| ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030 | |
| ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ຍຸກສະໄໝໃໝ່, ພາລະກຳໃໝ່ຂອງແມ່ຍິງຫວຽດນາມ |
ຕອນເຊົ້າວັນທີ 17 ມິຖຸນາ 2026, ໃນມື້ທຳອິດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV, ໄດ້ມີການຈັດວາລະສົນທະນາກ່ຽວກັບບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ, ແນໃສ່ປະກອບສ່ວນປະຕິບັດເປົ້າໝາຍການເຕີບໂຕຢ່າງໄວວາ ແລະ ຍືນຍົງຂອງປະເທດ.
ກ່າວບົດປະກອບຄຳເຫັນໃນວາລະສົນທະນາ, ທ່ານນາງ ຈິ້ງທິເຮືອງ, ຮອງຫົວໜ້າກົມພັດທະນາວິສາຫະກິດເອກະຊົນ ແລະ ເສດຖະກິດຮ່ວມມື, ກະຊວງການເງິນ ເນັ້ນວ່າ ໃນຍຸກເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ, ນັກທຸລະກິດຍິງບໍ່ພຽງແຕ່ສາມາດປັບຕົວເຂົ້າກັບການປ່ຽນແປງ ແຕ່ຍັງມີຄວາມສາມາດສ້າງສັນ ແລະ ນຳພາການຫັນປ່ຽນດັ່ງກ່າວ.
ປັດຈຸບັນ, ວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງກວມເອົາປະມານ 21-25% ຂອງຈຳນວນວິສາຫະກິດທີ່ພວມດຳເນີນກິດຈະການທັງໝົດ. ນອກຈາກປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດແລ້ວ, ວິສາຫະກິດທີ່ນຳພາໂດຍແມ່ຍິງຫຼາຍແຫ່ງຍັງເປັນຜູ້ບຸກເບີກໃນການນຳໃຊ້ເຕັກໂນໂລຊີດິຈິຕອນ, ສ້າງຮູບແບບທຸລະກິດສີຂຽວ, ພັດທະນາເສດຖະກິດໝູນວຽນ ແລະ ການຄ້າເອເລັກໂຕຣນິກ. ບັນດາກິດຈະກຳນີ້ໄດ້ຊ່ວຍເພີ່ມຄຸນຄ່າໃຫ້ຜະລິດຕະພັນທ້ອງຖິ່ນ, ສ້າງອາຊີບໃຫ້ຊຸມຊົນ ແລະ ສົ່ງເສີມການພັດທະນາຢ່າງຍືນຍົງ.
ທ່ານນາງ ຈິ້ງທິເຮືອງ ໄດ້ຍົກຕົວຢ່າງເຖິງຄວາມສາມາດຂອງນັກທຸລະກິດຍິງໃນການຮຽນຮູ້ ແລະ ນຳໃຊ້ແພລດຟອມດິຈິຕອນ ລວມທັງປັນຍາປະດິດ (AI). ໃນຫຼັກສູດຝຶກອົບຮົມການຄ້າເອເລັກໂຕຣນິກຄັ້ງໜຶ່ງ, ພາຍຫຼັງໄດ້ຮຽນຮູ້ການນຳໃຊ້ເຄື່ອງມືດິຈິຕອນພຽງສອງວັນ, ນັກທຸລະກິດຍິງກຸ່ມໜຶ່ງຈຳນວນ 7-8 ຄົນ ສາມາດຈັດການຂາຍສິນຄ້າຜ່ານການຖ່າຍທອດສົດ (Livestream) ແລະ ສ້າງຍອດຂາຍໄດ້ຫຼາຍກວ່າ 200 ລ້ານດົ່ງພາຍໃນໜຶ່ງຊົ່ວໂມງ. ສິນຄ້າທີ່ຈຳໜ່າຍສ່ວນໃຫຍ່ແມ່ນຜະລິດຕະພັນກະສິກຳ ແລະ ຫັດຖະກຳຂອງທ້ອງຖິ່ນ.
