາເວັນຕົກ ໃນການປະສານສົມທົບກັບກະຊວງການຕ່າງປະເທດອາເມລິກາ ແລະ ສູນສາກົນ Meridian ເພື່ອເຜີຍແຜ່ບົດລາຍງານດ້ວຍບັນດາຄຳແນະນຳດ້ານນະໂຍບາຍມີຄຸນຄ່າຕົວຈິງ.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງບັນດາຄວາມມານະພະຍາຍາມຮ່ວມ ເພື່ອຕອບສະໜອງບັນດາສິ່ງທ້າທາຍຂອງສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງຢູ່ອະນຸພາກພື້ນແມ່ນ້ຳຂອງ.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ກໍ່ໄດ້ສະເໜີໃຫ້ບັນດາປະເທດຮ່ວມກັນກໍ່ສ້າງກົດລະບຽບ, ກົດໝາຍວ່າດ້ວຍການຄຸ້ມຄອງແມ່ນໍ້າຂ້າມຊາຍແດນ; ໃນຂະນະດຽວກັນ, ໄດ້ສະເໜີ ສະຫະລັດອາເມລິກາ ແລະ ບັນດາຄູ່ຮ່ວມງານຊຸກຍູ້ການລົງທືນໃນອະນຸພາກພື້ນແມ່ນໍ້າຂອງ ໃນຂະແໜງ ພະລັງງານ ແລະ ພື້ນຖານໂຄງລ່າງ, ແກ້ໄຂສິ່ງທ້າທາຍດ້ານການປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມແມ່ນໍ້າຂອງໃຫ້ມີການພັດທະນາແບບຍືນຍົງ.

ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10

ຍສໝ - ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ ຜູ້ນຳຂອງບັນດາປະເທດ MLC ໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຮ່ວມມືລ້ານຊ້າງ - ແມ່ນໍ້າຂອງ

ຍສໝ - ຜູ້ນຳຂອງບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາໝາກຜົນ ຂອງການຮ່ວມມືທີ່ບັນລຸໄດ້ໃນ 2 ປີທີ່ຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນຢ່າງຫຼວງຫຼາຍ.

ສະຫະລ ດອາເມລ ກາ ໃຫ ຄຳໝ ນສ ນຍາວ າ ຈະເພ ມທະວ ການຮ ວມມ ກ ບອະນ ພາກພ ນແມ ນ າຂອງ ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງໄດ້ຈັດຂຶ້ນດ້ວຍຫົວຂໍ້ "ເພີ່ມທະວີການຮ່ວມມືເພື່ອຄວາມວັດ​ທະ​ນາ​ຖາ​ວອນ​ລວມ"

ຍ​ສ​ໝ - ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ຈະ ດຳເນີນໃນວັນທີ 24 ສິງຫາຕາມ​ຮູບ​ແບບ​ທາງ​ອອນ​ລາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.