ລາວ: ລັດດຖະບານ ອອກແຈ້ງການຫ້າມຈຳໜ່າຍເຫລົ້າ-ເບຍ ໄລຍະບຸນປີໃໝ່ລາວ

16:35 | 14/04/2020

ລັດຖະບານ ສປປ.ລາວ ໄດ້ຕົກລົງຫ້າມບໍ່ໃຫ້ຕົວແທນຈຳໜ່າຍ, ຮ້ານຊຸບເປີ ມາເກັດ, ຮ້ານຂາຍຍົກ-ຂາຍຍ່ອຍ, ຕະຫລາດ, ບຸກຄົນລວມທັງ ການຄ້າຂາຍ ຜ່ານລະບົບອອນລາຍຕ່າງໆ ໃນຂອບເຂດທົ່ວປະເທດ ຈຳໜ່າຍ ເຫລົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ເລີ່ມແຕ່ວັນທີ 13 ເມສາ ຫາເວລາ 06:00 ໂມງເຊົ້າຂອງວັນທີ 21 ເມສາ 2020.

ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ ທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກໍາລັງປະຕິບັດໜ້າທີ່ ສປປ.ລາວ
ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ
ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ
ພາບປະກອບ

ເພື່ອເພີ່ມທະວີມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ເຫັນວ່າຍັງມີການແຜ່ລະບາດເປັນວົງກວ້າງ ແລະ ຮ້າຍອຮງໃນປັດຈຸບັນ, ສະນັ້ນດ້ວຍຄວາມ ເປັນຫ່ວງເປັນໃຍຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ ລັດຖະບານ ຈຶ່ງໄດ້ຕົກລົງຫ້າມ ບໍ່ໃຫ້ຕົວແທນຈຳໜ່າຍ, ຮ້ານຊຸບເປີ ມາເກັດ, ຮ້ານຂາຍຍົກ-ຂາຍຍ່ອຍ, ຕະຫລາດ, ບຸກຄົນລວມທັງ ການຄ້າຂາຍ ຜ່ານລະບົບອອນລາຍຕ່າງໆ ໃນຂອບເຂດທົ່ວປະເທດ ຈຳໜ່າຍ ເຫລົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດ ເຫລົ້າທຸກປະເພດ ເລີ່ມແຕ່ວັນທີ 13 ເມສາ ຫາເວລາ 06:00 ໂມງເຊົ້າຂອງວັນທີ 21 ເມສາ 2020. ມອບໃຫ້ອົງການປົກຄອງທ້ອງຖິ່ນ ໂດຍສະເພາະເມືອງ, ບ້ານ, ເຈົ້າໜ້າທີ່ກວດກາການຄ້າ ແລະ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ເປັນເຈົ້າການ ໃນການຕິດຕາມກວດກາ, ຖ້າມີຜູ້ລະເມີດກໍໃຫ້ດຳເນີນ ການຕາມລະບຽບການທີ່ ກ່ຽວຂ້ອງຢ່າງເຂັ້ມງວດ.

ມາຮອດວັນທີ 13 ເມສາ 2020 ມີການກວດວິເຄາະ ກໍລະນີສົງໃສທັງໝົດ 1.186 ຕົວຢ່າງ, ໃນນັ້ນ 19 ກໍລະນີຖືກຢັ້ງຢືນທາງ ຫ້ອງວິເຄາະວ່າຕິດເຊື້ອ COVID-19 ແລະ ຍັງສືບຕໍ່ຕິດຕາມກໍລະນີ ສຳຜັດໃກ້ຊິດກັບຄົນເຈັບທັງໝົດ 79 ຄົນ ເຊັ່ນວ່າ: ນະຄອນຫລວງວຽງຈັນ 49 ຄົນ, ແຂວງໄຊສົມບູນ 25 ຄົນ, ນະຄອນ ຫລວງພະບາງ ຄົນ, ແຂວງ ຄໍາມ່ວນ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ. ເລີ່ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວ ຈຳນວນຫລວງຫລາຍ ໄດ້ເດີນທາງກັບຈາກປະເທດໄທ ເຂົ້າຕາມຈຸດຊາຍ ແດນຕ່າງໆ ມີທັງໝົດ 113.404 ຄົນ, ຖືກຈຳກັດໂຕຢູ່ສູນ 68.534 ຄົນ ແລະ 44.870 ຄົນການຈຳກັດໂຕຢູ່ເຮືອນ ໂດຍຄອບຄົວຢັ້ງຢືນ, ຮອດປັດຈຸບັນ ຄົບກຳນົດ 14 ວັນແລ້ວມີ 22.716 ຄົນ ແລະ ຍັງສືບຕໍ່ ຈຳກັດໂຕຢູ່ສູນ ແລະ ເຮືອນມີທັງໝົດ 90.688 ຄົນ.

ສ່ວນຄົນເຈັບທີ່ໄດ້ຮັບ ການປີ່ນປົວນັ້ນແມ່ນ ຢູ່ໂຮງໝໍມິດຕະພາບ 16 ຄົນ (1 ຄົນຊ່ຽວຊານຕ່າງ ປະເທດຈາກບໍລິສັດ ພູເບ້ຍ ມາຍນິງ) ໃນນັ້ນ 15 ຄົນມີອາການເບົາບາງ, 10 ຄົນແມ່ນປິ່ນປົວຄົບ ກຳນົດແລ້ວແຕ່ຜົນກວດ ຍັງພົບເຊື້ອຢູ່ ດັ່ງນັ້ນຈຶ່ງສືບຕໍ່ນອນ ຕິດຕາມອາການ ແລະ ປິ່ນປົວໃຫ້ຢາຈົນຄົບ. ສ່ວນວ່າ ຄົນເຈັບອີກ 3 ຄົນທີ່ນອນປິ່ນປົວຢູ່ໂຮງໝໍ ແຂວງຫລວງພະບາງ ແມ່ນອາການເບົາບາງ ແຕ່ຜົນກວດຍັງພົບເຊື້ອ ແລະ ສືບຕໍ່ປິ່ນປົວ ໃຫ້ຢາຈົນຄົບ.