![]() |
| ທ່ານນາງ ຈິ້ງທິເຮືອງ (Trịnh Thị Hương), ຮອງຫົວໜ້າກົມພັດທະນາວິສາຫະກິດເອກະຊົນ ແລະ ເສດຖະກິດຮ່ວມມື (ກະຊວງການເງິນ) ນຳສະເໜີບົດປະກອບຄຳເຫັນຢູ່ພາຍໃດວາລະສົນທະນາ. |
ຈາກຕົວຢ່າງນີ້, ທ່ານນາງ ຈິ້ງທິເຮືອງ ໃຫ້ຂໍ້ສັງເກດວ່າ ເມື່ອແມ່ຍິງໄດ້ຮັບເຄື່ອງມື, ຄວາມຮູ້ ແລະ ໂອກາດທີ່ເໝາະສົມ, ພວກເຂົາສາມາດກ້າວເຂົ້າສູ່ເສດຖະກິດດິຈິຕອນໄດ້ຢ່າງວ່ອງໄວ, ມີຄວາມໝັ້ນໃຈ ແລະ ສ້າງຜົນສຳເລັດໄດ້ຢ່າງມີປະສິດທິຜົນ.
ເຖິງຢ່າງນັ້ນ, ທ່ານນາງຍັງຊີ້ໃຫ້ເຫັນວ່າ ວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງຍັງປະເຊີນກັບຂໍ້ຈຳກັດຫຼາຍດ້ານ, ເຊັ່ນ ຂະໜາດກິດຈະການທີ່ຍັງນ້ອຍ, ຄວາມຫຍຸ້ງຍາກໃນການເຂົ້າເຖິງສິນເຊື່ອ, ການຂາດທັກສະດິຈິຕອນ ແລະ ການຂາດໂຄງການຊ່ວຍເຫຼືອທີ່ເໝາະສົມກັບແຕ່ລະຂະແໜງການ.
ດັ່ງນັ້ນ, ທ່ານນາງຈຶ່ງສະເໜີໃຫ້ສ້າງລະບົບນິເວດສະໜັບສະໜູນທີ່ຄົບຖ້ວນ, ມີບັນດາໂຄງການຊ່ວຍເຫຼືອການ “ຫັນປ່ຽນຄູ່” ທີ່ປະສານການຫັນປ່ຽນດິຈິຕອນກັບການຫັນປ່ຽນສີຂຽວ. ພ້ອມກັນນັ້ນ, ຄວນເປີດກວ້າງຊ່ອງທາງໃຫ້ວິສາຫະກິດແມ່ຍິງເຂົ້າເຖິງແຫຼ່ງທຶນ, ເຕັກໂນໂລຊີ ແລະ ຕະຫຼາດໄດ້ສະດວກຍິ່ງຂຶ້ນ.
ແມ່ຍິງບຸກເບີກການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ
ສາດສະດາຈານ, ປະລິນຍາເອກ ເຈິ່ນທິຫວຽດງາ (Trần Thị Việt Nga), ສັງກັດມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ ໃຫ້ຮູ້ວ່າ ແມ່ຍິງກຳລັງມີບົດບາດນຳໜ້າເພີ່ມຂຶ້ນໃນການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີທີ່ຮັບໃຊ້ເສດຖະກິດສີຂຽວ. ຂົງເຂດທີ່ແມ່ຍິງມີສ່ວນຮ່ວມປະກອບມີ ວັດສະດຸໃໝ່, ພະລັງງານທົດແທນ, ການບຳບັດສິ່ງເສດເຫຼືອ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນຄຽງຄູ່ກັບການປົກປ້ອງສິ່ງແວດລ້ອມ.
