| 50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ ຍົກສູງຄວາມສາມາດດ້ານສາທາລະນະສຸກໃຫ້ແກ່ເມືອງວັງວຽງ ຈາກໂຄງການມິດຕະພາບ ຫວຽດນາມ - ລາວ |
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາໃນຫຼາຍຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.
ໃນປີ 2027, ສອງປະເທດຈະລະນຶກ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ນີ້ແມ່ນໂອກາດເພື່ອຫວນຄືນໄລຍະທາງແຫ່ງການຄຽງບ່າຄຽງໄຫຼ່ກັນ, ນັບແຕ່ຊຸມປີແຫ່ງຄວາມສາມັກຄີ ແລະ ຮ່ວມກັນຕໍ່ສູ້ຍາດເອົາເອກະລາດຂອງຊາດ ຈົນເຖິງຂະບວນການຮ່ວມມືສ້າງສາ ແລະ ພັດທະນາປະເທດຊາດ.
ໃນໄລຍະການພັດທະນາໃໝ່, ຫວຽດນາມ ແລະ ລາວ ເຫັນດີຮ່ວມກັນເຮັດໃຫ້ເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ, ໂດຍກຳນົດໃຫ້ນີ້ເປັນທິດທາງການຄຽງຄູ່ກັນໃນໄລຍະຍາວ, ມຸ່ງສູ່ການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ.
![]() |
| ຄະນະປະຕິບັດງານຂອງສະຖານທູດຫວຽດນາມປະຈຳລາວ ເຂົ້າຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. |
ມຸ່ງສູ່ເປົ້າໝາຍການຄ້າ 10 ຕື້ USD
ຕາມທ່ານ ຫງວຽນ ແມ້ງ ເກື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດ ແລ້ວ, ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ໃນໄລຍະຜ່ານມາໄດ້ມີການປ່ຽນແປງໃນທາງບວກ.
ໃນປີ 2025, ມູນຄ່າການຄ້າສອງຝ່າຍບັນລຸເກືອບ 3 ຕື້ USD, ເພີ່ມຂຶ້ນ 32% ທຽບໃສ່ປີ 2024. ລາວສືບຕໍ່ເປັນປະເທດທີ່ຫວຽດນາມລົງທຶນໃນຕ່າງປະເທດຫຼາຍທີ່ສຸດ, ໂດຍມີຫຼາຍກວ່າ 300 ໂຄງການ, ລວມມູນຄ່າທຶນຈົດທະບຽນຫຼາຍກວ່າ 7 ຕື້ USD.
ບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມຢູ່ລາວ ໄດ້ປະກອບສ່ວນສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ຜູ້ອອກແຮງງານ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງປະເທດເພື່ອນມິດ.
ບົນພື້ນຖານບັນດາຜົນສຳເລັດທີ່ບັນລຸໄດ້, ສອງປະເທດສືບຕໍ່ມຸ່ງສູ່ການພັດທະນາການຄ້າຢ່າງສົມດຸນ ແລະ ຍືນຍົງ, ເຊື່ອມໂຍງບັນດາວິສາຫະກິດ, ຂະຫຍາຍຕະຫຼາດ ແລະ ສ້າງບັນດາຕ່ອງໂສ້ສະໜອງ ແລະ ຕ່ອງໂສ້ຄຸນຄ່າຮ່ວມກັນ.
ໜຶ່ງໃນບຸລິມະສິດທີ່ສອງຝ່າຍກຳນົດແມ່ນ ການເລັ່ງລັດປະຕິບັດບັນດາໂຄງການເຊື່ອມໂຍງໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ພະລັງງານ.
ໃນນັ້ນມີໂຄງການທາງລົດໄຟ ວຽງຈັນ - ຫວຸງອາງ, ທາງດ່ວນ ຮ່າໂນ້ຍ - ວຽງຈັນ, ລະບົບຄັງເກັບນ້ຳມັນ ແລະ ທໍ່ສົ່ງນ້ຳມັນເຊື້ອໄຟທີ່ເຊື່ອມໂຍງສອງປະເທດ ພ້ອມທັງບັນດາໂຄງການຮ່ວມມືດ້ານພະລັງງານໄຟຟ້າ.
ການປະຕິບັດບັນດາໂຄງການເຫຼົ່ານີ້ ຄາດວ່າຈະສ້າງພື້ນຖານໃຫ້ແກ່ການພັດທະນາຄວາມເຊື່ອມໂຍງທາງເສດຖະກິດ, ປະກອບສ່ວນຫັນເປົ້າໝາຍຍົກມູນຄ່າການຄ້າ ຫວຽດນາມ - ລາວ ໃຫ້ບັນລຸ 10 ຕື້ USD ກາຍເປັນຄວາມຈິງ.
ສອງປະເທດກຳນົດວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຕ້ອງກາຍເປັນເສົາຄ້ຳທີ່ໝັ້ນຄົງ, ສົມຄູ່ກັບລະດັບຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ.
ຫັນມິດຕະພາບໃຫ້ກາຍເປັນແຫຼ່ງກຳລັງໃນການພັດທະນາ
ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະ ລາວ ສືບຕໍ່ໃຫ້ຄວາມສຳຄັນຕໍ່ການຮັກສາ ແລະ ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດລະຫວ່າງສອງຊາດ.
ສະຫາຍ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໜັກວ່າ ສາຍພົວພັນຫວຽດນາມ - ລາວ ແມ່ນສັນຍະລັກຂອງຈິດໃຈສາມັກຄີສາກົນຂອງຊົນຊັ້ນກຳມະກອນ, ສະແດງເຖິງຄວາມຊື່ສັດຈົງຮັກ, ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງໃຫ້ບັນດາລຸ້ນຄົນສືບຕໍ່ຮ່ຳຮຽນ ແລະ ສືບທອດ.
ບົນພື້ນຖານສາຍພົວພັນທີ່ໄດ້ຮັບການບຳລຸງສ້າງຜ່ານຫຼາຍລຸ້ນຄົນ, ຫວຽດນາມ ແລະ ລາວ ກຳລັງພະຍາຍາມຫັນບັນດາຄຸນຄ່າຂອງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ໃຫ້ກາຍເປັນແຫຼ່ງກຳລັງຮັບໃຊ້ການພັດທະນາ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ.
ການເຮັດໃຫ້ເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ ບໍ່ພຽງແຕ່ປະກອບສ່ວນປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດເທົ່ານັ້ນ, ແຕ່ຍັງເສີມສ້າງສາຍພົວພັນສອງຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນອາຊຽນ ແລະ ໃນໂລກ.
ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໂຄງການສິລະປະ “ເຊື່ອມສານຊຸມຊົນ, ສານສາຍໃຍມິດຕະພາບຫວຽດນາມ - ລາວ” ໄດ້ນຳສະເໜີບັນດາລາຍການຮ້ອງເພງ, ຟ້ອນ ແລະ ດົນຕີ ກ່ຽວກັບບ້ານເກີດ, ປະເທດຊາດ ແລະ ນ້ຳໃຈສາມັກຄີລະຫວ່າງສອງຊົນຊາດ. ກິດຈະກຳນີ້ໄດ້ສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມຢູ່ລາວໄດ້ພົບປະ, ຫວນຄືນສູ່ຮາກເຫງົ້າຂອງຕົນ, ພ້ອມທັງແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ. |
ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ. |
ມິງດຶກ
