ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

12:41 | 23/03/2021

ຍ​ສ​ໝ - ເຂົ້າຮ່ວມກອງປະຊຸມມີທ່ານ Kurt Campbell, ຜູ້ປະສານງານມະ​ຫາ​ສະ​ທຸດອິນເດຍ - ປາຊີຟິກຂອງສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາແລະທ່ານ Alex Feldman, ຜູ້ອຳນວຍການສະພາທຸລະກິດອາຊຽນ - ອາເມລິກາ.

ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສະແດງຄວາມຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ
ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ ຜູ້ນຳຫວຽດນາມ ໄດ້ສະແດງຄວາມຊົມເຊີຍປະທານາທິບໍດີ ແລະ ຮອງປະທານາທິບໍດີສະຫະລັດອາເມລິກາ
ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ຮ່າກິມງອກ (ພາບ: TTXVN)

ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະລັດ ອາເມລິກາ ຮ່າກິມງອກ ແລະ ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ວໍຊິງຕັນ ດີຊີ ໄດ້ມີການ​ໂອ້​ລົມສົນທະນາທາງອອນ​ລາຍກັບທ່ານ David Marchick, ຜູ້ ອຳນວຍການອົງການພັດທະນາການເງິນສາກົນ (DFC) ຂອງສະຫະລັດອາເມລິກາ.

ເຂົ້າຮ່ວມກອງປະຊຸມມີທ່ານ Kurt Campbell, ຜູ້ປະສານງານມະ​ຫາ​ສະ​ທຸດອິນເດຍ - ປາຊີຟິກຂອງສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາແລະທ່ານ Alex Feldman, ຜູ້ອຳນວຍການສະພາທຸລະກິດອາຊຽນ - ອາເມລິກາ.

ຕາມສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະຈຳສະຫະລັດອາເມລິກາ ແລ້ວ, ທີ່​ການແລກປ່ຽນ, ທ່ານ Marchick ໄດ້ເນັ້ນໜັກ ວ່າ DFC ຢາກ​ສວມບົດບາດສຳຄັນໃນການພັດທະນາອາຊີຕາເວັນອອກສ່ຽງໃຕ້, ມີບຸລິມະສິດອັນໃຫຍ່ຫຼວງໃຫ້ແກ່ອະນຸພາກພື້ນແມ່ນໍ້າຂອງ. DFC ຈະສຸມໃສ່ການຕອບສະໜອງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ສົ່ງເສີມການລົງທືນໃນໂຄງການພະລັງງານສີຂຽວ ແລະຊ່ວຍໃຫ້ປະເທດອາຊີຕາເວັນອອກສ່ຽງໃຕ້ຮັບ​ມື​ກັບ​ໂລກ​ລະ​ບາ​ສດ​ໂຄວິດ - 19 ຜ່ານການເສີມສ້າງລະບົບສາທາລະນະສຸກ, ການແຈກຢາຍວັກຊິນ. ຄຽງຂ້າງນັ້ນ, DFC ຍັງຈະໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງໃນຂົງເຂດກະສິກຳ ແລະການສຶກສາ…; ພ້ອມດຽວກັນນີ້, ຮ່ວມມືກັບບັນດາຄູ່ຮ່ວມມືເຊັ່ນຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ໄຕ້ຫວັນ (ຈີນ) ເພື່ອເພີ່ມປະສິດທິຜົ​ນຂອງໂຄງການລົງທຶນ. ຕາມທ່ານ Marchick ແລ້ວ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືລະຫວ່າງ DFC ແລະຫວຽດນາມ.

ສ່ວນ​ທ່ານ Kurt Campbell ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອາຊຽນໃນນະໂຍບາຍຂອງສະຫະລັດ, ພ້ອມທັງເປັນການເພີ່ມທະວີການເຊື່ອມຕໍ່ລະຫວ່າງເອກອັກຄະລັດຖະທູດອາຊຽນແລະອົງການລັດຖະບານສະຫະລັດ. ທ່ານ​ກໍ່​ສະ​ແດງ​ຄວາມຫວັງວ່າຈະມີການແລກປ່ຽນລະຫວ່າງລັດຖະມົນຕີການຕ່າງປະເທດ Antony Blinken ແລະ ຄູ່ຮ່ວມຕຳ​ແໜ່ງອາຊຽນເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດການຮ່ວມມືລະຫວ່າງສອງຝ່າຍໃນອະນາຄົດອັນໃກ້ນີ້.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະ​ແດງຊົມເຊີຍ​ຕໍ່ທ່ານ Marchick ເມື່ອ​ໄດ້​ຮັບໜ້າທີ່ໃໝ່ ແລະສະແດງຄວາມຂອບອົກ​ຂອບໃຈຕໍ່ຜູ້ປະສານງານ Campbell ທີ່ໄດ້ສ້າງເວທີ​ປາ​ໄສແລກປ່ຽນເປັນປະຈຳ ເພື່ອຊຸກຍູ້ການພົວພັນລະຫວ່າງອາຊຽນແລະອາເມລິກາ. ທ່ານເອກອັກຄະລັດຖະທູດໄດ້ຕີລາຄາສູງຄວາມພະຍາຍາມຂອງອາເມລິກາໃນການສົ່ງເສີມການພັດທະນາພະລັງງານ, ການອຳນວຍຄວາມສະດວກດ້ານການຄ້າ ແລະການສະໜັບສະໜູນດ້ານການແພດໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະເໜີ ລັດຖະບານອາເມລິກາສືບຕໍ່ສະໜັບສະໜູນບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ແລະອະນຸພາກພື້ນແມ່ນໍ້າຂອງພັດທະນາລະບົບຕ່ອງໂສ້ການສະໜອງແບບຍືນຍົງ, ຍົກສູງຄວາມສາມາດດ້ານການຄ້າດິຈິຕອນແລະເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ. ທ່ານເອກອັກຄະລັດຖະທູດຮ່າກິມງອກກໍ່ປາດຖະໜາ ຢາກໃຫ້ອາເມລິກາສະໜັບສະໜູນ ບັນດາປະເທດອາຊຽນເຂົ້າເຖິງແຫຼ່ງສະ​ໜອງວັກ​ຊິນ​ກັນ COVID-19, ສືບຕໍ່ຊຸກຍູ້ການລົງທຶນໃນຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ (PPP) ແລະຜ່ານຂອບການຮ່ວມມືອາເມລິກາ - ອາຊຽນ.

ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສະແດງຄວາມຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ

ຍສໝ - ເນື່ອງໃນໂອກາດທີ່ທ່ານ Antony Blinken ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ, ໃນວັນທີ 27 ມັງກອນ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງຈົດໝາຍສະແດງຄວາມອວຍພອນຊົມເຊີຍ.

ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ ຜູ້ນຳຫວຽດນາມ ໄດ້ສະແດງຄວາມຊົມເຊີຍປະທານາທິບໍດີ ແລະ ຮອງປະທານາທິບໍດີສະຫະລັດອາເມລິກາ

ຍສໝ - ເນື່ອງໃນໂອກາດທ່ານ Sir Joseph R. Biden Jr. ໄດ້ຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດອາເມລິກາ ຄັ້ງທີ 46, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.

ອາເມລ ກາສວມບ ດບາດສຳຄ ນໃນການພ ດທະນາຢ ອາຊ ຕາເວ ນອອກສ ຽງໃຕ ສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ”.

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Robert O’Brien ໄດ້ຢືນຢັນວ່າສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ", ເຊິ່ງມີບົດບາດສຳຄັນຫຼາຍຂື້ນໃນການພັດທະນາພາກພື້ນ ແລະ ສາກົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.