ຜົນງານຄົ້ນຄວ້າຫຼາຍຢ່າງທີ່ນຳພາໂດຍນັກວິທະຍາສາດຍິງໄດ້ບັນລຸຜົນສຳເລັດໃນການນຳໃຊ້ເຕັກໂນໂລຊີຮີໄຊເຄິນ (Recycle) ເພື່ອປ່ຽນຜົນພອຍໄດ້ທາງກະສິກຳໃຫ້ເປັນວັດສະດຸຊີວະພາບ, ພັດທະນາເບຕົງທີ່ເປັນມິດຕໍ່ສິ່ງແວດລ້ອມ, ຄົ້ນຄວ້າວັດສະດຸກັກເກັບພະລັງງານ ແລະ ເຕັກໂນໂລຊີໄຮໂດຣເຈນສີຂຽວ (Green Hydrogen).
ບັນດານັກວິທະຍາສາດຍິງຍັງປະກອບສ່ວນຢ່າງຫ້າວຫັນຕໍ່ການ “ຫັນປ່ຽນຄູ່” ຜ່ານການນຳໃຊ້ປັນຍາປະດິດ (AI) ແລະ ຂໍ້ມູນຂະໜາດໃຫຍ່ (Big Data) ໃນການຄຸ້ມຄອງສິ່ງແວດລ້ອມ, ພະຍາກອນຄຸນນະພາບອາກາດ, ບໍລິຫານນ້ຳໃນຕົວເມືອງ ແລະ ກວດສອບທີ່ມາຂອງຜະລິດຕະພັນກະສິກຳ. ເຖິງຢ່າງນັ້ນ, ພວກເຂົາຍັງຕ້ອງຜະເຊີນກັບອະຄະຕິທາງເພດໃນຂົງເຂດ STEM, ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນສີຂຽວ ແລະ ເຕັກໂນໂລຊີຂັ້ນສູງ.
ຕາມສາດສະດາຈານ, ປະລິນຍາເອກ ເຈິ່ນທິຫວຽດງາ ແລ້ວ, ການລົງທຶນໃຫ້ແກ່ແມ່ຍິງໃນການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ບໍ່ພຽງແຕ່ເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ແຕ່ຍັງເປັນທາງເລືອກທາງຍຸດທະສາດ ເພື່ອຊຸກຍູ້ການເຕີບໂຕສີຂຽວ ແລະ ການພັດທະນາປະເທດຢ່າງຍືນຍົງ.
ໃນຂົງເຂດກະສິກຳ, ທ່ານນາງ ຫງວຽນທິຮວ່າງອ໋ຽນ (Nguyễn Thị Hoàng Yến), ຮອງຫົວໜ້າກົມເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ແມ່ຍິງເປັນກຳລັງສຳຄັນໃນການຊຸກຍູ້ກະສິກຳເຕັກໂນໂລຊີສູງ, ພັດທະນາເສດຖະກິດຮ່ວມມື ແລະ ສ້າງຫ່ວງໂສ້ຄຸນຄ່າຜະລິດຕະພັນກະສິກຳທີ່ຍືນຍົງ.
ຕາມຂໍ້ມູນທີ່ນຳສະເໜີໃນບົດປະກອບຄຳເຫັນ, ແມ່ຍິງກວມເອົາປະມານ 52% ຂອງກຳລັງແຮງງານກະສິກຳ ແລະ ມີສ່ວນຮ່ວມໃນເກືອບທຸກຂັ້ນຕອນຂອງຫ່ວງໂສ້ຄຸນຄ່າ, ຕັ້ງແຕ່ການຜະລິດ, ການປຸງແຕ່ງ ໄປຈົນເຖິງການຈຳໜ່າຍສິນຄ້າ.