ສະຖານະ​ການ ​ແຜ່​ລະບາດ ​ເຊື້ອ​ພະຍາດ​ ໂຄ​ວິດ-19 ທົ່ວ​ໂລກ ຍັງ​ເພີ່ມ​ຄວາມ​ຮຸນ​ແຮງ​ ຢ່າງ​ຕໍ່​ເນື່ອງ ​​​ໃນຂະນະ​ນີ້ ມີ​ຜູ້​ຕິດ​ເຊື້ອ​ທົ່ວ​ໂລກ​ເພີ່ມ​ຂຶ້ນ 1.851.0111 ຄົນ, ​ເສຍ​ຊີວິດ 114.098 ຄົນ ​ແລະ ​ໄດ້​ຮັບປິ່ນປົວຫາຍ​​ດີ​ແລ້ວ 422.566 ຄົນ. ຂະນະ​ທີ່ ສ.ອາ​ເມ​ລິ​ກາ ຍັງ​ເປັນ​ປະ​ເທດ​ ທີ່​ມີ​ ຈຳນວນຜູ້​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດ​ສູງ​ທີ່​ສຸດ​ ໃນ​ໂລກ ​ໂດຍ​ມີ​ ຜູ້​ຕິດ​ເຊື້ອ ຈຳນວນ 559.968 ຄົນ. ​​ໃນ​ນັ້ນ ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 27.089 ຄົນ. ສ່ວນ​ຜູ້​ເສຍ​ຊີວິດ ຈຳນວນ 22.036 ຄົນ, ມີຜູ້​ເສຍ​ຊີວິດ​​ເພີ່ມ 1.459 ຄົນ. ຮອງ​ລົງ​ມາ ​ແມ່ນ​ປະ​ເທດ ​ແອັດ​ສະ​ປາຍ ມີ​ຜູ້​ຕິດ​ເຊື້ອ ຈຳນວນ 166.831 ຄົນ, ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ 3.804 ຄົນ.

ສ່ວນ​ຜູ້​ເສຍ​ຊີວິດ ລວມມີ​ 17.209 ຄົນ ມີ​ຜູ້​ເສ​ຍຊີວິດ ​ເພີ່ມ 603 ຄົນ. ອີ​ຕາ​ລີ ມີ​ຜູ້​ຕິດ​ເຊື້ອ 156.363 ຄົນ, ພົບ​ຜູ້​ຕິດ​ເຊື້ອ ​ເພີ່ມ 4.092 ຄົນ. ສ່ວນ​ຜູ້​ເສຍ​ຊີວິດ ​ໃນ​ອີ​ຕາ​ລີ ຈຳນວນ 19.899 ຄົນ, ພົບ​ຜູ້​ເສຍ​ຊີວິດ​ ເພີ່ມ 431 ຄົນ. ຝຣັ່ງ ມີ​ຜູ້​ຕິດ​ເຊື້ອ ຈຳນວນ 132.591 ຄົນ, ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ 2.937 ຄົນ ແລະ ເສຍ​ຊີວິດ 14.393 ຄົນ, ພົບ​ຜູ້​ເສຍ​ຊີວິດ ​ເພີ່ມ 561 ຄົນ. ​ເຢຍລະ​ມັນ ມີ​ຜູ້​ຕິດ​ເຊື້ອ ​ເພີ່ມຂຶ້ນ​ເປັນ 127.854 ຄົນ, ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ 2.402 ຄົນ ສ່ວນ​ຜູ້​ເສຍ​ຊີວິດ 3.022 ຄົນ, ພົບ​ຜູ້​ເສຍຊີວິດ​ເພີ່ມ 151 ຄົນ. ຂະນະ​ທີ່ ຈີນ ​ເປັນ​ປະ​ເທດ​ທີ່​ເປັນຕົ້ນຕໍ​ ໃນ​ການ​ແຜ່​ລະບາດ ​ຂອງ​ ເຊື້ອ​ພະ​ຍາດ​ໂຄ​ວິດ-19 ມີ​ຜູ້​ຕິດ​ເຊື້ອ ຈຳນວນ 82.056 ຄົນ ​ໃນ​ວັນ​ທີ 12 ​ເມສາ ​ຜ່ານ​ມາ ບໍ່​ພົບ​ຜູ້​ຕິດ​ເຊື້​ອ​ເພີ່​ມຂຶ້ນ.

ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ

ຍສໝ - ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ ສສ. ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 30.000 ອັນ ໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ ເພື່ອປ້ອງກັນ ແລະ ຄວຍຄຸມ ໂລກລະບາດໂຄວິດ - 19.

ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

ຍສໝ - ໃນບໍລິເວນຊາຍແດນຕິດກັບປະເທດລາວ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການມອບຂອງຂວັນສະໜັບສະໜູນ ໃຫ້ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ.

ລາວ ລ ດດຖະບານ ອອກແຈ ງການຫ າມຈຳໜ າຍເຫລ າ ເບຍ ໄລຍະບ ນປ ໃໝ ລາວ ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.