ປັດຈຸບັນ, ຫວຽດນາມມີສະຫະກອນກະສິກຳຫຼາຍກວ່າ 23.556 ແຫ່ງ, ກຸ່ມຮ່ວມມືຫຼາຍກວ່າ 35.000 ກຸ່ມ ແລະ ສະມາຊິກປະມານ 4,4 ລ້ານຄົນ. ໃນນັ້ນ, ມີສະຫະກອນຫຼາຍກວ່າ 2.600 ແຫ່ງທີ່ນຳໃຊ້ເຕັກໂນໂລຊີສູງ ແລະ ຫຼາຍກວ່າ 2.573 ແຫ່ງທີ່ເປັນເຈົ້າຂອງຜະລິດຕະພັນ OCOP. ສະຫະກອນຫຼາຍແຫ່ງທີ່ມີແມ່ຍິງເປັນແກນນຳ ໄດ້ນຳໃຊ້ການຫັນປ່ຽນດິຈິຕອນ, ລະບົບກວດສອບທີ່ມາຂອງສິນຄ້າ, ການຄ້າເອເລັກໂຕຣນິກ ແລະ ຂັ້ນຕອນຜະລິດຕາມມາດຕະຖານສີຂຽວ, ປະກອບສ່ວນຍົກສູງຄຸນຄ່າສິນຄ້າກະສິກຳ, ອະນຸລັກວັດທະນະທຳທ້ອງຖິ່ນ ແລະ ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແມ່ຍິງຊົນນະບົດ.
ເຖິງແມ່ນແມ່ຍິງຈະມີບົດບາດສຳຄັນໃນຂະແໜງກະສິກຳ, ແຕ່ອັດຕາແມ່ຍິງທີ່ດຳລົງຕຳແໜ່ງຜູ້ນຳສະຫະກອນຍັງມີພຽງປະມານ 25-30%, ບໍ່ທັນສົມສ່ວນກັບລະດັບການປະກອບສ່ວນຕົວຈິງຂອງພວກເຂົາ.
ຈາກບັນດາຄຳເຫັນໃນວາລະສົນທະນາ ເຫັນໄດ້ວ່າ ການສົ່ງເສີມບົດບາດຂອງແມ່ຍິງໃນໄລຍະພັດທະນາໃໝ່ ຈຳເປັນຕ້ອງເລີ່ມຈາກການສ້າງໂອກາດເຂົ້າເຖິງເຕັກໂນໂລຊີ, ການເງິນ, ຄວາມຮູ້ ແລະ ຕະຫຼາດຢ່າງສະເໝີພາບ. ຂະນະດຽວກັນ, ຕ້ອງແກ້ໄຂຂໍ້ຈຳກັດດ້ານທັກສະ, ແຫຼ່ງທຶນ ແລະ ກົນໄກຊ່ວຍເຫຼືອ, ເພື່ອໃຫ້ແມ່ຍິງສາມາດສົ່ງເສີມທ່າແຮງຂອງຕົນ ແລະ ປະກອບສ່ວນໄດ້ຫຼາຍຂຶ້ນໃນການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ການພັດທະນາຢ່າງຍືນຍົງ.
| ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ... |
| ຊາຍແດນຜູກພັນ, ພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດ - ລາວ ຍສໝ - ແນໃສ່ຊ່ວຍເຫຼືອປະຊາຊົນບ້ານ ມ່ວງນ້ຳ (ຕາແສງ ມ່ວງນ້ຳ, ເມືອງ ຊຽງຄໍ້, ແຂວງ ຫົວພັນ, ປະເທດ ລາວ) ໃຫ້ສາມາດກ້າວຂຶ້ນພັດທະນາເສດຖະກິດ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ພາຍໃດໄລຍະເວລາຜ່ານມາ, ຄ້າຍທະຫານຊາຍແດນ ຈ່ຽງເຕືອງ (ຄະນະບັນຊາການທະຫານຊາຍແດນແຂວງ ເສີນລາ) ໄດ້ຜັນຂະຫຍາຍຫຼາກຫຼາຍກິດຈະກຳຕົວຈິງ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ບັນດາຄົວເຮືອນປະຊາຊົນ ຢູ່ເຂດຈຸດສຸມຊາຍແດນຕິດຈອດກັບແຂວງ ເສີນລາ. |
ຄຳສີ
